ກອງບັນຊາການ ປກສ ເມືອງປາກແບງ ແຂວງອຸດົມໄຊ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມເອກະສານ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ໃນອາທິດຜ່ານມາ, ເປັນປະທານເຜີຍແຜ່ໂດຍ ພັທ ຈັນທະວົງ ນີທອງລຸນ ຮອງຫົວໜ້າ ປກສ ເມືອງປາກແບງ, ໂດຍມີ ຄະນະພັກ ຄະນະກອງບັນຊາການ, ຄະນະພະແນກ ປກສ ກຸ່ມບ້ານ ຕະຫຼອດຮອດ ພະນັກງານ – ນັກຮົບ ທົ່ວເມືອງ ເຂົ້າຮ່ວມ.

ພັທ ຈັນທະວົງ ນີທອງລຸນ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ເຜີຍແຜ່ເອກະສານ ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ສະບັບເລກທີ 564/ປກສ ລົງວັນທີ 3 ເມສາ 2019, ໃນນັ້ນປະກອບມີ 6 ໝວດ, 21 ມາດຕາ ເຊິ່ງໄດ້ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ຄື:

  • ໝວດທີ 1 ວ່າດ້ວຍ ບົດບັນຍັດທົ່ວໄປ
  • ໝວດທີ 2 ວ່າດ້ວຍ ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ
  • ໝວດທີ 3 ມາດຕະການຕໍ່ຜູ້ລະເມີດ
  • ໝວດທີ 4 ການພິຈາລະນາ
  • ໝວດທີ 5 ອົງການກວດກາ
  • ໝວດທີ 6 ບົດບັນຍັດສຸດທ້າຍ

ໃນນີ້, ຢູ່ໃນ ມາດຕາ 9 ລະບຸຂໍ້ຫ້າມສະເພາະຕໍ່ນາຍ ແລະ ພົນຕຳຫຼວດ ໃນຂົງເຂດວຽກງານເສນາທິການ ແລະ ບໍລິຫານຮັບໃຊ້, ໂດຍຫ້າມນາຍ ແລະ ພົນຕຳຫຼວດ ຄື: ຫ້າມສວຍໃຊ້ໜ້າທີ່ ເປັນເລຂານຸການຂອງພະນັກງານບັນຊາຂັ້ນຕ່າງໆ ຫຼື ແອບອ້າງບົດບາດອິດທິພົນຂອງ ຜູ້ນຳພາ – ບັນຊາ ເພື່ອຮຽກຮ້ອງເອົາຜົນປະໂຫຍດສ່ວນຕົວ, ຫ້າມກົດໜ່ວງຖ່ວງດຶງເອກະສານ ເກີນກຳນົດເວລາທີ່ ກົດໝາຍ ແລະ ລະບຽບ ກຳນົດໄວ້, ຫ້າມລຶບປ່ຽນແປງ ຫຼື ເປີດເຜີຍຂໍ້ມູນເອກະສານທາງການ ດ້ວຍວິທີຕ່າງໆ ໂດຍບໍ່ໄດ້ຮັບອານຸຍາດ ແລະອື່ນໆ.

ພ້ອມນັ້ນ, ຍັງໄດ້ຜ່ານຄຳສັ່ງ ສະບັບເລກທີ 583/ປກສ ລົງວັນທີ 3 ເມສາ 2019 ວ່າດ້ວຍ ການນຳໃຊ້ສື່ສັງຄົມອອນລາຍ ໂດຍໄດ້ລະບຸວ່າ:

ຫ້າມນາຍ ແລະ ພົນຕຳຫຼວດ ຕົວະຍົວະ, ຫຼອກຫຼວງ, ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ສ້າງຄວາມປັ່ນປ່ວນ, ສ້າງຄວາມຂັດແຍ່ງ, ກໍ່ຄວາມເສຍຫາຍຕໍ່ບົດບາດ ແລະ ອິດທິພົນຂອງ ກຳລັງປ້ອງກັນຄວາມສະຫງົບ ແລະ ພໍ່ – ແມ່, ປະຊາຊົນລາວ ບັນດາເຜົ່າ ແລະ ຂໍ້ຫ້າມອື່ນໆ ອີກທີ່ຈະຕ້ອງໄດ້ພ້ອມກັນປະຕິບັດ ຢ່າງເຂັ້ມງວດ.

ໂອກາດດຽວກັນນີ້, ທ່ານໄດ້ເນັ້ນຕໍ່ນາຍ ແລະ ພົນຕໍາຫຼວດ ຈົ່ງພ້ອມກັນເປັນເຈົ້າການ ໃນການຈັດຕັ້ງປະຕິບັດຕາມຄຳສັ່ງ ແລະ ບັນດາຂໍ້ຫ້າມຕ່າງໆ ທີ່ໄດ້ລະບຸໄວ້ໃນແຕ່ລະໝວດ, ແຕ່ລະມາດຕາຂອງ ຂໍ້ຕົກລົງ ສະບັບນີ້ ໃຫ້ເຂັ້ມງວດ ເພື່ອນຳໄປເຊື່ອມຊຶມເຜີຍແຜ່ພັນຂະຫຍາຍ ແລະ ນຳໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ. ທັງນີ້, ກໍເພື່ອພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ, ຕ້ານ, ສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ ໃນກຳລັງ ພ້ອມທັງເປັນການຫຼີກລ່ຽງຫາງສຽງວິພາກ – ວິຈານຈາກສັງຄົມ ແນໃສ່ເຮັດໃຫ້ກຳລັງ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ ແລະ ມີແບບແຜນເຮັດວຽກທີ່ທັນສະໄໝຂຶ້ນເປັນກ້າວໆ.