ປັດຈຸບັນ, ນັບແຕ່ສູນກາງລົງຮອດທ້ອງຖິ່ນ ຍັງມີນັກຂັບຂີ່ຈໍານວນໜຶ່ງ ມັກເກີດອຸບັດຕິເຫດຕາມທ້ອງຖະໜົນ ເປັນຕົ້ນແມ່ນ: ນັກຮຽນ, ນັກສຶກສາ, ກໍາມະກອນ, ພໍ່ຄ້າຊາວຂາຍ, ພະນັກງານ, ຖະຫານ, ຕໍາຫຼວດ ແລະອື່ນໆ ເພາະກຸ່ມຄົນດັ່ງກ່າວນີ້, ສ່ວນໃຫຍ່ແລ້ວແມ່ນຍັງບໍ່ຮູ້ກົດລະບຽບຈະລາຈອນດີເທົ່າທີ່ຄວນ ຈຶ່ງເຮັດໃຫ້ເກີດອຸບັດຕິເຫດຕາມ ມາ ແລະ ເຮັດໃຫ້ມີຄົນບາດເຈັບ ຫຼື ເສຍຊີວິດເປັນຈໍານວນຫຼວງຫຼາຍໃນແຕ່ລະເດືອນ; ຕໍ່ກັບບັນຫາດັ່ງກ່າວ, ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາ ຫຼວດ ກະຊວງ ປກສ ໄດ້ສຸມໃສ່ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ຢູ່ຕາມສະຖານທີ່ຕ່າງໆ ໃນ 6 ເດືອນຕົ້ນ ປີ 2019 ໄດ້ຈໍານວນຫຼາຍຄັ້ງ ແລະ ມີຜູ້ເຂົ້າຮ່ວມຮັບຟັງ 5.000 ກວ່າຄົນ.

ກົມຕໍາຫຼວດຈະລາຈອນ ໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາ, ພະແນກໂຄສະນາ ໄດ້ສ້າງແຜນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອເຄື່ອນໄຫວຈັດຕັ້ງປະຕິບັດ, ລົງໂຄສະນາເຜີຍແຜ່ລະບຽບການສັນຈອນ, ກົດໝາຍຈະລາຈອນທາງບົກ ແລະ ກົດໝາຍຂົນສົ່ງທາງບົກ, ຕາມສໍານັກງານ, ອົງການ, ໂຮງຮຽນ, ບໍລິສັດ, ຕະຫຼອດຮອດກຸ່ມບ້ານ ແລະ ສະຖານທີ່ອື່ນໆ ແຕ່ສູນກາງລົງຮອດທ້ອງຖິ່ນ ສະແດງອອກຄື: ໂຄສະນາຕາມສໍານັກງານ, ອົງການ 2 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 1.750 ຄົນ, ໂຄສະນາຕາມມະຫາວິທະຍາໄລ 1 ຄັ້ງມີຜູ້ເຂົ້າຮວມ 350 ຄົນ, ໂຄສະນາຕາມ ໂຮງຮຽນ 2 ຄັ້ງ ມີຜູ້ເຂົ້າຮ່ວມ 1.194 ຄົນ, ໂຄສະນາຕາມກຸ່ມບ້ານ 7 ຄັ້ງ ມີ ຜູ້ເຂົ້າຮ່ວມ 850 ຄົນ, ໂຄສະນາຕາມບໍລິສັດ ຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍສານ 1 ຄັ້ງ ມີຜູ້ເຂົ້າຮ່ວມ 44 ຄົນ, ໂຄສະນາຕາມໂຮງງານ 4 ຄັ້ງ ມີຜູ້ເຂົ້າຮ່ວມ 875 ຄົນ, ໂຄສະນາຕາມສາຍທາງ 3 ແຍກ, 4 ແຍກ ໄດ້ 12 ຄັ້ງ 24 ເເຮງ ງານ, ໂຄສະນາຜ່ານສື່ມວນຊົນ 13 ຄັ້ງ.

