ແອບອ້າງສົ່ງຍິງມຽນມາ ໄປເປັນແມ່ບ້ານ ໃນສິງກະໂປ ສຸດທ້າຍເປັນ ຄະດີຄ້າມະນຸດຂ້າມຊາດ – ep 1/3

0
1241

ເຫດການລັກລອບນຳສົ່ງຄົນຂ້າມປະເທດ ເຊິ່ງໄດ້ກາຍເປັນ ຄະດີຄ້າມະນຸດຂ້າມຊາດ ທີ່ປະເທດມຽນມາ ໄດ້ກາຍເປັນບັນຫາທີ່ເກີດຂຶ້ນ ຢ່າງຕໍ່ເນື່ອງ ແລະ ແຜ່ເປັນລາມວົງກວ້າງ; ໂດຍກຸ່ມເຄື່ອນໄຫວ ຈະຕິດຕໍ່ພົວພັນເອົາຄົນໃນປະເທດ ເປັນຕົ້ນແມ່ນ ຜູ້ຍິງ ຫຼື ເດັກຍິງ ທີ່ອາຍຸຍັງບໍ່ເຖິງກະສຽນກໍມີ ຈາກປະເທດດັ່ງກ່າວ ຂ້າມໄປ ປະເທດສິງກະໂປ; ແຕ່ເຖິງຢ່າງໃດກໍຕາມ, ຍັງບໍ່ທັນມີຕົວເລກທີ່ແນ່ນອນ ຈາກອົງການທີ່ກ່ຽວຂ້ອງ ເທື່ອ; ຄຽງຄູ່ກັນນີ້, ບັນດາອົງການສະກັດກັ້ນ ຜູ້ອອກແຮງງານ ທີ່ເປັນເດັກນ້ອຍ ໄດ້ຢືນຢັນວ່າ: ຍັງສືບຕໍ່ມີອີກຫຼາຍກໍລະນີເກີດຂຶ້ນ ຢ່າງຕໍ່ເນື່ອງມາ.

ບາງກໍລະນີ ໄດ້ຮັບຜົນຕາມມາ ແບບເຈັບປວດທີ່ສຸດ. ດັ່ງເຫດການທີ່ເກີດຂຶ້ນກັບ ນາງ Ma Wain Wain ທີ່ເດີນທາງຈາກ ມຽນມາ ເຂົ້າ ປະເທດສິງກະໂປ ແມ່ນເປັນໄລຍະທີ່ຕ້ອງໄດ້ປັບຕົວເຂົ້າກັບໜ້າວຽກໃໝ່ ເຊິ່ງວຽກຂອງນາງແມ່ນ ເປັນແມ່ບ້ານ ທີ່ປະເທດດັ່ງກ່າວ; ຫຼາຍອາທິດຕໍ່ມາ, ໃນຂະນະທີ່ຍ້າຍໄປຢູ່ໃນຕົວເມືອງໃຫຍ່ ນາງໄດ້ເວົ້າກັບຜູ້ພາມານັ້ນວ່າ: ຕົນເອງມີຄວາມກັງວົນ, ກົດດັນ ແລະ ຢາກກັບບ້ານ. ມາຮອດເຊົ້າວັນທີ 13 ຕຸລາ 2017 ເຈົ້າໜ້າທີ່ຕຳຫຼວດ ໄດ້ຮັບແຈ້ງວ່າ: ຍິງຄົນດັ່ງກ່າວ ນອນເສຍຊີວິດ ຢູ່ບໍລິເວນໃກ້ຄຽງກັບ ສະຖານທີ່ເຮັດວຽກຂອງຜູ້ກ່ຽວເອງ ໃນເຂດເມືອງ Potong Pasir.

