ແອບອ້າງສົ່ງຍິງມຽນມາ ໄປເປັນແມ່ບ້ານ ໃນສິງກະໂປ ສຸດທ້າຍເປັນ ຄະດີຄ້າມະນຸດຂ້າມຊາດ – ep 2/3

0
1095

ຈຳນວນແຮງງານ ທີ່ມາເຮັດວຽກ ຢູ່ປະເທດສິງກະໂປ, ສ່ວນຫຼາຍມາຈາກ ມຽນມາ, ຟິລິບປິນ ແລະ ອິນໂດເນເຊຍ ເຊິ່ງພົບຄວາມຫຍຸ້ງຍາກທີ່ຈະສາມາດຮູ້ໄດ້ວ່າ: ມີເດັກຕໍ່າກວ່າ 18 ປີ ຈັກຄົນ ເພາະວ່າພວກເຂົາເຂົ້າມາ ສິງກະໂປ ເຮັດວຽກບໍ່ຖາວອນ ໂດຍມາເຮັດວຽກບໍ່ພໍເທົ່າໃດ ກໍກັບ ແລະ ກໍຫວນຄືນມາໃໝ່.

ທ່ານ ນາງ Stephanie Chok ປະທານອົງການປຸກລະດົມ ແລະ ການໂຄສະນາ ກ່ຽວກັບ ການຈັດຕັ້ງຄຸ້ມຄອງແຮງງານ ແລະ ອົບພະຍົບ (HOME) ປະເທດສິງກະໂປ ໄດ້ອະທິບາຍວ່າ:

ຕົນເອງ ຮູ້ສະຖິຕິຂອງກໍລະນີແຮງງານ ໃນປະເທດ ທີ່ອາຍຸຕ່ຳກວ່າ 23 ປີ ໃນທຸກໆເດືອນ ແລະ ບັນດາຍິງສາວ ອາຍຸຕ່ຳກວ່າ 18 ປີ ໃນທຸກໆປີ; ພ້ອມນັ້ນ, ທ່ານຍັງເວົ້າຕື່ມອີກ ວ່າ: ໄດ້ເຮັດວຽກຢູ່ອົງການດັ່ງກ່າວນີ້ ມາແຕ່ປີ 2008, ພິເສດແມ່ນ ສູນຮັບຕ້ອນ ແລະ ຕົນເອງ ເຄີຍຮັກສາໄດ້ພາລະບົດບາດ ທະນາຍຄວາມ ໃຫ້ກັບ ອົງການ ເລີ່ມແຕ່ເດືອນມິຖຸນາ 2017 ເປັນຕົ້ນມາ.

ສື່ຂ່າວໜັງສືພິມທ້ອງຖິ່ນ The Straits Times ແລະ ສື່ໜັງສືພິມອື່ນໆ ໄດ້ລົງບົດຂ່າວ ການສະຫຼຸບວຽກແຮງງານ ໃນທົ່ວປະເທດ ວ່າ:

ມີຈຳນວນແຮງງານ ຢ່າງໜ້ອຍ 240.000 ຄົນ ທີ່ເຮັດໜ້າທີ່ເປັນ ຜູ້ຊ່ວຍວຽກເຮືອນ ( ແມ່ບ້ານ ) ໃນປີ 2017.

ມີຈຳນວນແຮງງານ ຢ່າງໜ້ອຍ 240.000 ຄົນ ທີ່ເຮັດໜ້າທີ່ເປັນ ຜູ້ຊ່ວຍວຽກເຮືອນ ( ແມ່ບ້ານ )

ຕາມການຄາດຄະເນຂອງ ກະຊວງແຮງງານ ສິງກະໂປ ( MOM ) ໃຫ້ຮູ້ວ່າ:

ສະເລ່ຍຈຳນວນແຮງງານ ທີ່ຍັງບໍ່ເຖິງກະສຽນອາຍຸ ມີປະມານ 200 ຄົນ, ແຕ່ນັບມື້ນັບມີຫຼາຍກໍລະນີເກີດຂຶ້ນ ໂດຍສະເພາະ ມີບາງກໍລະນີເກີດຂຶ້ນ ດັ່ງທີ່ໄດ້ກ່າວຂ້າງເທິງນັ້ນ; ນອກນັ້ນ, ຕາມຂໍ້ມູນຂອງ ( MOM ) ກໍໄດ້ເປີດເຜີຍຕື່ມວ່າ: ກໍລະນີ ການນຳເອົາແຮງງານ ທີ່ຍັງບໍ່ເຖິງກະສຽນອາຍຸ ເຂົ້າມາເຮັດວຽກ ແມ່ນມີລັກສະນະເພີ່ມຂຶ້ນ.

ປີ 2017, MOM ໄດ້ສະຫຼຸບ ສະຖິຕິມີແຮງງານ ທີ່ບໍ່ທັນເຖິງກະສຽນ ທີ່ເຂົ້າມາເຮັດວຽກໃນປະເທດ ກວມ 8,7/10.000 ເພີ່ມ 4,3 ເມື່ອທຽບໃສ່ປີ 2016 ແລະ ເພີ່ມ 6,4 ເມື່ອທຽບໃສ່ປີ 2015. ໃນ 3 ປີຜ່ານມາ, ກະຊວງ MOM ໄດ້ຈັດຕັ້ງ ການສະກັດກັ້ນ ແລະ ປະຕິບັດລະບຽບຕໍ່ກັບ 98 ທຸລະກິດ ທີ່ລັກລອບນຳເອົາແຮງງານ ບໍ່ທັນເຖິງກະສຽນອາຍຸ ເຂົ້າມາເຮັດວຽກ ຕາມກົດໝາຍຂອງປະເທດ ທີ່ໄດ້ກຳນົດໄວ້.