ກົມຕຳຫຼວດຈະລາຈອນ ເຜີຍແຜ່ກົດລະບຽບໃຫ້ຜູ້ຂັບຂີ່

ນອກນີ້, ຍັງໄດ້ປະສານສົມທົບກັບສື່ມວນຊົນເຊັ່ນ: ໂທລະພາບ, ວິທະຍຸໜັງສືພິມ ປກສ ແລະ ໂທລະພາບແຫ່ງຊາດ ເພື່ອເຂົ້າຮ່ວມສົນທະນາຕອບສໍາພາດຖະແຫຼງຂ່າວ ໂດຍສະເພາະລາຍການອາທິດສັນຈອນ, ລາຍການສັນຈອນ, ລາຍການຂັບຂີ່ປອດໄພ ແລະ ລາຍການອື່ນໆ ເພື່ອເຮັດໃຫ້ສັງຄົມຮັບຮູ້, ເຂົ້າໃຈລະບຽບກົດໝາຍກ່ຽວກັບດ້ານຄວາມປອດໄພຈະລາຈອນທາງບົກ; ໃນນີ້, ໄດ້ສໍາພາດຖະແຫຼງຂ່າວຜ່ານ ສື່ 13 ຄັ້ງ, ປະສານສົມທົບກັບບັນດາສໍານັກງານອົງການ, ບໍລິສັດຕ່າງໆທັງພາກລັດ ແລະ ເອກະຊົນເພື່ອໃຫ້ການສະໜັບສະໜູນທາງດ້ານງົບປະມານ ແລະ ອຸປະກອນຮັບໃຊ້ໃນການເຄື່ອນໄຫວວຽກງານໂຄສະນາເປັນຕົ້ນແມ່ນ: ບໍລິສັດເບຍລາວ, ບໍລິສັດນິວຈິບເຊັ່ງ, ບໍລິສັດໂຄລາວ ແລະ ບໍລິສັດອື່ນໆ.

ການໂຄສະນາລະບຽບການສັນ ຈອນ ແມ່ນແນໃສ່ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ເຂົ້າໃຈເຖິງກົດລະບຽບການ ສັນຈອນ ແລະ ພ້ອມກັນປະຕິບັດກົດ ລະບຽບການສັນຈອນໃຫ້ເຂັ້ມງວດ
ເພື່ອປ້ອງກັນການເກີດອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ; ສະນັ້ນ, ສິ່ງສໍາຄັນທີ່ນັກຂັບຂີ່ຄວນປະຕິບັດ ເພື່ອປ້ອງກັນການເກີດອຸບັດຕິເຫດມີຫຼາຍຢ່າງ ຄື: ຜູ້ຂັບຂີ່ຕ້ອງມີສະຕິລະມັດລະວັງ, ມີມາລະຍາດເອື້ອເຟື້ອເຜື່ອແຜ່ຕໍ່ຜູ້ສັນຈອນຄົນອື່ນ, ໃສ່ໝວກກັນກະ ທົບເວລາຂັບຂີ່ລົດຈັກ, ຮັດສາຍນິລະໄພ ເວລາຂັບຂີ່ລົດໃຫຍ່ ເພື່ອຊ່ວຍປ້ອງ ກັນຊີວິດທ່ານໄດ້ໃນເວລາເກີດອຸບັດຕິ ເຫດ, ບໍ່ດື່ມສິ່ງມືນເມົາແລ້ວຂັບຂີ່ລົດເພາະຈະເຮັດໃຫ້ສະຕິໃນການຂັບລົດຂອງທ່ານຫຼຸດລົງ, ຫ້າມລ້ຽວກັບກະທັນຫັນຢູ່ໃນທາງຄົບ, ທາງແຍກເພາະຈະຕໍາກັບຜູ້ສັນຈອນທີ່ສວນທາງອອກມາ, ບໍ່ຄວນຂັບຂີ່ຕາມທາງກໍ້າຊາຍມືເພາະຈະກີດຂວາງໝູ່ ແລະ ເກີດອຸບັດຕິເຫດ, ໃຫ້ສັນຍານກ່ອນຈະລ້ຽວ ຫຼື ປ່ຽນທິດທາງຢ່າງໜ້ອຍ 50 ແມັດ ຫຼື ປະມານສອງເທົ່າຂອງຄວາມໄວລົດທີ່ກໍາລັງແລ່ນຢູ່, ບໍ່ຄວນເລັ່ງຄວາມໄວເກີນຂອບເຂດ ເພາະທ່ານຈະຢຸດລົດບໍ່ທັນເມື່ອມີສິ່ງກີດຂວາງ, ຕ້ອງໃຕ້ໄຟຕາລົດເມື່ອຂັບຂີ່ຍານພາຫະນະຍາມກາງຄືນ ຫຼື ກາງເວນເວລາທ້ອງຟ້າມືດມົວ, ຝົນຕົກແຮງ, ນັກຂັບຂີ່ທຸກຄົນຕ້ອງເອົາໃຈໃສ່ເຄົາລົບປ້າຍຈະລາຈອນ ແລະ ເຄື່ອງໝາຍການສັນຈອນທີ່ໄດ້ຕິດຕັ້ງໄວ້ຢູ່ຕາມແຄມ ທາງ, ເທິງທາງ, ໜ້າທາງ ແລະ ຂອບທາງ; ນອກນີ້, ນັກຂັບຂີ່ຕ້ອງສັງເກດໃຫ້ລະອຽດກ່ອນທຸກຄັ້ງວ່າທ່ານຈະໄປທາງໃດ ທີ່ມີຄວາມປອດໄພ ຖືກກົດລະບຽບຈະລາຈອນ ແລະ ຕ້ອງມີສະຕິຕະຫຼອດເວລາໃນເວລາຂັບຂີ່; ຖ້າວ່ານັກຂັບຂີ່ທຸກສະຫາຍປະຕິບັດໄດ້ດັ່ງທີ່ກ່າວມານີ້ ເຊື່ອວ່າບັນຫາອຸບັດຕິເຫດທີ່ເກີດຂຶ້ນຈະຫຼຸດໜ້ອຍຖອຍລົງ.

