ກະຊວງ ອຄ ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ

0
871

ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ) ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 63 ປີ (1 ກຸມພາ 1956-1 ກຸມພາ 2019)ໃນວັນທີ 14 ມິຖຸນາ 2019, ປາຖະກະຖາ ໂດຍ ທ່ານ ສີມູນ ອຸ່ນ ລາສີ ຮອງປະທານສະຫະພັນກຳມະບານລາວ, ມີ ທ່ານ ບຸນ ມີ ມະນີວົງ ຮອງລັດຖະມົນຕີກະຊວງກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ພະແນກ ແລະ ພະນັກງານພາຍໃນກະຊວງອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ.

ອຄ ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ

ທ່ານ ສີມູນ ອຸ່ນລາສີ ໃຫ້ຮູ້ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງອົງການກຳມະບານລາວ ໂດຍສະເພາະໄລຍະປີ 1956-1965 ພາຍຫຼັງສ້າງຕັ້ງພັກປະຊາຊົນລາວເກືອບ 1 ປີ, ມາຮອດວັນທີ 1 ກຸມ ພາ 1956 ສູນກາງພັກ ໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກຳມະບານລາວຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນ ແຂວງຫົວພັນ ແລະ ໄດ້ມອບໃຫ້ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ, ພາຍ ໃຕ້ການຊີ້ນຳຂອງຄະນະນຳສູນກາງພັກ ເພື່ອສືບຕໍ່ໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວປະຕິບັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ເສີມຂະຫຍາຍ ປະຊາທິປະໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທຳແກ່ກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ທັງກາຍເປັນກຳລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາ ປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ; ຜ່ານຂະບວນວິວັດແຫ່ງການຕໍ່ສູ້ພາຍໃຕ້ຄັນທຸງເອກະລາດ ແລະ ປະຊາທິປະໄຕຂອງພັກ, ຂອງຊາດ; ສະນັ້ນ, ອົງການກຳມະບານລາວ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາ ກໍໄດ້ຕັ້ງໜ້າເຄື່ອນໄຫວ, ກໍ່ສ້າງ ແລະ ປັບປຸງບູລະນະການຈັດຕັ້ງຂອງຕົນໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ອຄ ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ

ຈາກນັ້ນ, ໄດ້ເຜີຍແຜ່ເອກະສານຜົນສຳເລັດກອງປະຊຸມກາງສະໄໝຄົບຄະນະບໍລິຫານງານ ສະຫະພັນກຳມະບານລາວ ຄັ້ງທີ 4 ສະໄໝທີ VII, ການກະກຽມດຳເນີນກອງປະຊຸມໃຫຍ່ ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ-ອົງການ, ນະຄອນຫຼວງ, ແຂວງ, ເມືອງ ແລະ ຮາກຖານໃນຂອບເຂດທົ່ວປະເທດ ຕາມແຈ້ງການ ເລກທີ 517/ສກລ, ລົງວັນ ທີ 21 ມິຖຸນາ 2018 ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຮູ້, ເຊື່ອມຊຶມ, ກຳແໜ້ນເອົາເນື້ອໃນຈິດໃຈຂອງເອກະສານດັ່ງກ່າວ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານຕົວຈິງຂອງຕົນ ໃຫ້ໄດ້ຮັບໝາກຜົນສູງສຸດ.