ຜ່ານການກວດກາ ການເຄື່ອນໄຫວຂອງຜູ້ກ່ຽວ, ອົງການທີ່ກ່ຽວຂ້ອງຂອງ ປະເທດສິງກະໂປ ເຊື່ອໝັ້ນວ່າ:

ຜູ້ກ່ຽວ ຂ້າຕົວເອງຕາຍ. ຕາມການກວດກາເບິ່ງຂໍ້ມູນຂອງ ຜູ້ເສຍຊີວິດ, ເຈົ້າໜ້າທີ່ຮູ້ວ່າ: ຜູ້ກ່ຽວ ອາຍຸ 23 ປີ ແຕ່ມີຄົນຮັກແພງກັບຜູ້ກ່ຽວ ທີ່ເຂດ Mandalay ປະເທດມຽນມາ ໄດ້ເປີດເຜີຍວ່າ ຜູ້ກ່ຽວມີອາຍຸພຽງ 16 ປີ ເທົ່ານັ້ນ, ຕາມກົດໝາຍຂອງ ປະເທດສິງກະໂປ ແຮງງານຕ່າງດ້າວ ທີ່ມາເຮັດວຽກເປັນ ແມ່ບ້ານ ຫຼື ຜູ້ຊ່ວຍວຽກ ຕ້ອງອາຍຸສູງກວ່າ 23 ປີ ຂຶ້ນໄປ.

ຜູ້ຍິງຄົນທີ 2 ຊື່ Zin Zin ເດີນທາງມາທີ່ ສິງກະໂປ ເພື່ອເຮັດວຽກເປັນແມ່ບ້ານ ຫວັງຈະທ້ອນເງິນໃຫ້ໄດ້ຫຼາຍ ແລ້ວນຳເມືອຫາຄອບຄົວ, ແຕ່ການກັບເມືອຂອງຜູ້ກ່ຽວ ຕົກຢູ່ໃນສະພາບຖືກບາດເຈັບສາຫັດ ເຊິ່ງເປັນໄປໄດ້ວ່າ: ຈະຕ້ອງໄດ້ຮັບການຮັກສາ ເປັນເວລາຍາວນານ. ສິງທີ່ໜ້າເປັນຫ່ວງກວ່ານັ້ນ ຄື ນາງ Zin Zin ມີອາຍຸພຽງແຕ່ 15 ປີ ເທົ່ານັ້ນ; ຕາມການເລົ່າເຫດການຂອງຜູ້ກ່ຽວ ວ່າ: ຜູ້ຊາຍທີ່ແລ່ນເອົາຕົນໄປ ໄດ້ປ່ຽນວັນເດືອນປີເກີດຂອງຕົນ ຄື ທ້າວ Louis Zung ພະນັກງານ ສະພາແຫ່ງຊາດຂອງ ປະເທດມຽນມາ ແລະ ກໍເປັນຄົນທີ່ກໍ່ຕັ້ງ ບໍລິສັດ ທີ່ມີຊື່ວ່າ: Myanmar Global Manpower Link.

ແຕ່ເຖິງຢ່າງໃດກໍຕາມ, ທ້າວ Louis Zung ຍອມຮັບທຸກກໍລະນີທີ່ເກີດຂຶ້ນ ແລະ ຍອມຮັບການຖືກກ່າວຫາທັງໝົດ ແລະ ຂະນະດຽວກັນ, ຜູ້ກ່ຽວ ກໍຍັງເປັນ ປະທານບໍລິສັດ ຈົນມາເຖິງປີ 2016; ໝາຍຄວາມວ່າ: ຜູ້ກ່ຽວ ຍັງສືບຕໍ່ເຄື່ອນໄຫວ ເຖິງແມ່ນວ່າ ຫຼັງຈາກທີ່ກົດໝາຍໄດ້ປະກາດ ຫ້າມຈັດສົ່ງແຮງງານທີ່ເປັນເພດຍິງ ອອກໄປເຮັດວຽກຢູ່ຕ່າງປະເທດແລ້ວ ກໍຕາມ.

