ຈຳນວນແຮງງານ ທີ່ມາເຮັດວຽກ ຢູ່ປະເທດສິງກະໂປ, ສ່ວນຫຼາຍມາຈາກ ມຽນມາ, ຟິລິບປິນ ແລະ ອິນໂດເນເຊຍ
ຈຳນວນແຮງງານ ທີ່ມາເຮັດວຽກ ຢູ່ປະເທດສິງກະໂປ, ສ່ວນຫຼາຍມາຈາກ ມຽນມາ, ຟິລິບປິນ ແລະ ອິນໂດເນເຊຍ

ຄ່າແຮງງານຂອງພວກກ່ຽວ ທີ່ມາເປັນ ແມ່ບ້ານ ໃນສິງກະໂປ ນັ້ນ ຈະໄດ້ຮັບປະມານ 381 SGD ( ສະກຸນເງິນສິງກະໂປ ) ຫຼື ປະມານ 280 ໂດລາຕໍ່ເດືອນ ແລະ ຈາກນັ້ນເງິນເດືອນຂອງແຮງງານດັ່ງກ່າວນີ້ ແມ່ນຫຼຸດລົງເຫຼືອ 158 SGD  ຫຼື 116 ໂດລາ. ໃນຂະນະທີ່, ຕົວເລກລາຍຮັບສະເລ່ຍຂອງ ຄົນສິງກະໂປ ແມ່ນ 3.694 SGD ຕໍ່ເດືອນ, ນັ້ນກໍໝາຍຄວາມວ່າ: ລາຍຮັບຂອງແຮງງານຕ່າງປະເທດ ຈະເທົ່າກັບ 1/10 ຂອງລາຍຮັບສະເລ່ຍຂອງຄົນໃນປະເທດ.

ທ່ານ John Gee ໄດ້ອະທິບາຍຕື່ມວ່າ:

ບັນດາອົງການທີ່ກ່ຽວຂ້ອງ ໃນສິງກະໂປ ມີຄວາມເຊື່ອໝັ້ນວ່າ: ທຸກວຽກງານທີ່ເປັນ ການພົວພັນລະດັບປະເທດ ທີ່ມີອົງການກ່ຽວຂ້ອງ ປະຈຳຢູ່ ແມ່ນໄດ້ເຮັດໜ້າທີ່ກວດກາ ຢ່າງລະອຽດ ແລະ ລະມັດລະວັງ ໂດຍສະເພາະແມ່ນ ກວດກາກ່ຽວກັບເກນອາຍຸຂອງ ບັນດາຍິງສາວ; ຖ້າບໍ່ດັ່ງນັ້ນ, ການຮ່ວມມືລະຫວ່າງ 2 ປະເທດຈະພົບຄວາມຫຍຸ້ງຍາກ ໃນອະນາຄົດ.

ຍິງສາວເກືອບທັງໝົດ ທີ່ຍັງເປັນເດັກ ອາຍຸບໍ່ຮອດ 18 ປີ

ເມື່ອປີ 2014, ປະເທດມຽນມາ ໄດ້ອອກຄຳສັ່ງຫ້າມ ທຸກແຮງງານ ທີ່ເປັນເພດຍິງ ເດີນທາງອອກນອກປະເທດ ເພື່ອໄປເປັນແຮງງານຊ່ວຍວຽກ ໃຫ້ກັບບັນດາຄອບຄົວທີ່ຕ່າງປະເທດ; ແຕ່ເຖິງຢ່າງໃດກໍຕາມ, ຂໍ້ຫ້າມດັ່ງກ່າວ ຍັງບໍ່ສາມາດປະຕິບັດໄດ້ເຕັມ 100% ເພາະວ່າຕາມສະຖານທີ່ຕ່າງໆ ລວມທັງຕາມບ້ານໃນທົ່ວປະເທດ ຍັງມີການໂຄສະນາຂອງ ອົງການຈັດຫາງານ ວ່າ: ແຕ່ລະຄອບຄົວຈະບໍ່ທຸກຍາກ ອີກຕໍ່ໄປ ຖ້າຫາກໃຫ້ລູກສາວຂອງຕົນ ໄປເຮັດວຽກ ຢູ່ທີ່ປະເທດສິງກະໂປ.

