ປກສ ແຂວງອັດຕະປື ເຜີຍແຜ່ຄຳສັ່ງ ວ່າດ້ວຍ ການນຳໃຊ້ສື່ສັງຄົມອອນລາຍ

0
1391

ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີເຜີຍແຜ່ຄຳສັ່ງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການນຳໃຊ້ສື່ສັງຄົມອອນລາຍ ແລະ ຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ໃນວັນທີ 12 ມິຖຸນາ 2019, ເພື່ອໃຫ້ ຄະນະພັກ-ຄະນະກອງບັນຊາການ, ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ແຂວງ ທີ່ເຂົ້າຮ່ວມ ໄດ້ຮັບຮູ້ເນື້ອໃນດັ່ງກ່າວ ແລ້ວ ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ.

ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ໄດ້ຂຶ້ນເຜີຍແຜ່ຄໍາສັ່ງຂອງ ກະຊວງ ປກສ ວ່າດ້ວຍ ການນໍາໃຊ້ສື່ສັງຄົມອອນລາຍ ໃນກຳລັງປ້ອງກັນຄວາມສະຫງົບ ໂດຍໃນນີ້ປະກອບມີ:

ຫ້າມນາຍ ແລະ ພົນຕຳຫຼວດ ຕົວະຍົວະ, ຫຼອກລວງ, ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ສ້າງຄວາມປັ່ນປ່ວນ, ສ້າງຄວາມຂັດແຍ່ງ, ກໍ່ຄວາມເສຍຫາຍຕໍ່ບົດບາດ ແລະ ອິດທິພົນຂອງ ກຳລັງປ້ອງກັນຄວາມສະຫງົບ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າ.

ຫ້າມນາຍ ແລະ ພົນຕຳຫຼວດ ຖ່າຍຮູບນຸ່ງເຄື່ອງແບບຕິດຊັ້ນ, ປະກອບອາວຸດເຕັກນິກຕ່າງໆ, ໂພສລົງ, ກົດໄລ້, ກົດແຊ, ຕັດຕໍ່, ເສີມແຕ່ງຮູບພາບ, ມີຄຳຄິດ-ຄຳເຫັນລັກສະນະບໍ່ສ້າງສັນ, ປັ່ນປ່ວນ, ໝິ່ນປະໝາດ, ແຕະຕ້ອງເຖິງກຽດສັກສີຂອງພັກ-ລັດ, ການຈັດຕັ້ງ, ສິດທິສ່ວນບຸກຄົນ ແລະ ແຕະຕ້ອງເຖິງຮີດຄອງປະເພນີອັນດີງາມຂອງຊາດ, ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ ລົງໃນອິນເຕີເນັດ, ເຟດບຸກ, ວັອດແອັບ, ວີແຊັດ, ລາຍ, ອິນສະຕາແກຮມ, ທະວິດເຕີ, ຢູທູບ ແລະ ສື່ສັງຄົມອອນລາຍອື່ນໆ.

ທັງນີ້, ກໍເພື່ອຮັບປະກັນໃນການກໍານົດລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງການນໍາໃຊ້ສື່ສັງຄົມອອນລາຍ ປະເພດຕ່າງໆ, ຮັບປະກັນໃຫ້ແກ່ຄວາມສະຫງົບສຸກຂອງປະຊາດ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ແນໃສ່ປົກປັກບົດບາດກຽດສັກສີຂອງ ກຳລັງປ້ອງກັນຄວາມສະຫງົບ, ສະມາຊິກພັກ, ພະນັກງານ-ນັກຮົບ ໃນສະເພາະໜ້າ ແລະ ຍາວນານ.

ສຳລັບຂໍ້ຕົກລົງຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 564/ປກສ ລົງວັນທີ 03 ເມສາ 2019 ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ໃນກຳລັງປ້ອງກັນຄວາມສະຫງົບ ຕໍ່ການນຳໃຊ້ສື່ສັງຄົມອອນລາຍ ລວມທັງໝົດແລ້ວປະກອບມີ 6 ໝວດ, 21 ມາດຕາ, 17 ຂໍ້ຫ້າມ, ລວມ 30 ຂໍ້ຫ້າມ ສະເພາະໃນຂົງເຂດວຽກງານການເມືອງ, 5 ຂໍ້ຫ້າມ ຂອງຄະນະກຳມະການພິຈາລະນາວິໄນ ແລະ 5 ມາດຕະການທາງວິໄນຕໍ່ຜູ້ລະເມີດ.

ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີເຜີຍແຜ່ຄຳສັ່ງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການນຳໃຊ້ສື່ສັງຄົມອອນລາຍ ແລະ ຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ
ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີເຜີຍແຜ່ຄຳສັ່ງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການນຳໃຊ້ສື່ສັງຄົມອອນລາຍ ແລະ ຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ

ການເຜີຍແຜ່ບັນດາເອກະສານໃນຄັ້ງນີ້ ກໍເພື່ອໃຫ້ກຳລັງປ້ອງກັນຄວາມສະຫງົບ ແຂວງ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມຕໍ່ເອກະສານດັ່ງກ່າວ, ສາມາດຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ, ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເວົ້າລວມ, ເວົ້າສະເພາະ ກໍຄື ກຳລັງປ້ອງກັນຄວາມສະຫງົບ ແຂວງອັດຕະປື, ແນໃສ່ຫຼຸດຜ່ອນຫາງສຽງວິພາກ-ວິຈານຂອງສັງຄົມ ແລະ ເຮັດໃຫ້ ກຳລັງປ້ອງກັນຄວາມສະຫງົບ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນທີ່ທັນສະໃໝ, ມີຈັນຍາບັນ, ຈັນຍາທຳ, ມີລະບຽບວິໄນເຂັ້ມງວດ ໃຫ້ສົມກັບເປັນກຳລັງປະກອບອາວຸດປະຕິວັດ ທີ່ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ປະຊາຊົນ.