ພົທ ຫງວຽນ ຢວນ ແອງ ແລະ ທ່ານ ບຸນຕົ້ນ ຈັນທະພອນ
ພົທ ຫງວຽນ ຢວນ ແອງ ແລະ ທ່ານ ບຸນຕົ້ນ ຈັນທະພອນ

ພົທ ຫງວຽນ ຢວນ ແອງ ຫົວໜ້າ ກອງບັນຊາການ ທະຫານ ເຂດ 4 ສສ ຫວຽດນາມ ພ້ອມ ດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ສປປ ລາວ ໃນວັນທີ 24 ກໍລະກົດ 2019 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ, ມີຄະນະ ທັງ 2 ຝ່າຍເຂົາຮ່ວມ.

ຄະນະກອງບັນຊາການທະຫານ ເຂດ 4 ສສ ຫວຽດນາມ ພົບປະກັບ ຄະນະນຳແຂວງຊຽງຂວາງ
ຄະນະກອງບັນຊາການທະຫານ ເຂດ 4 ສສ ຫວຽດນາມ ພົບປະກັບ ຄະນະນຳແຂວງຊຽງຂວາງ

ການພົບປະຄັ້ງນີ້, ທ່ານເຈົ້າແຂວງໆຊຽງຂວາງ ໄດ້ລາຍງານການພັດທະນາເສດຖະກິດ-ສັງຄົມຂອງແຂວງຊຽງຂວາງ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນວຽກງານການຮ່ວມມືກັບບັນດາ ແຂວງ ຂອງ ສສ ຫວຽດນາມ ເປັນຕົ້ນ ວຽກການຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດ ຢູ່ແຂວງຊຽງຂວາງ.

ທ່ານຫົວໜ້າກອງບັນຊາການທະຫານເຂດ 4 ສສ ຫວຽດນາມ ມອບຂອງທີ່ລະນຶກໃຫ້ທ່ານເຈົ້າແຂວງໆຊຽງຂວາງ
ທ່ານຫົວໜ້າກອງບັນຊາການ ທະຫານເຂດ 4 ສສ ຫວຽດນາມ ມອບຂອງທີ່ລະນຶກໃຫ້ທ່ານເຈົ້າແຂວງໆຊຽງຂວາງ

ການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນຄັ້ງນີ້, ຄະນະຜູ້ແທນ ກອງບັນຊາການ ທະຫານ ເຂດ 4 ເປັນການແນະນຳຕົວ ເນື່ອງໃນໂອກາດໄດ້ຮັບໜ້າທີ່ໃໝ່ ເປັນຜູ້ບັນຊາການກອງບັນຊາການ ທະຫານ ເຂດ 4; ທັງເປັນການກວດກາຊຸກຍູ້ບັນດາຫົວໜ່ວຍທຸລະກິດຂອງກອງບັນຊາການທະຫານ ເຂດ 4 ທີ່ກຳລັງດຳເນີນທຸລະກິດຢູ່ແຂວງຊຽງຂວາງ. ນອກນີ້, ຍັງໄດ້ເພີ່ມທະວີການຮ່ວມມືກັບ ກອງບັນຊາການທະຫານແຂວງຊຽງຂວາງ ໃນແລກປ່ຽນບົດຮຽນ, ຮັດແໜ້ນຄວາມສາມັກຄີພິເສດໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ.