ຄະນະບໍລິຫານງານຊາວໜຸ່ມວິທະຍາຄານສັນຕິບານປະຊາຊົນ ( ວສປ ) ກະຊວງ ປກສ ຈະຍົກສູງວຽກງານແບບແຜນການຊີ້ນໍາ-ນໍາພາ, ສຶກສາອົບຮົມການເມືອງ-ແນວຄິດ, ສ້າງແຜນວຽກຢ່າງລະອຽດ, ມອບໃຫ້ບຸກຄົນຮັບຜິດຊອບຢ່າງຂາດຕົວ ເພື່ອສ້າງທັດສະນະແນວຄິດສະມາຊິກຮູ້ຮັກອາຊີບ ແລະ ພັດທະນາຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ, ມີຫົວຄິດປະດິດສ້າງໃນການເຮັດໜ້າທີ່ວຽກງານ, ແກ້ໄຂບັນຫາຕ່າງໆສໍາເລັດຖືກຕ້ອງຕາມລະບຽບຫຼັກການ.

ກອງປະຊຸມຄະນະຊາວໜຸ່ມ ວສປ

ພັທ ບຸນປະດິດ ວົງພູທອນ ຄະນະບໍລິຫານງານຊາວໜຸ່ມກະຊວງ, ເລຂາຄະນະບໍລິຫານງານ ຊາວໜຸ່ມ ວສປ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະບໍລິຫານງານຊາວໜຸ່ມ ວສປ,ໃນວັນ ທີ 13 ມິຖຸນາ 2019, ເຂົ້າຮ່ວມ ໂດຍ ພັອ ບຸນລ້ອມ ໄຊຍະພູມ ຮອງອໍານວຍການ ວສປ ແລະ ພັທ ນາງ ນວນ ເທບພະວົງ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ກະ ຊວງ ປກສ ວ່າ: ນັບແຕ່ນີ້ເປັນຕົ້ນໄປ, ຄະນະບໍລິຫານງານຊາວໜຸ່ມ ວສປ ຈະຖືສໍາຄັນວຽກງານສຶກ ສາອົບຮົມການເມືອງ-ແນວຄິດສະມາຊິກ ເພື່ອເຮັດໃຫ້ສະມາຊິກທຸກສະຫາຍຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບຄວາມໝາຍ-ຄວາມສໍາຄັນຂອງໜ້າທີ່ການເມືອງ, ວຽກງານວິຊາສະເພາະກາຍເປັນສະມາຊິກທີ່ມີທັດສະນະຫຼັກໝັ້ນຮູ້ຮັກໃນອາຊີບຕົນເອງ ແນໃສ່ໃຫ້ທຸກສະຫາຍກາຍເປັນບຸກຄົນທີ່ຢາກຄົ້ນຄິດຫາຄວາມຮູ້-ຄວາມສາມາດ, ຫົວຄິດປະດິດສ້າງແກ້ໄຂບັນຫາຢ່າງມີຄວາມວ່ອງໄວ, ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ເຂັ້ມງວດ.

ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ວສປ ຊຸດໄໝ່

ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ວສປ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດສະມາຊິກໃຫ້ມີສະຕິລະວັງຕົວໃນການປ້ອງກັນຕົນເອງ, ປ້ອງກັນການຈັດຕັ້ງ, ບໍ່ໃຫ້ຄົນບໍ່ດີສວຍໃຊ້ຊາວໜຸ່ມມາມ້າງເພທໍາລາຍພາຍໃນໄດ້ຢ່າງເດັດຂາດ ໂດຍໄດ້ປະກອບສ່ວນຮັກສາເວນຍາມຕະຫຼອດ 24 ຊົ່ວ ໂມງ, ນໍາພາສະມາຊິກຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ເພື່ອຈັບມືແຂ່ງຂັນຕາມເນື້ອໃນ 4 ບຸກ ຢ່າງເປັນຂະບວນການຟົດຟື້ນ ດ້ວຍການຈັດຕັ້ງເຜີຍແຜ່ໃຫ້ສະມາຊິກຊາວໜຸ່ມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ນອກນັ້ນ, ຍັງໄດ້ເອົາໃຈໃສ່ເຮັດວຽກງານນະໂຍບາຍຕ່າງໆ, ຊ່ວຍເຫຼືອເບິ່ງແຍງເຊິ່ງກັນແລະກັນ ໃນເວລາພົບຄວາມຫຍຸ້ງຍາກ, ເຈັບເປັນນອນໂຮງໝໍ, ເກີດລູກ, ເສຍຊີວິດ ເພື່ອປະຕິບັດນະໂຍບາຍດ້ານວັດສະດຸ, ເງິນຕາຕາມຄວາມເໝາະສົມ, ສະແດງອອກໃນ 5 ປີຜ່ານມາ ໄດ້ປະຕິບັດນະໂຍບາຍສະມາຊິກຊາວໜຸ່ມເຈັບເປັນ, ພົບຄວາມຫຍຸ້ງຍາກເປັນເງິນຈໍານວນ 12. 425.000 ກີບ.

ກອງປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ວສປ ຊຸດໄໝ່, ມີຜູ້ ລົງສະໝັກ ຈໍານວນ 17 ສະຫາຍ, ເລືອກເອົາ 15 ສະຫາຍ; ໃນນີ້, ກອງປະຊຸມ ເປັນເອກະສັນເລືອກ ເອົາ ພັຕ ໄພທູນ ຮິດຕິສັກ ເປັນ ເລຂາ, ພັຕ ບຸນຮັກ ລໍທິລາດ ເປັນ ຮອງເລຂາ, ພັຕ ປານີ ເສົາສຸລິວົງ ເປັນປະທານກວດກາ ແລະ ພັທ ບົວເພັດ ບຸນເລີດ ເປັນຄະນະປະ ຈໍາ.