ບັນຫາ ຊັບພະຍາກອນນໍ້າ ທີ່ຫຼາຍພື້ນທີ່ທົ່ວໂລກ ກຳລັງປະເຊີນຢູ່ໃນປັດຈຸບັນ
ບັນຫາ ຊັບພະຍາກອນນໍ້າ ທີ່ຫຼາຍພື້ນທີ່ທົ່ວໂລກ ກຳລັງປະເຊີນຢູ່ໃນປັດຈຸບັນ

ສຳນັກຂ່າວ BBC ລາຍງານ ໃນວັນທີ 7 ສິງຫາ ທີ່ຜ່ານມາ ວ່າ: ດ້ວຍຈຳນວນປະຊາກອນໂລກທີ່ເພີ່ມຂຶ້ນ, ການບໍລິໂພກຊີ້ນສັດ ແລະ ການເຕີບໃຫຍ່ທາງເສດຖະກິດ ກໍສົ່ງຜົນຕໍ່ ຊັບພະຍາກອນນໍ້າ ຫຼາຍຂຶ້ນເລື້ອຍໆ.

ຈາກຂໍ້ມູນໂດຍ ສະຖາບັນ ຊັບພະຍາກອນໂລກ ( World Resources Institute ) ໃນນະຄອນຫຼວງວໍຊີງຕັນ ດີຊີ ລະບຸວ່າ: ຜູ້ຄົນໃນເກືອບ 400 ພາກພື້ນໃນໂລກ ກຳລັງອາໄສຢູ່ໂດຍມີ ຊັບພະຍາກອນນໍ້າ ຢ່າງຈຳກັດທີ່ສຸດ.

ມີຄວາມກັງວົນວ່າ ພາວະຂາດເຂີນນໍ້າ ຈະເຮັດໃຫ້ຄົນຫຼາຍລ້ານຄົນຕ້ອງອົບພະຍົບຍ້າຍຖິ່ນຖານ ແລະ ຍັງຈະເປັນປັດໄຈໜຶ່ງ ໃນຄວາມຄັດແຍ້ງ ແລະ ການເມືອງ ທີ່ໄຮ້ສະຖຽນລະພາບ.

ຈາກ ປະເທດເມັກຊິກ ເຖິງ ປະເທດເຈລີ ໄປຈົນເຖິງພື້ນທີ່ຕ່າງໆ ໃນອາຟຣິກກາ ແລະ ລວມທັງສະຖານທີ່ທ່ອງທ່ຽວຍອດນິຍົມ ທາງພາກໃຕ້ຂອງເອີຣົບ ແລະ ພື້ນທີ່ແຖບເມດິເຕີເຣນຽນ ລະດັບ “ ການຂາດເຂີນນໍ້າ ” ກຳລັງຮຸນແຮງຂຶ້ນ ຈົນເຖິງຈຸດທີ່ໜ້າກັງວົນ ( ວັດຈາກອັດຕາສ່ວນ ປະລິມານນໍ້າບາດານທີ່ສູບຂຶ້ນມາ ແລະ ນໍ້າ ຈາກພື້ນຜິວດິນ ທຽງກັບ ນໍ້າທີ່ມີໃຊ້ທັງໝົດ ).

+ ການຂາດເຂີນນໍ້າ ເປັນບັນຫາລະດັບໂລກ:

ເກືອບ 1 ໃນ 3 ຂອງປະຊາກອນໂລກ ຫຼື 2,6 ພັນລ້ານຄົນ ກຳລັງອາໄສຢູ່ໃນປະເທດທີ່ມີ ຊັບພະຍາກອນນໍ້າ ຢ່າງຈຳກັດທີ່ສຸດ, ຈາກຈຳນວນນັ້ນ ມີປະຊາກອນ 1,7 ພັນລ້ານຄົນ ຈາກ 17 ປະເທດ ທີ່ຖືກຈັດວ່າ ຢູ່ໃນພື້ນທີ່ທີ່ມີ ຊັບພະຍາກອນນໍ້າ ຈຳກັດ “ ຢ່າງຮຸນແຮງ ”.

