ໃນອາທິດທີ່ຜ່ານມາ, ສະພາປະຊາຊົນ ແຂວງຫຼວງນ້ໍາທາ ໄດ້ມອບ ລົດມອດໄຟ ໃຫ້ກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ກ່າວມອບໂດຍ ທ່ານ ກົງເພັດ ແກ້ວບົວພາ ຮອງປະທານສະພາປະຊາຊົນ ແຂວງຫຼວງນ້ຳທາ ປະທານຄະນະກຳມະການຍຸຕິທຳ ພ້ອມດ້ວຍຄະນະ, ກ່າວຮັບໂດຍ ພັອ ອີນສົມ ທຳລະສິນ ຄະນະພັກກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ; ເຂົ້າຮ່ວມເປັນສັກຂີພະຍານມີ ທ່ານ ປອ ຄຳເພັດ ຈັນທະວົງ ຮອງຫົວໜ້າຫ້ອງວ່າການແຂວງ, ບັນດາສະມາຊິກສະພາແຫ່ງຊາດແຂວງຫຼວງນ້ຳທາ, ສະມາຊິກສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວໜ້າ-ຮອງຂະແໜງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ກົງເພັດ ແກ້ວບົວພາ ກ່າວຮູ້ວ່າ: ລົດມອດໄຟທີ່ນຳມາມອບໃນຄັ້ງນີ້ ມີຈຳນວນ 1 ຄັນ, ຍີ່ຫໍ້ HYUNDAI, ສີດໍາ-ແດງ, ເລກຈັກ D4DD5258355 ເລກຖັງ KP93J5MF 6SB02941 ສະພາບເຕັກນິກພ້ອມໃຊ້ງານ; ເຊິ່ງເປັນການຊ່ວຍເຫຼືອລ້າຈາກສະພາປະຊາຊົນແຂວງຫຼວງນ້ຳທາ.

ພິທີມອບ-ຮັບ ລົດມອດໄຟ ຢ່າງເປັນທາງການ ລະຫວ່າງສະພາປະຊາຊົນແຂວງຫຼວງນ້ຳທາ ແລະ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ
ພິທີມອບ-ຮັບ ລົດມອດໄຟ ຢ່າງເປັນທາງການ ລະຫວ່າງສະພາປະຊາຊົນແຂວງຫຼວງນ້ຳທາ ແລະ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ

ຈຸດປະສົງໃນການມອບລົດດັບເພີງດັ່ງກ່າວໃຫ້ກັບກອງບັນຊາການ ປກສ ແຂວງ, ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານປ້ອງກັນຄວາມສະຫງົບ ກໍຄືວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ພາຍໃນແຂວງຫຼວງນ້ຳທາ ໃຫ້ມີຄວາມສະດວກ-ສະບາຍຂຶ້ນກວ່າເກົ່າ ທັງຈະເປັນອີກກຳລັງແຮງໜຶ່ງໃນການເຂົ້າມອດໄຟເມື່ອເກີດມີເຫດອັກຄີໄພຂຶ້ນໄດ້ທັນເວລາ.

ໂອກາດດັ່ງກ່າວ ພັອ ອິນສົມ ທຳລະສິນ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ກ່າວຄຳຂອບໃຈຕໍ່ຄະນະສະພາປະຊາຊົນແຂວງ ເປັນຢ່າງສູງ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງວຽກງານປ້ອງກັນຄວາມສະຫງົບ ກໍຄືວຽກງານຕ້ານ ແລະ ສະກັດກັ້ນອັກຄີໄພ ພ້ອມທັງໃຫ້ຄຳໝັ້ນສັນຍາຈະປົກປັກຮັກສາ ແລະ ນຳໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີປະສິດທິຜົນສູງ.