ການພົບປະ ແລະ ຖອດຖອນບົດຮຽນ ຂອງຄະນະນຳແຂວງຫຼວງນ້ຳທາ ແລະ ແຂວງໄຊຍະບູລີ
ການພົບປະ ແລະ ຖອດຖອນບົດຮຽນ ຂອງຄະນະນຳແຂວງຫຼວງນ້ຳທາ ແລະ ແຂວງໄຊຍະບູລີ

ວັນທີ 25 ກໍລະກົດຜ່ານມາ, ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເຈົ້າແຂວງໆຫຼວງນໍ້າທາ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຖອດຖອນບົດຮຽນ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕິດພັນກັບການຜັນຂະຫຍາຍວຽກງານ 3 ສ້າງຢູ່ແຂວງໄຊຍະບູລີ; ໃຫ້ການຕ້ອນຮັບໂດຍ ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນແຂວງ.

ໂອກາດນີ້, ທ່ານ ປອ ສົມລິດ ເປືອກແກ້ວ ໄດ້ລາຍງານຫຍໍ້ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ຕິດພັນກັບການຜັນຂະຫຍາຍວຽກງານ 3 ສ້າງ ຢູ່ແຂວງໄຊຍະບູລີ, ບາງຕອນທ່ານໄດ້ກ່າວວ່າ:

“ໄລຍະຜ່ານມາ, ການນໍາແຂວງໄຊຍະບູລີ ໄດ້ຖືສໍາຄັນຕໍ່ວຽກງານດັ່ງກ່າວ; ເຊິ່ງທົ່ວແຂວງປະກອບມີ 11 ເມືອງ, 433 ບ້ານ, 6.594 ໜ່ວຍ, 78.916 ຄອບຄົວ, ພົນລະເມືອງມີທັງໝົດ 407.044 ຄົນ ຍິງ 201.253 ຄົນ, ມີ 8 ເຜົ່າ; ປັດຈຸບັນ, ໄດ້ປະກາດຍຸບກຸ່ມບ້ານ 29 ກຸ່ມ ຍັງເຫຼືອ 4 ກຸ່ມ; ປະກາດບ້ານສາມັກຄີປອງດອງໄດ້ 92 ບ້ານ ແລະ ປະກາດເມືອງສາມະຄີປອງດອງໄດ້ 1 ເມືອງ, ມີຄອບຄົວພັດທະນາ 55.385 ຄອບຄົວ, ບ້ານພັດທະນາ 278 ບ້ານ ກວມເອົາ 64, 20%; ບ້ານພົ້ນທຸກ 420 ບ້ານ ກວມເອົາ 97,22%, ມີບ້ານທຸກຍາກ ຍັງເຫຼືອ 12 ບ້ານ, ມີຄອບຄົວພົ້ນທຸກ ຈໍານວນ 77.714 ຄອບຄົວ ກວມ 98,47%; ຄອບຄົວທຸກຍາກ 1. 202 ຄອບຄົວ ກວມ 1,52% ຂອງຄອບຄົວທັງໝົດ”.

 ທ່ານ ບຸນຍີ່ ແກ້ວຄູນເມືອງ ແລະ ທ່ານ  ປອ ສົມລິດ ເປືອກແກ້ວ ຮ່ວມຮັບຟັງການລາຍການຈາກພະນັກງານຫຼັກແຫຼ່ງໃນການພົບປະ ຖອດຖອນບົດຮຽນ
ທ່ານ ບຸນຍີ່ ແກ້ວຄູນເມືອງ ແລະ ທ່ານ ປອ ສົມລິດ ເປືອກແກ້ວ ຮ່ວມຮັບຟັງການລາຍການຈາກພະນັກງານຫຼັກແຫຼ່ງໃນການພົບປະ ຖອດຖອນບົດຮຽນ

ປະກາດຮັບຮອງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ 7 ບ້ານ; ໄດ້ກໍານົດ 3 ປະເພດຈຸດສຸມຂອງແຂວງ ຄື: ຈຸດສຸມຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ ມີ 3 ຈຸດ; ຈຸດສຸມພັດທະນາຊົນນະບົດ 10 ບ້ານ, ລຶບລ້າງຄວາມທຸກຍາກ 6 ບ້ານ ແລະ ຈຸດສຸມສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ມີ 3 ຈຸດ; ໄດ້ຫັນພະນັກງານລົງປະຈໍາກຸ່ມບ້ານ, ບ້ານຈຸດສຸມ ຈໍານວນ 659 ສະຫາຍ.

ດັ່ງນັ້ນ, ສິ່ງທີ່ສາມາດ ຖອດຖອນບົດຮຽນ ໄດ້ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາເທື່ອລະກ້າວ; ຄະນະປະຈໍາພັກແຂວງ ຈະສືບຕໍ່ປະຕິບັດໜ້າທີ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຮອດປີ 2020; ໂດຍໄດ້ວາງຄາດໝາຍ ຄື:

ລຶບລ້າງຄວາມທຸກຍາກຂັ້ນຄອບຄົວ ໃຫ້ຍັງເຫຼືອ 1,5% ຂອງຄອບຄົວທັງໝົດທົ່ວແຂວງ; ຂັ້ນບ້ານໃຫ້ໄດ້ 6 ບ້ານ, ຂັ້ນເມືອງໃຫ້ໄດ້ 1 ເມືອງ, ສ້າງຄອບຄົວພັດທະນາໃຫ້ໄດ້ 1.000 ຄອບຄົວຂຶ້ນໄປ ກວມເອົາ 83%; ສ້າງບ້ານພັດທະນາໃຫ້ໄດ້ 10 ບ້ານ, ກວມເອົາ 65%, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 3 ຈຸດ, ເມືອງເຂັ້ມແຂງຮອບດ້ານ 1 ເມືອງ, ສຸມໃສ່ສ້າງໃຫ້ມີສະມາຊິກພັກເປັນຫົວໜ້າໜ່ວຍຄອບຄົວ ກວມເອົາ 50% ຂອງຈໍານວນໜ່ວຍຄອບຄົວທັງໝົດໃນແຕ່ລະບ້ານທົ່ວແຂວງ.

ຈາກນັ້ນ, ການນໍາທັງ 2 ແຂວງ ກໍໄດ້ ຖອດຖອນບົດຮຽນ ແລະ ແລກປ່ຽນບົດຮຽນກ່ຽວກັບ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕິດພັນກັບການຜັນ ຂະຫຍາຍວຽກງານ 3 ສ້າງ ເຊິ່ງກັນແລະກັນ.