ເມື່ອເປັນແນວນັ້ນ, ທຸກຄົນທີ່ສົນໃຈ ຈຶ່ງສົ່ງລູກໄປເຮັດວຽກຕາມການປະກາດຂ່າວ ແລະ ເມື່ອມາຕິດຕໍ່ພົວພັນ, ບໍລິສັດຈັດຫາງານ ເຫຼົ່ານັ້ນ ກໍຈະຮັບຜິດຊອບຄ່າແລ່ນເອກກະສານ ແລະ ຄ່າໃຊ້ຈ່າຍໃຫ້ທັງໝົດ; ແຕ່ເງິນຈຳນວນຫຼາຍເຫຼົ່ານັ້ນ ກໍກາຍເປັນພາລະຂອງແຮງງານເອງ ທີ່ຈະເປັນຄົນຈ່າຍຄືນ ໂດຍທາງບໍລິສັດ ຈະມີວິທີຫັກເອົາ ໃນເງິນເດືອນຂອງແຮງງານ ນັ້ນໆ.

ຕາມກົດໝາຍຂອງ ສິງກະໂປ ໄດ້ລະບຸກ່ຽວກັບ ເກນອາຍຸຂອງຄົນ ທີ່ຈະມາອອກແຮງງານ ຫຼື ເຮັດວຽກຫາເງິນ ຢູ່ພາຍໃນປະເທດ ວ່າ: ຕ້ອງມີອາຍຸແຕ່ 23 ປີ ຂຶ້ນໄປ; ແຕ່ເຖິງ ຈະມີກົດໝາຍລະບຸອອກມາແນວນັ້ນກໍຕາມ, ພວກກຸ່ມລັກລອບຄ້າມະນຸດ ຫຼື ກຸ່ມນັກທຸລະກິດ ທີ່ເຮັດກິດຈະການກ່ຽວກັບແຮງງານ ກໍຍັງນຳໃຊ້ການຊື້ຈ້າງ, ໃຫ້ສິນບົນ ພະນັກງານ, ໂດຍສະເພາະ ພະນັກງານ ໃນກົມຕຳຫຼວດຄຸ້ມຄອງຄົນເຂົ້າ – ອອກເມືອງ ຂອງປະເທດມຽນມາ ເພື່ອຈັດການປ່ຽນແປງ ວັນເດືອນປີເກີດ ໃນປຶ້ມຜ່ານແດນ ແລະ ອະນຸຍາດໃຫ້ພວກເຂົາ ນຳສົ່ງບັນດາຍິງສາວ ທີ່ບໍ່ທັນເຖິງກະສຽນອາຍຸ ໄປເຮັດວຽກຢູ່ຕ່າງປະເທດ.

ມີຈຳນວນແຮງງານ ຢ່າງໜ້ອຍ 240.000 ຄົນ ທີ່ເຮັດໜ້າທີ່ເປັນ ຜູ້ຊ່ວຍວຽກເຮືອນ ( ແມ່ບ້ານ )

ບໍ່ພຽງເທົ່ານີ້, ທ່ານ John Gee ຍັງກ່າວຕື່ມອີກ ວ່າ:

ຂໍ້ກຳນົດໃນກົດໝາຍດັ່ງກ່າວ ຈະເປັນຜົນດີ ແລະ ເປັນການປົກປ້ອງບັນດາສິດທິ ແລະ ປ້ອງກັນການໃຊ້ຄວາມຮຸນແຮງ ຫຼື ບັງຄັບແຮງງານຂອງແມ່ຍິງ ແຕ່ຜົນໄດ້ຮັບ ກັບເປັນຄົນລະຢ່າງ ຄື: ຜູ້ຍິງຈຳນວນຫຼາຍຄົນ ທີ່ເດີນທາງອອກຈາກ ມຽນມາ ຈະມີ ຫຼື ບໍ່ມີ ການຮ່ວມມືຂອງ ອົງການຈັດຕັ້ງຂັ້ນທ້ອງຖິ່ນ ກໍຕາມ; ເມື່ອມີວຽກເຮັດທີ່ ປະເທດສິງກະໂປ ແລ້ວ ບັນດາຍິງເຫຼົ່ານີ້ ມີໂອກາດຖືກຂົ່ມຂູ່ ຫຼື ໄດ້ຮັບບາດເຈັບຫຼາຍກວ່າ ເພາະວ່າ ພວກເຂົາບໍ່ມີສິດ ທີ່ຈະຮ້ອງຟ້ອງ ຫຼື ກ້າຕອບໂຕ້ໃດໆກັບ ນາຍຈ້າງ.

