ການຜະລິດກະສິກຳໃນລະດູຝົນຢູ່ ເມືອງເງິນ ແຂວງໄຊຍະບູລີ ປີນີ້ເປັນຂະບວນຟົດຟຶ້ນຄືປີຜ່ານໆມາ, ປັດຈຸບັນຊາວນາ ຕົກກ້າຮອບ 2 ສໍາເລັດແລ້ວ 100%, ກຽມດິນໄດ້ 80% ແລະ ປັກດໍາໄດ້ 56,42%, ເທົ່າກັບ 339,30 ເຮັກຕາ ຂອງເນື້ອທີ່ທັງໝົດ 707,73 ເຮັກຕາ; ເຂົ້າເນີນສູງປູກໄດ້ 60,69% ຂອງເນື້ອທີ່ທັງໝົດ 1.963,68 ເຮັກຕາ; ພືດລະດູຝົນປູກແລ້ວ 80% ຂອງເນື້ອທີ່ທັງໝົດ 6.936,61 ເຮັກຕາ; ໃນນັ້ນ, ພືດອຸດສາຫະກໍາປູກໄດ້ 91,49% ເປັນຕົ້ນແມ່ນສາລີແຂງ, ໝາກເດືອຍ, ຂີງພັນ ແລະອື່ນໆ; ສ່ວນພືດສະບຽງອາຫານປູກໄດ້ 80% ເປັນຕົ້ນແມ່ນໝາກເຜັດ, ໝາກເຂືອ, ເຜືອກ, ມັນ, ໝາກໂມ, ໝາກ ແຕງ, ພືດຕະກຸນຖົ່ວ ແລະ ຜັກຊະນິດຕ່າງໆ.

ປະຊາຊົນ ເມືອງເງິນ ພວມສຸມໃສ່ດຳນາເຂົ້ານາປີໃຫ້ສຳເລັດທັນເວລາ
ປະຊາຊົນ ເມືອງເງິນ ພວມສຸມໃສ່ດຳນາເຂົ້ານາປີໃຫ້ສຳເລັດທັນເວລາ

ທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງເງິນ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ການຜະລິດລະດູຝົນປີນີ້, ເຖິງວ່າຈະເປັນຂະບວນຟົດຟື້ນກໍຕາມ, ແຕ່ເນື່ອງຈາກປະສົບກັບບັນຫາໄພແຫ້ງແລ້ງ ແລະ ສັດຕູພືດທໍາລາຍ, ຄາດວ່າຜົນຜະລິດປີນີ້ ໂດຍສະເພາະແມ່ນເຂົ້າ ອາດຈະບໍ່ບັນລຸເປົ້າໝາຍທີ່ວາງໄວ້, ຜ່ານການລົງສໍາຫຼວດຜົນກະທົບຂອງປະຊາຊົນທີ່ໄດ້ຮັບຈາກໄພແຫ້ງແລ້ງ, ບົ້ງຝຸງສາລີລະບາດ, ແມງໄມ້ ແລະ ພະຍາດອື່ນທໍາລາຍຜົນຜະລິດ ມີ 22 ບ້ານ 3.003 ຄອບຄົວ, ເນື້ອທີ່ໄດ້ຮັບຜົນກະທົບ 3.929,46 ເຮັກຕາ, ຄາດຄະເນຜົນຜະລິດເສຍຫາຍ 15.723 ໂຕນ, ມູນຄ່າເສຍຫາຍ 32,35 ຕື້ກວ່າກີບ; ໃນນັ້ນ, ເຂົ້ານາປີ ເນື້ອທີ່ຖືກຜົນກະທົບ 426,19 ເຮັກຕາ, ຈາກໄພແຫ້ງແລ້ງ 111,19 ເຮັກຕາ, ບໍ່ທັນໄດ້ປູກ 308,43 ເຮັກຕາ ແລະ ບົ້ງທໍາລາຍ 6,57 ເຮັກຕາ, ຜົນຜະລິດທີ່ຈະໄດ້ຮັບແມ່ນ 60%, ເສຍຫາຍ 40%; ເຂົ້າເນີນສູງ, ເນື້ອທີ່ຖືກຜົນກະທົບ 1.265,98 ເຮັກຕາ ຈາກໄພແຫ້ງແລ້ງ 579,81 ເຮັກຕາ, ບໍ່ທັນໄດ້ປູກ 628,12 ເຮັກຕາ ແລະ ບົ້ງທໍາລາຍ 58,05 ເຮັກຕາ, ຜົນຜະລິດທີ່ຈະໄດ້ຮັບແມ່ນ 40% ແລະ ເສຍຫາຍ 60%; ພືດອຸດສາຫະກໍາ, ຜົນກະທົບ 1.821,94 ເຮັກຕາ ຈາກໄພແຫ້ງແລ້ງ ມີສາລີ 252,95 ເຮັກຕາ, ໝາກເດືອຍ 364,68 ເຮັກຕາ, ຂີງພັນ 72,95 ເຮັກຕາ, ບໍ່ທັນໄດ້ປູກສາ ລີ 546,16 ເຮັກຕາ, ໝາກເດືອຍ 8,84 ເຮັກຕາ ແລະ ບົ້ງຝູງທໍາລາຍສາລີ 480,91 ເຮັກຕາ, ໝາກເດືອຍ 95,81 ເຮັກຕາ, ຜົນຜະລິດທີ່ຈະໄດ້ຮັບ 50%.

ບາງກຸ່ມກໍຫາເລີ່ມລົງຄາກໄຖ
ບາງກຸ່ມກໍຫາເລີ່ມລົງຄາກໄຖ

ທ່ານຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຍັງໃຫ້ຮູ້ຕື່ມອີກວ່າ: ຜົນເສຍຫາຍດັ່ງກ່າວ ນັ້ນ ຖ້າມີຝົນຕົກເປັນປົກກະຕິໃນໄລຍະເດືອນສິງຫາ-ກັນຍານີ້, ປະຊາຊົນຈະສືບຕໍ່ປູກເຂົ້າ, ປູກພືດໃສ່ເນື້ອທີ່-ທີ່ຍັງບໍ່ທັນໄດ້ປູກ ແລະ ເນື້ອທີ່ປູກແລ້ວພືດຕາຍ, ເນື້ອທີ່ປູກແລ້ວເກີດພະຍາດ, ບົ້ງທໍາລາຍໃຫ້ເຕັມເນື້ອທີ່ຄືເກົ່າ ໂດຍການປູກພືດເດີມ ຫຼື ປູກພືດອື່ນທີ່ມີຄວາມເໝາະສົມກັບດິນທົດແທນ; ນອກຈາກການຜະລິດແລ້ວ, ປະຊາຊົນຍັງຈະສຸມໃສ່ເຮັດອາຊີບອື່ນອີກເຊັ່ນ: ຫັດຖະກໍາຕໍ່າແຜ່ນແພ, ຈັກສານ, ລ້ຽງສັດປະເພດຕ່າງໆ, ເປັນນາຍຊ່າງ, ຮັບຈ້າງ, ຄ້າ-ຂາຍ, ບໍລິການ ແລະອື່ນໆ ທີ່ຖືກຕ້ອງຕາມລະບຽບກົດໝາຍ.