ກົມຕຳຫຼວດຈະລາຈອນ ເຜີຍແຜ່ກົດລະບຽບໃຫ້ຜູ້ຂັບຂີ່

ເພື່ອເຮັດໃຫ້ບັນຫາການເກີດອຸບັດຕິເຫດຢູ່ຕາມທ້ອງຖະໜົນ ແລະ ຜູ້ເສຍຊີວິດຫຼຸດລົງ ເຈົ້າໜ້າທີ່ໂຄສະນາ ເຜີຍແຜ່ກົດໝາຍຂອງກົມຕໍາຫຼວດຈະລາຈອນ ຈະສືບຕໍ່ສ້າງແຜນການເຄຶ່ອນໄຫວໂຄສະນາຕາມສໍານັກງານ, ອົງການ, ບໍລິສັດ, ໂຮງຮຽນ, ໂຮງຈັກ, ໂຮງງານ, ຕະຫຼອດຮອດກຸ່ມບ້ານ ຫຼື ບ່ອນຊຸມນຸມຊົນຕ່າງໆ ຕາມພາລະຄວາມຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ມີການເຄື່ອນໄຫວເປັນປົກກະຕິ, ຕໍ່ເນື່ອງ; ສ້າງແຜນງົບປະມານອຸປະ ກອນ ເຕັກນິກນໍາຂັ້ນເທິງ ເພື່ອຮັບໃຊ້ວຽກງານໂຄສະນາ ນັບແຕ່ສູນກາງຮອດທ້ອງ ຖິ່ນ; ສືບຕໍ່ສ້າງເນື້ອໃນບົດໂຄສະນາໃຫ້ຫຼາຍວິທີການຕາມລະບຽບກົດໝາຍ ເພື່ອໃຫ້ສອດຄ່ອງແຕ່ລະໄລຍະ ແນໃສ່ເຮັດໃຫ້ຜູ່ໃຊ້ລົດ-ໃຊ້ຖະໜົນມີສະຕິປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ; ສືບຕໍ່ປະສານສົມທົບທາງສື່ມວນຊົນຕ່າງໆ ນັບແຕ່ຂັ້ນສູນກາງລົງ ຮອດທ້ອງຖິ່ນ ເຊັ່ນ: ໂທລະພາບ, ວິທະຍຸ ແລະ ໜັງສືພິມ ເພື່ອມີສ່ວນຮ່ວມ ໃນການໂຄສະນາກົດລະບຽບການສັນຈອນໃຫ້ທຸກຊັ້ນຄົນໃນສັງຄົມຮັບຮູ້ ເຂົ້າໃຈ, ເພື່ອເປັນການຫຼຸດຜ່ອນການສັນຈອນແອອັດ ແລະ ການເກີດອຸບັດຕິ ເຫດໃນແຕ່ລະວັນໃຫ້ຫຼຸດໜ້ອຍຖອຍລົງ; ສຶບຕໍ່ປະສານສົມທົບກັບຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນໃນສັງຄົມ ເພື່ອຍາດເເຍ່ງການສະໜັບສະໜູນ ແລະ ມີສ່ວນຮ່ວມໃນການເຄື່ອນໄຫວໂຄສະນາເຜີຍແຜ່ລະບຽບກົດໝາຍໃຫ້ໄດ້ຮັບຜົນດີ.