ຄົນຂັບຫຼັບໃນ ເປັນເຫດລົດຕົກທາງດ່ວນ ເສຍຊີວິດ 29 ບາດເຈັບກວ່າ 20

0
1249

ສຳນັກຂ່າວ BBC ລາຍງານ ໃນວັນທີ 8 ກໍລະກົດ ທີ່ຜ່ານມາ ວ່າ: ລົດເມ ຫຼື ລົດໂດຍສານ 2 ຊັ້ນ ທີ່ບັນທຸກຜູ້ໂດຍສານປະມານ 50 ຄົນ ປະສົບອຸບັດຕິເຫດແລ່ນຕົກ ທາງດ່ວນຢະມຸນາ ບໍລິເວນໃກ້ເມືອງອັກຣະ ລັດອຸດຕອນປະເທດ ທາງພາກເໜືອຂອງປະເທດອິນເດຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 29 ຄົນ ແລະ ອີກຫຼາຍກວ່າ 20 ຄົນ ໄດ້ຮັບບາດເຈັບ.

ຂະນະທີ່ ສື່ທ້ອງຖິ່ນ ລະບຸຈາກແຫຼ່ງຂ່າວດ້ານການສອບສວນ ວ່າ:

ຄົນຂັບລົດຫຼັບໃນ ແລະ ສູນເສຍການຄວບຄຸມ ຈຶ່ງເປັນເຫດໃຫ້ລົດໂດຍສານຄັນດັ່ງກ່າວ ແລ່ນຈາກທາງດ່ວນຕົກລົງໄປກະທົບກັບພື້ນດິນ.

Onlookers and Indian police gather around the crumpled remains of a bus that crashed on the Delhi-Agra expressway on Monday
Onlookers and Indian police gather around the crumpled remains of a bus that crashed on the Delhi-Agra expressway on Monday

ທັ້ງນີ້, ອິນເດຍ ມີອຸບັດຕິເຫດທາງການຈະລາຈອນ ເກີດຂຶ້ນທຸກໆ 4 ນາທີ ແລະ ມີຜູ້ເສຍຊີວິດຢູ່ທາງດ່ວນຢະມຸນາ ທີ່ເຊື່ອມຈາກ ນະຄອນເດລີ ມາຍັງ ເມືອງອັກຣະ ປະມານ 900 ຄົນ ນັບຕັ້ງແຕ່ເປີດໃຊ້ບໍລິການ ໃນປີ 2012 ຫຼື ໃນໄລຍະ 7 ປີຜ່ານມາ.