ການນຳເຂົ້າແຮງງານຕ່າງດ້າວ ທີ່ມີອາຍຸຕ່ຳກວ່າ 13 ປີ ຈາກ ມຽນມາ

+ ຕົວຢ່າງ ເຊັ່ນ:

ເດືອນພຶດສະພາ 2018, 2 ທຸລະກິດ ຖືກດຳເນີນລະບຽບປັບໄໝ ໃນສະຖານລະເມີດລະບຽບການນຳເຂົ້າແຮງງານຕ່າງດ້າວ ທີ່ມີອາຍຸຕ່ຳກວ່າ 13 ປີ ຈາກ ມຽນມາ ເປັນເງິນຈຳນວນ 5.000 SGD ຫຼື ປະມານ 3.680 ໂດລາສະຫະລັດ, ພ້ອມທັງລົງໂທດ ຕັດອິດສະຫຼະພາບຈຳຄຸກ 6 ເດືອນ ແລະ ຖອນໃບດຳເນີນທຸລະກິດ ທັງໝົດ.

ທ່ານ John Gee ປະທານສະຖາບັນຄົ້ນຄວ້າ Transient Workers Count Too ( TWC2 ) ໃຫ້ຮູ້ວ່າ:

ຍິງສາວເກືອບທັງໝົດ ທີ່ຍັງເປັນເດັກ ອາຍຸບໍ່ຮອດ 18 ປີ ລ້ວນແຕ່ມາຈາກ ປະເທດມຽນມາ ເພາະວ່າ ການເຄື່ອນໄຫວຄັດເລືອກ, ຕົວະຍົວະເອົາ ຫຼື ປະກອບເອກະສານ ໃນປະເທດດັ່ງກ່າວ ແມ່ນ ສະດວກສະບາຍ.

ນອກນັ້ນ, ທ່ານຍັງເປີດເຜີຍອີກວ່າ: ກຸ່ມເຄື່ອນໄຫວ ປະກອບກິດຈະການນຳແຮງງານຕ່າງຊາດ ເຂົ້າມາປະເທດ ຈະໄດ້ເງິນຫຼາຍ ຫຼື ໜ້ອຍນັ້ນ ມັນຂຶ້ນຢູ່ກັບຕົວເລກຂອງ ແຮງງານຊ່ວຍວຽກ ທີ່ໄດ້ຮັບການສະເໜີຂອງ ບັນດາຄອບຄົວ ໃນສິງກະໂປ.

ຍິງສາວເກືອບທັງໝົດ ທີ່ຍັງເປັນເດັກ ອາຍຸບໍ່ຮອດ 18 ປີ

ທ່ານໄດ້ກ່າວຕື່ມ ວ່າ:

ຄົນທີ່ເຂົ້າມາເຮັດວຽກເປັນ ແມ່ບ້ານ, ສ່ວນຫຼາຍແມ່ນ ນຳໃຊ້ໜັງສືຜ່ານແດນ ທີ່ປອມແປງຂໍ້ມູນ; ໂດຍສະພາະແມ່ນ ກ່ຽວກັບ ວັນເດືອນປີເກີດ. ດັ່ງນັ້ນ, ບໍ່ມີໃຜ ສາມາດຮູ້ໄດ້ວ່າ ຜູ້ກ່ຽວອາຍຸຍັງນ້ອຍ ຫຼື ຍັງບໍ່ເຖິງກະສຽນອາຍຸ ແລະ ກວ່າກະຮູ້ໄດ້ແມ່ນ ຕ້ອງເບິ່ງຮູບຮ່າງໜ້າຕາຂອງພວກເຂົາ.

ເມື່ອແຮງງານເດີນທາງຮອດ ປະເທດສິງກະໂປ, ຄ່າໃຊ້ຈ່າຍທັງໝົດ ລວມມີ: ຄ່າເດີນທາງ, ຄ່າອາຫານ ແລະ ຄ່າບໍລິການຕ່າງໆ ເລີ່ມສູງຂຶ້ນ; ດັ່ງນັ້ນ, ບັນດາຜູ້ທີ່ຕ້ອງການມາເຮັດວຽກ ບໍ່ມີທາງເລືອກອື່ນ ເພື່ອຢາກໄປເຮັດວຽກ ຈຶ່ງຕ້ອງໄດ້ຕົວະອາຍຸ ປະກອບເຮັດໜັງສືຜ່ານແດນຂອງພວກເຂົາ; ຖ້າບໍ່ດັ່ງນັ້ນ, ຫາກຂ້າມໄປແລ້ວ ຖືກກວດພົບວ່າ: ອາຍຸຍັງບໍ່ເຖິງກະສຽນ, ພວກເຂົາ ກໍຈະຖືກສົ່ງກັບຄືນປະເທດ ພ້ອມທັງມີໜີ້ສິນຕິດໂຕກັບໄປ ແລະ ນອກຈາກຈະບໍ່ໄດ້ຮັບເງິນຈາກ ສູນແຮງງານ ທີ່ຮັບໄປເຮັດວຽກ ໃນສິງກະໂປແລ້ວ ກໍຍັງຕ້ອງຮັບຜິດຊອບໜີ້ສິນ ທີ່ສູງກວ່າລະດັບເງິນເດືອນຂອງຕົນ ທີ່ເຮັດວຽກໃນປະເທດມຽນມາ ນຳອີກ.

( ຕິດຕາມຕອນຕໍ່ໄປ… )