ສຳນັກຂ່າວ BBC ລາຍງາຍ ໃນທ້າຍອາທິດນີ້ ວ່າ: ປ່າຝົນອາເມຊອນ ເຊິ່ງເປັນພື້ນທີ່ປ່າດົງດິບ ອັນກວ້າງໃຫຍ່ທີ່ສຸດຂອງໂລກ ກຳລັງຖືກທຳລາຍຢ່າງໄວວາ ໂດຍຂໍ້ມູນຈາກພາບຖ່າຍດາວທຽມ ຊີ້ວ່າ: ມີການຖາງປ່າກິນພື້ນທີ່ຂະໜາດເທົ່າ ສະໜາມເຕະບານໜຶ່ງແຫ່ງ ໃນທຸກໆ 1 ນາທີ.

ຄວາມຈິງທີ່ວ່າ ສະໜາມເຕະບານຂະໜາດມາດຕະຖານ ສຳລັບທີມກິລາມືອາຊີບ ມີພື້ນທີ່ປະມານ 7.140 ແມັດກາເລ ຈຶ່ງເຮັດໃຫ້ອັດຕາການຕັດໄມ້ທຳລາຍປ່າ ທີ່ເກີດຂຶ້ນນີ້ ໜ້າຕົກໃຈຫຼາຍ ເນື່ອງຈາກປ່າອາເມຊອນນັ້ນ ເປັນແຫຼ່ງດູດຊຶມ ແລະ ກັກເກັບທາດຄາບອນທີ່ສຳຄັນ ເຊິ່ງຊ່ວຍຊະລໍການເກີດພາວະໂລກຮ້ອນ.

ເຈົ້າໜ້າທີ່ລະດັບສູງຂອງ ລັດຖະບານເບຼຊິນ ຜູ້ບໍ່ປະສົງອອກນາມ ບອກກັບ BBC ວ່າ: ລັດຖະບານໃໝ່ ເຊິ່ງຢຶດຖືອຸດົມການຝ່າຍຂວາຂອງ ປະທານາທິບໍດີ ຈາອີ ໂບນໂຊນາໂຣ ສະໜັບສະໜູນການຖາງປ່າອາເມຊອນ ໃນຄັ້ງນີ້ ເພາະເຫັນແກ່ການພັດທະນາເສດຖະກິດຫຼາຍກວ່າ ການອະນຸລັກສິ່ງແວດລ້ອມ.

+ ນັກຕັດໄມ້ ຖາງປ່າດ້ວຍວິທີໃດ?

ຈາກການສຳຫຼວດຂອງທີມຂ່າວ BBC ພົບວ່າ:

ສ່ວນຫຼາຍ ຈະມີການໃຊ້ລົດດັນດິນ ເຂົ້າດັນລຳຕົ້ນ ເພື່ອຖອນຮາກໄມ້ທີ່ຢູ່ຕື້ນໃຫ້ຫຼຸດອອກພົ້ນຈາກພື້ນດິນ ຫຼື ໃຊ້ເຄື່ອງຈັກຄູ່ ເຊິ່ງມີເລື່ອຍໂຊ້ ເຊື່ອມຕົງກາງ ລຸຍຕັດໄປຂ້າງໜ້າ; ເຊິ່ງທ່ອນໄມ້ ແລະ ຊິ້ນໄມ້ ທີ່ໄດ້ ຈະຖືກນຳໄປຂາຍ ຫຼື ຈູດຖິ້ມ; ສ່ວນຜືນດິນທີ່ວ່າງເປົ່າ ຈະຖືກປັບໃຫ້ເປັນພື້ນທີ່ເຮັດ ການກະສິກຳ ຕໍ່ໄປ.

ທີມຂ່າວ ຍັງພົບວ່າ:

ພື້ນດິນບໍລິເວນທີ່ຕົ້ນໄມ້ຖືກຕັດໄປໃໝ່ໆນັ້ນ ແຫ້ງກະດ້າງ ເພາະຖືກແສງແດດທີ່ແຜດເຜົາ ຢ່າງຮຸນແຮງ ຫຼັງຈາກຂາດຮົ່ມເງົາ, ໃນບາງພື້ນທີ່ ພວກລັກລອບຕັດໄມ້ ໂດຍຜິດກົດໝາຍ ຈະຖາງທາງໃໝ່, ແຫວກທົ່ງຫຍ້າ ແລະ ພຸ່ມໄມ້ທຶບ ຕົງໄປສູ່ຕົ້ນໄມ້ໃຫຍ່ ເຊິ່ງເປັນໄມ້ເນື້ອແຂງ ມີລາຄາທີ່ຕ້ອງການຕັດໂຄ່ນ; ຈາກນັ້ນ, ແກ້ງຕັກໄມ້ ຈະນຳສິນຄ້າໄປຈຳໜ່າຍໃນຕະຫຼາດມືດ ແລະ ຫຼາຍຄັ້ງ ການຕັດໄມ້ ມີຂຶ້ນຕາມຄຳສັ່ງຊື້ໂດຍກົງ ຈາກລູກຄ້າຄົນພິເສດ.