ໃນປີດຽວກັນ, ຫຼັງຈາກທີ່ ນາງ Ma Wain Wain ໄດ້ເສຍຊີວິດ ເນື່ອງຈາກໄປເຮັດວຽກຢູ່ຕ່າງປະເທດ. ອົງການຈັດຕັ້ງເອກະພາບ Research AcrossBorders ກໍໄດ້ຖະແຫຼງຜົນຂອງ ການສືບສວນ – ສອບສວນ ແລະ ສະຖິຕິຂອງແຮງງານຍິງ ທີ່ໄປເປັນ ແມ່ບ້ານ ຢູ່ຕ່າງປະເທດ ແມ່ນກວມ 17% ຂອງພົນລະເມືອງ ທີ່ອອກແຮງງານຂອງ ສິງກະໂປ ແລະ ເງື່ອນໄຂຂອງພວກເຂົາ ສ່ວນຫຼາຍແມ່ນ ບໍ່ຄ່ອຍດີ; ສ່ວນອີກ 60% ແມ່ນ ຖືກກົດຂີ່ແຮງງານ ເຊິ່ງຕ້ອງເຮັດວຽກ ເປັນເວລາ 12 ຊົ່ວໂມງ ຕໍ່ມື້.

ນອກນີ້, ຍັງມີກໍລະນີອື່ນທີ່ເກີດຂຶ້ນ ໃນລັກສະນະດຽວກັນນີ້ ເຊັ່ນ:

ໃນເດືອນທັນວາ 2018, ມີແຮງງານຍິງ ຈຳນວນ 2 ຄົນ ທີ່ສົ່ງມາແຕ່ ປະເທດມຽນມາ ເສຍຊີວິດ ພາຍໃນອາທິດດຽວກັນ; ໂດຍຜູ້ທີ 1 ມີອາຍຸ 19 ປີ ແລະ ຕາມການສະຫຼຸບຂອງ ເຈົ້າໜ້າທີ່ ໄດ້ໃຫ້ຮູ້ວ່າ: ຜູ້ກ່ຽວເສຍຊີວິດ ຍ້ອນພະລາດຕົກຕຶກບ່ອນເຮັດວຽກ ເຊິ່ງຜູ້ກ່ຽວຍັງມາເຮັດວຽກບໍ່ຮອດ 20 ມື້; ສ່ວນອີກຄົນ ເປັນຍິງ ອາຍຸ 25 ປີ ເຮັດວຽກເປັນ ແມ່ບ້ານ ໃຫ້ກັບຄອບຄົວໜຶ່ງ ແລະ ພາດຕົກລົງມາ ແຕ່ຊັ້ນທີ 9 ຂອງຕຶກອາພາດເມັ້ນ ໄລຍະການເຮັດວຽກຂອງຜູ້ກ່ຽວ ຍັງບໍ່ຮອດ 2 ປີ; ຜ່ານຜົນການສະຫຼຸບ ການເສຍຊີວິດຂອງທັງ 2 ຄົນ ແມ່ນ ເປັນເຫດຂ້າຕົວຕາຍຂອງພວກກ່ຽວເອງ.

ເບິ່ງລວມແລ້ວ, ວຽກແມ່ບ້ານ ໃນປະເທດສິງກະໂປ ຈະບໍ່ມີມື້ພັກວຽກ, ຍ້ອນເຫດນີ້ ຈຶ່ງເຮັດໃຫ້ຫຼາຍຄົນໄປເຮັດວຽກແລ້ວ ຈະຫາທາງໜີ. ເຊິ່ງຕາມການລາຍງານຂອງ ອົງການ Research Across Borders ( ອົງການຈັດຕັ້ງເອກະພາບ ) ວ່າ: 41% ຍັງຕ້ອງໃຫ້ພວກເຂົາເຮັດວຽກ ເຖິງວ່າ ຈະເປັນມື້ພັກວຽກ ມື້ໜຶ່ງມື້ດຽວຂອງ ພວກເຂົາ ແລະ ເຖິງແມ່ນວ່າ ນັບແຕ່ປີ 2013 ເປັນຕົ້ນມາ, ລັດຖະບານ ໄດ້ອະນຸຍາດວ່າ ແຮງງານທຸກຄົນ ຕ້ອງໄດ້ຮັບການພັກຜ່ອນ ໃນທຸກໆອາທິດ ກໍຕາມ.

( ຕິດຕາມຕອນຕໍ່ໄປ… )