ເຕືອນໄພ! ໂກງເງິນຮູບແບບໃໝ່ ພຽງກົດ “ຕົກລົງ” ຖືກດູດເງິນໃນບັນຊີ ຈົນກ້ຽງ

0
3823

ໃນວັນທີ 5 ກໍລະກົດ ທີ່ຜ່ານມາ, ແຟນເພກ ສູນປາບປາມອາດຍາກໍາ ທາງເຕັກໂນໂລຊີ ຂໍ້ມູນຂ່າວສານ ສໍານັກງານ ຕໍາຫຼວດແຫ່ງຊາດ ປະເທດໄທ ໂພສເຕືອນໄພ ພ້ອມລະບຸຂໍ້ຄວາມ ວ່າ: “ ໂກງເງິນແບບໃໝ່ ດູດເງິນໃນບັນຊີທະນາຄານ ‘ໝົດກ້ຽງ’ ໃຊ້ເວລາບໍ່ຮອດນາທີ ຢ່າກົດຕົກລົງເດັດຂາດ ຖ້າບໍ່ຢາກໝົດຕົວ ”; ໂດຍຜູ້ເສຍຫາຍສ່ວນໃຫຍ່ ຈະເປັນຜູ້ຂາຍສິນຄ້າອອນລາຍ ເຊິ່ງມັກຈະເປີດເຜີຍ ເລກບັນຊີທະນາຄານ ແລະ ຖືກຄົນຮ້າຍເຂົ້າມາເຮັດທ່າທີເປັນລູກຄ້າ ມາຊື້ສິນຄ້າອອນລາຍ ແລະ ຂໍເລກປະຈໍາຕົວປະຊາຊົນ, ເບີໂທລະສັບ ແລະ ຂໍ້ມູນສ່ວນບຸກຄົນອື່ນໆ ໃນບັດປະຊາຊົນຂອງຜູ້ເສຍຫາຍ.

ທັງນີ້, ຄົນຮ້າຍ ຈະນຳເອົາຂໍ້ມູນບຸກຄົນເຫຼົ່ານັ້ນ ໄປເປີດ ບັນຊີກະເປົ໋າເງິນ ອີເລັກໂຕຣນິກ ໃໝ່ຂຶ້ນ ແລະ ຕັ້ງຄ່າບັນຊີກະເປົ໋າເງິນ ອີເລັກໂຕຣນິກ ໃຫ້ເຊື່ອມເຂົ້າກັບ ບັນຊີທະນາຄານ ຂອງຜູ້ເສຍຫາຍ; ຈາກນັ້ນ, ຜູ້ເສຍຫາຍ ຈະໄດ້ຮັບຂໍ້ຄວາມການແຈ້ງເຕືອນຜ່ານໂທລະສັບມືຖື ໃນຮູບແບບທີ່ວ່າ: “ ທ່ານຕ້ອງການທີ່ຈະໃຫ້ ບັນຊີທະນາຄານຂອງເຈົ້າ ເຊື່ອມຕໍ່ກັບ ກະເປົ໋າເງິນ ອີເລັກໂທຣນິກ ຫຼື ບໍ ”; ແຕ່ວ່າ ການແຈ້ງເຕືອນນັ້ນ ມີຂໍ້ຄວາມຄ້ອນຂ້າງຍາວ ຈຶ່ງເຮັດໃຫ້ ຜູ້ເສຍຫາຍຫຼາຍຄົນ ບໍ່ຢາກອ່ານ ແລະ ຄິດວ່າ ບໍ່ໜ້າຈະມີອັນຕະລາຍຫຍັງເກີດຂຶ້ນ.

ເມື່ອຜູ້ເສຍຫາຍ ກົດ “ ຍອມຮັບ ” ຫຼື “ ຕົກລົງ ” ເທິງ Mobile Banking App ການເຊື່ອມຕໍ່ບັນຊີລະຫວ່າງ ບັນຊີ Mobile Banking ຂອງຜູ້ເສຍຫາຍ ກັບ ບັນຊີກະເປົ໋າເງິນ ອີເລັກໂຕຣນິກຂອງຄົນຮ້າຍ ກໍຈະສົມບູນ; ດ້ວຍເຫດນີ້, ຈຶ່ງເຮັດໃຫ້ ຄົນຮ້າຍ ສາມາດລັກລອບໂອນເງິນອອກຈາກ ບັນຊີທະນາຄານຂອງຜູ້ເສຍຫາຍ ຜ່ານຊ່ອງທາງ Mobile Banking ໄປຍັງ ບັນຊີກະເປົ໋າເງິນ ອີເລັກໂຕຣນິກຂອງຄົນຮ້າຍ ຈົນໝົດ ໂດຍໃຊ້ເວລາບໍ່ຮອດນາທີ.

ສໍາລັບ ວິທີການຍົກເລີກ ການຜູກບັນຊີ Mobile Banking ກັບ True Wallet ເຈົ້າຂອງບັນຊີ ຕ້ອງນໍາ ປຶ້ມບັນຊີ, ບັດປະຊາຊົນ ແລະອື່ນໆ ໄປເຮັດການຍົກເລີກເອງ ທີ່ສາຂາເທົ່ານັ້ນ ບໍ່ສາມາດກົດຍົກເລີກໄດ້ຈາກແອບພິເຄຊັນໃດໆ ແລະ ຂໍໃຫ້ອ່ານຂໍ້ຄວາມທີ່ແຈ້ງເຕືອນມານັ້ນ ໃຫ້ລະອຽດ ຫາກອ່ານແລ້ວບໍ່ເຂົ້າໃຈ ກໍບໍ່ຕ້ອງຕອບ ຕົກລົງ ເພາະວ່າ ຖ້າແຕະໜ້າຈໍພຽງຄັ້ງດຽວ ອາດຈະເຮັດໃຫ້ເງິນຂອງທ່ານ ຖືກຖອນອອກຈົນໝົດຈາກບັນຊີ ກໍເປັນໄດ້.