ພາບຖ່າຍດາວທຽມ ຈາກປີ 1984 ປຽບທຽບກັບ ປີ 2018
ພາບຖ່າຍດາວທຽມ ຈາກປີ 1984 ປຽບທຽບກັບ ປີ 2018

ພາບຖ່າຍດາວທຽມ ຈາກປີ 1984 ເຜີຍໃຫ້ເຫັນພື້ນທີ່ຕັດໄມ້ ໃນຂອບເຂດຈຳກັດ ໃກ້ເມືອງຊານຕາເຣມ ໃນຂະນະທີ່ໃນປີ 2018 ເຫັນໄດ້ຊັດວ່າ ພື້ນທີ່ປ່າ ຖືກທຳລາຍຂະຫຍາຍວົງກວ້າງຫຼາຍ.

+ ຜົນກະທົບທີ່ເກີດຂຶ້ນກັບ ປ່າອາເມຊອນ ໄດ້ແກ່ຫຍັງແດ່?

ພາບຖ່າຍດາວທຽມ ສະແດງໃຫ້ເຫັນ ວ່າ: ພື້ນທີ່ປ່າທີ່ຖືກຖາງໄປ ມີເພີ່ມຫຼາຍຂຶ້ນ ໃນໄລຍະເຄິ່ງທຳອິດຂອງປີນີ້ ເຊິ່ງກົງກັບ ການຮັບຕຳແໜ່ງຂອງ ປະທານາທິບໍດີ ຈາອີ ໂບນໂຊນາໂຣ ຂອງເບຼຊິນ ປະເທດຜູ້ເປັຮເຈົ້າຂອງຜືນປ່າສ່ວນຫຼາຍ ໃນແຖບລຸ່ມແມ່ນໍ້າອາເມຊອນ.

ສະຖານະການຍິ່ງຮ້າຍແຮງຂຶ້ນ ໃນໄລຍະ 2 ເດືອນ ທີ່ຜ່ານມາ ໂດຍມີຜືນປ່າຖືກທຳລາຍ ຄິດເປັນພື້ນທີ່ໂດຍສະເລ່ຍ 1 ເຮັກຕາ ຫຼື 1 ໝື່ນແມັດກາເລ ໃນທຸກໆນາທີ, ຈຸດປະສົງຫຼັກໃນການຖາງປ່າເຫຼົ່ານີ້ ຄື ຕ້ອງການເພີ່ມພື້ນທີ່ທົ່ງຫຍັາລ້ຽງສັດ.

ຈຸດປະສົງຫຼັກໃນການຖາງປ່າເຫຼົ່ານີ້ ຄື ຕ້ອງການເພີ່ມພື້ນທີ່ທົ່ງຫຍັາລ້ຽງສັດ
ຈຸດປະສົງຫຼັກໃນການຖາງປ່າເຫຼົ່ານີ້ ຄື ຕ້ອງການເພີ່ມພື້ນທີ່ທົ່ງຫຍັາລ້ຽງສັດ

ຕະຫຼອດໄລຍະທົດສະວັດ ທີ່ຜ່ານມາ, ລັດຖະບານກາງໃນອະດີດ ຂອງເບຼຊິນ ໄດ້ພະຍາຍາມແກ້ໄຂບັນຫາ ການຕັດໄມ້ທຳລາຍປ່າ ໂດຍດຳເນີນໂຄງການການຮ່ວມມືກັບ ລັດຖະບານທ້ອງຖິ່ນ ແລະ ສັ່ງປັບ ຜູ້ລະເມີດກົດໝາຍ ຢ່າງຈິງຈັງ ຈົນສະຖິຕິການຕັດໄມ້ ໃນປ່າອາເທຊອນ ຫຼຸດລົງຫຼາຍ.