ອົງການ MOM ໄດ້ຢືນຢັນ ຜົນການສືບສວນ ເຫດການທີ່ເກີດຂຶ້ນກັບ ນາງ Ma Wain Wain ທີ່ເກີດອຸບັດຕິເຫດຕົກລົງຈາກ ຕຶກອາພາດເມັ້ນ ເສຍຊີວິດນັ້ນວ່າ: ເປັນເລື່ອງຈິງ ເພາະພວກເຂົາເຮັດວຽກຮັບໃຊ້ໃຫ້ກັບຄອບຄົວ ບາງຄັ້ງອາດໄປເຊັດຖູ ແວ່ນແກ້ວ, ປະຕູປ່ອງຢ້ຽມ ແລະ ຕາກເຄື່ອງຕາມພະນັກນອກເຮືອນ ເຊິ່ງອາດເກີດເຫດພະລາດມື່ນຕົກລົງພື້ນ ເສຍຊີວິດໄດ້.

ໃນປີ 2012, ອົງການ MOM ໄດ້ອອກລະບຽບ ກ່ຽວກັບ ບຸກຄົນ ຫຼື ອົງການໃດໜຶ່ງ ທີ່ນຳໃຊ້ແຮງງານ ຫຼື ໃຫ້ຜູ້ເຮັດວຽກນັ້ນ ເຮັດສິ່ງໃດໜຶ່ງເກີນຄວາມສາມາດ ແລະ ສ່ຽງເປັນອັນຕະລາຍ ວ່າ: ຖ້າມີອົງການໃດ ຍັງລະເມີດ ຈະຖືກປັບໃໝ ຫຼື ສັ່ງໂຈະການດຳເນີນທຸລະກິດ; ແຕ່ເຖິງຢ່າງໃດກໍຕາມ, ກໍຍັງມີພາກສ່ວນທີ່ຍັງລະເມີດຢູ່ ໂດຍນຳໃຊ້ແຮງງານບໍ່ຖືກຕ້ອງ ຕາມຂໍ້ກຳນົດກົດໝາຍ ຫຼື ລັກລອບນຳເດັກ ທີ່ບໍ່ທັນເຖິງເກນອາຍຸ ເຂົ້າມາເຮັດວຽກ ຫຼື ປະກອບເຂົ້າເຮັດວຽກທີ່ສາມາດສ້າງລາຍຮັບໃຫ້ຕົນເອງ.

ການນຳເຂົ້າແຮງງານຕ່າງດ້າວ ທີ່ມີອາຍຸຕ່ຳກວ່າ 13 ປີ ຈາກ ມຽນມາ

ປັດຈຸບັນ ຍັງມີອີກຫຼາຍກໍລະນີ ໃນທົ່ວໂລກ ທີ່ຍັງມີແຮງງານ ເຊິ່ງພົບກັບ ບັນຫາຫຍຸ້ງຍາກທາງດ້ານຮ່າງກາຍ ແລະ ຈິດໃຈ; ໂດຍສະເພາະແມ່ນ ຖືກກົດຂີ່ຂູດຮີດແຮງງານ ຫຼື ທຸກຢ່າງທີ່ບໍ່ດີ ລວມໄປເຖິງ ການທໍລະມານຮ່າງກາຍ, ການລ່ວງລະເມີດທາງເພດ, ຖືກກັກຂັງ, ເຮັດວຽກເກີນໂມງ – ເວລາ ຫຼື ເຮັດວຽກ ແຕ່ບໍ່ໄດ້ເງິນເດືອນ, ບໍ່ມີປະກັນສຸຂະພາບ ແລະ ເຮັດວຽກ ແບບບໍ່ມີມື້ພັກ.

ນັ້ນແມ່ນ ປະກົດການທີ່ສາມາດຮັບຮູ້ໄດ້ ຈາກການລາຍງານຂອງ ການຈັດຕັ້ງມະນຸດສະທຳ Human Rights Watch ( HRW ) ເຊິ່ງໄດ້ລາຍງານຫຍໍ້ ກ່ຽວກັບ ຄວາມໂຫດຮ້າຍຂອງແຮງງານເພດຍິງ ທີ່ອອກໄປເຮັດວຽກເປັນ ແມ່ບ້ານ ຢູ່ຕາມບັນດາປະເທດຕ່າງໆ ເຊັ່ນ: ElSalvador, Guatemala, Indonesia, Malaysia, Morocco, Philippines, Saudi Arabia, SriLanka, Togo, UAE ແລະ ອາເມລິກາ, ແຕ່ ສິງກະໂປ ບໍ່ໄດ້ນອນຢູ່ໃນບັນດາປະເທດດັ່ງກ່າວ.

The End – ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