ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ນີ້ວ່າ: ຄະນະພິພາກສາຂອງສານຕັດສິນເມືອງບຣູຄລິນ ໃນນະຄອນນິວຢອກຂອງສະຫະລັດ ອາເມລິກາ ມີຄຳພິພາກສາຕັດສິນໃຫ້ຈຳຄຸກຕະຫຼອດຊີວິດ ທ້າວ ໂຈອາຄວິນ ເອນຊາໂປ ກຸດມັນ ເຈົ້າພໍ່ຄ້າຢາເສບຕິດຊາວເມັກຊິກ ຫຼັງຈາກໃນເດືອນກຸມພາ 2019, ຜູ້ກ່ຽວຖືກສານຕັດສິນວ່າມີຄວາມຜິດ 10 ຂໍ້ຫາ ລວມເຖິງການລັກລອບຂົນສົ່ງຢາເສບຕິດ ແລະ ການຟອກເງິນ.

ທ້າວ ເອນຊາໂປ ຍັງຖືກຕັດສິນຈຳຄຸກອີກ 30 ປີໃນຂໍ້ຫາໃຊ້ອາວຸດປືນຜິດກົດໝາຍ. ນອກຈາກນີ້, ສານຍັງສັ່ງຢຶດຊັບຈຳນວນ 1.26 ໝື່ນລ້ານໂດລາສະຫະລັດນຳອີກ, ເຊິ່ງຜູ້ກ່ຽວຈະຖືກຄຸມຂັງຢູ່ຄ້າຍຄຸມຂັງດັດສ້າງຄວາມໝັ້ນຄົງສູງໃນລັດໂຄໂລຣາໂດ.


ທ້າວ ໂຈອາຄວິນ ເອນຊາໂປ ກຸດມັນ ຖືກເຈົ້າໜ້າທີ່ຕຳຫຼວດຈັບກຸມຕົວໄດ້ໃນປີ 2016

ທ້າວ ເອນຊາໂປ ຖືເປັນຫົວໜ້າແກ້ງຄາຢາເສບຕິດລະດັບສູງທີ່ສຸດທີ່ເຄີຍຖືກນຳຕົວຂຶ້ນສານໃນສະຫະລັດ ໂດຍເປັນຫົວໜ້າແກ້ງຊິນາໂລອາ ທີ່ຖືກກ່າວຫາວ່າ ພະຍາຍາມລັກລອບຂົນສົ່ງຢາເສບຕິດເຂົ້າສະຫະລັດ. ໃນອະດີດ, ຜູ້ກ່ຽວເຄີຍໂຕນຄຸກໃນເມັກຊິກມາແລ້ວ 2 ຄັ້ງ ແລະ ຫຼົບໜີການຈັບກຸມອີກຫຼາຍຄັ້ງ ຈົນໃນທີ່ສຸດຜູ້ກ່ຽວຖືກເຈົ້າໜ້າທີ່ເຂົ້າຈັບກຸມຕົວໄດ້ໃນປີ 2016 ທີ່ເມືອງອົນສະໂມຄິດທາງພາກຕາເວັນຕົກສຽງເໜືອຂອງເມັກຊິກ ແລະ ຖືກສົ່ງຕົວໄປດຳເນີນຄະດີໃນສະຫະລັດ ໃນປີ 2017.


ນາງ ເອັມມາ ໂຄໂລເນນ ພັນລະຍາຂອງທ້າວ ເອນຊາໂປ
ເດີນທາງອອກຈາກສານ ຫຼັງຈາກສານພິຈາລະນາຕັດສິນຄະດີ

ໃນລະຫວ່າງການພິຈາລະນາຄະດີ ໃນວັນທີ 17 ກໍລະກົດ ທີ່ຜ່ານມາ, ເຈົ້າໜ້າທີ່ໄດ້ມີການເປີດເຜີຍລາຍລະອຽດຫຼາຍຢ່າງກ່ຽວກັບການກະທຳຜິດຂອງ ທ້າວ ເອນຊາໂປ ໂດຍເອກະສານຂອງສານເມືອງບຣູຄລິນ ກ່າວຫາຜູ້ກ່ຽວວ່າ ມອມຢາເດັກຍິງອາຍຸພຽງ 13 ປີ ແລິວຂົ່ມຂືນ ເພາະເຊື່ອວ່າເປັນວິຕາມິນທີ່ມອບພະລັງຊີວິດໃຫ້ຕົວເອງ. ຂະນະທີ່ບໍດີ້ກາດຂອງເອນຊາໂປ ໃຫ່ການວ່າ ເຄີຍເຫັນຣາຊາຢາເສບຕິດຄົນດັ່ງກ່າວຄາດຕະກຳຄົນຢ່າງໜ້ອຍ 3 ຄົນ ລວມທັງຍາດພີ່ນ້ອງຂອງຜູ້ກ່ຽວນໍາອີກ.


ທ່ານ ເຈຟຟຣີ ລິຊແມນ ທະນາຄວາມຂອງ ທ້າວ ເອນຊາໂປ

ສ່ວນທ້າວ ເອນຊາໂປ ກ່າວວ່າ ຜູ້ກ່ຽວຖືກທໍລະມານທາງອາລົມ ແລະ ທາງຈິດໃຈຕະຫຼອດ 24 ຊົ່ວໂມງທຸກວັນ ນັບຕັ້ງແຕ່ຖືກຈຳຄຸກໃນສະຫະລັດ ແລະ ອ້າງອີກວ່າ ຜູ້ກ່ຽວບໍ່ໄດ້ຮັບການສືບສວນຢ່າງເປັນທຳ ແລະ ກ່າວຫາຄະນະຜູ້ພິພາກສາວ່າ ປະພຶດບໍ່ຍຸຕິທຳ. ແຕ່ຍັງບໍ່ມີລາຍລະອຽດເພີ່ມອີກວ່າ ທ້າວ ເອນຊາໂປ ຈະຍື່ນອຸທອນອີກ ຫຼື ບໍ່.