ແຕ່ແນວໃດກໍຕາມ, ທ່າອ່ຽງທີ່ດີຕໍ່ ການອະນຸລັກດັ່ງກ່າວ ຖືກຢັບຢັ້ງໂດຍລັດຖະບານຂອງ ປະທານາທິບໍດີ ໂບນໂຊນາໂຣ ເຊິ່ງບໍ່ເຫັນດ້ວຍກັບ ນະໂຍບາຍລົງໂທດ ຜູ້ຕັດໄມ້ທຳລາຍປ່າ ໃນອະດີດ ເຮັດໃຫ້ສະຖິຕິການຈັບກຸມອາຍັດຂອງກາງ ຈາກແກ້ງຕັດໄມ້ ຫຼຸດຕໍ່າລົງຫຼາຍ ໃນລັດຖະບານປັດຈຸບັນ ລວມທັງ ການຕັດສິນໂທດ ຜູ້ກະທຳຜິດ ໃນຄະດີ ອາຊະຍາກຳທາງສິ່ງແວດລ້ອມ ກໍຫຼຸດໜ້ອຍຖອຍລົງ ໄປດ້ວຍ.

ປະທານາທິບໍດີ ຈາອີ ໂບນໂຊນາໂຣ
ປະທານາທິບໍດີ ຈາອີ ໂບນໂຊນາໂຣ

+ ຜົນກະທົບຕໍ່ ສິ່ງແວດລ້ອມໂລກ

ຕົ້ນໄມ້ຫຼາຍພັນລ້ານຕົ້ນ ໃນປ່າອາເມຊອນ ຊ່ວຍດູດຊຶມ ທາດຄາບອນ ປະລິມານມະຫາສານເອົາໄວ້ ເພື່ອບໍ່ໃຫ້ຫຼຸດອອກໄປສູ່ຊັ້ນບັນຍາກາດ ໂດຍມີວົງຈອນກັກເກັບສະສົມ ຄາບອນ ທີ່ເຮັດວຽກມາດົນຫຼາຍພັນປີແລ້ວ.

ໃບໄມ້ໃນປ່າ ຊ່ວຍດູດຊຶມ ກ໊າສຄາບອນໄດອອກຊາຍ ປະລິມານຫຼາຍ ໃນທຸກໆປີ ແຕ່ຖ້າຫາກຂະບວນການນີ້ຖືກລົບກວນແລ້ວ ກ໊າສເຮືອນແກ້ວ ຈະຖືກຖິ້ມໃຫ້ຫຼົງເຫຼືອຢູ່ໃນຊັ້ນບັນຍາກາດໂລກ ຈົນເຮັດໃຫ້ອຸນຫະພູມເພີ່ມຂຶ້ນ ແລະ ເກີດການປ່ຽນແປງຂອງ ສະພາບອາກາດ ໄດ້.

ຕົວເລກປະມານການຫຼ້າສຸດ ລະບຸວ່າ:

ຕົ້ນໄມ້ໃນປາຝົນອາເມຊອນ ໄດ້ດູດຊຶມ ກ໊າສຄາບອນໄດອອກຊາຍ ໄວ້ລວມກັນ ຄິດເປັນປະລິມານເທົ່າກັບ ການປ່ອຍກ໊າສດັ່ງກ່າວ ຈາກການໃຊ້ເຊື້ອໄຟຟອສຊິວຂອງ 9 ປະເທດ ໃນແຖບລຸ່ມແມ່ນໍ້າອາເມຊອນ ລະຫວ່າງປີ 1980 – 2010.

ຊົນເຜົ່າພື້ນເມືອງອີກຫຼາຍກວ່າ 1 ລ້ານຄົນ ໃຊ້ປ່າແຫ່ງນີ້ ເປັນທີ່ຢູ່ອາໄສ
ຊົນເຜົ່າພື້ນເມືອງອີກຫຼາຍກວ່າ 1 ລ້ານຄົນ ໃຊ້ປ່າແຫ່ງນີ້ ເປັນທີ່ຢູ່ອາໄສ

ປ່າອາເມຊອນ ເປັນພື້ນທີ່ທີ່ມີຄວາມຫຼາກຫຼາຍທາງຊີວະພາບສູງທີ່ສຸດໃນໂລກ ໂດຍເປັນບ້ານຂອງພືດ ແລະ ສັດ ຈຳນວນເຖິງ 1 ໃນ 10 ຂອງທຸກສາຍພັນໃນໂລກ, ມີຊົນເຜົ່າພື້ນເມືອງອີກຫຼາຍກວ່າ 1 ລ້ານຄົນ ທີ່ຍັງໃຊ້ປ່າແຫ່ງນີ້ ເປັນທີ່ຢູ່ອາໄສ ໂດຍດຳລົງຊີວິດຈາກການລ່າສັດ ແລະ ເກັບເຄື່ອງປ່າຂອງດົງ.