ໃນຂະນະທີ່ມີ 12 ປະເທດ ໃນຕາເວັນອອກກາງ ທີ່ຖືວ່າ ຂາດເຂີນນໍ້າທີ່ສຸດໃນໂລກ ເຊັ່ນ: ອິນເດຍ ຖືກຈັດເປັນປະເທດທີ່ ກຳລັງປະເຊີນຄວາມທ້າທາຍຢ່າງໜັກ ເລື່ອງການໃຊ້ ແລະ ບໍລິຫານຈັດການນໍ້າ ເຊິ່ງຈະສົ່ງຜົນຕໍ່ທຸກໆເລື່ອງ ຕັ້ງແຕ່ດ້ານສຸຂະພາບ ໄປຈົນເຖິງ ເລື່ອງການພັດທະນາເສດຖະກິດ.

ປາກິດສະຖານ, ເອຣິເຊຍ, ເຕິກເມນິດສະຖານ ແລະ ບອດສະວານາ ຖືກຈັດວ່າ ມີຊັບພະຍາກອນນໍ້າຈຳກັດ “ ຢ່າງຮຸນແຮງ ”.

ຂໍ້ມູນເຫຼົ່ານີ້ ມາຈາກຖານຂໍ້ມູນ Aqueduct 3.0 ຂອງ ສະຖາບັນ ຊັບພະຍາກອນໂລກ ເຊິ່ງວິເຄາະແບບຈຳລອງທາງ ອຸທົກວິທະຍາຫຼາຍປະເພດ ແລະ ເຝົ້າຕິດຕາມ ອັດຕາສ່ວນປະລິມານນໍ້າບາດານທີ່ສູບຂຶ້ນມາ ແລະ ນໍ້າຈາກພື້ນຜິວດິນ ທຽບກັບ ນໍ້າທີ່ພື້ນທີ່ບໍລິເວນນັ້ນ ມີໃຊ້ທັງໝົດ, ເຊິ່ງຖ້າຫາກ ອັດຕາສ່ວນນໍ້າ 80% ເປັນນໍ້າຈາກບາດານທີ່ສູບຂຶ້ນມາ ແລະ ນໍ້າຈາກພື້ນຜິວດິນ ຈະຖືວ່າ ບໍລິເວນນັ້ນມີ ຊັບພະຍາກອນນໍ້າ ຈຳກັດ “ ຢ່າງຮຸນແຮງ ”.

ອິນເດຍ ຖືກຈັດວ່າ ເປັນປະເທດທີ່ມີ ຊັບພະຍາກອນນໍ້າ ຢ່າງຈຳກັດ ເປັນອັນດັບທີ 13 ຂອງໂລກ, 9 ຈາກ 36 ລັດ ແລະ ດິນແດນຂອງອິນເດຍ ຖືກຈັດວ່າ ມີຊັບພະຍາກອນນໍ້າຈຳກັດ “ ຢ່າງຮຸນແຮງ ”.

ທາງພາກໃຕ້ຂອງເອີຣົບ ລວມເຖິງ ອີຕາລີ ແລະ ແອັດສະປາຍ ກໍກຳລັງປະເຊີນບັນຫາຈາກ ການຕ້ອງຮອງຮັບນັກທ່ອງທ່ຽວ ໃນໄລຍະເດືອນຕ່າງໆທີ່ມີຄວາມແຫ້ງແລ້ງ
ທາງພາກໃຕ້ຂອງເອີຣົບ ລວມເຖິງ ອີຕາລີ ແລະ ແອັດສະປາຍ ກໍກຳລັງປະເຊີນບັນຫາຈາກ ການຕ້ອງຮອງຮັບນັກທ່ອງທ່ຽວ ໃນໄລຍະເດືອນຕ່າງໆທີ່ມີຄວາມແຫ້ງແລ້ງ

ລາຍງານ ກ່ຽວກັບ ຊັບພະຍາກອນນໍ້າ ລະບຸວ່າ:

ວິກິດທາງຊັບພະຍາກອນນໍ້າ ທີ່ດຳເນີນມາຢ່າງຕໍ່ເນື່ອງ ໃນເມືອງເຈນໄນ ສະແດງໃຫ້ເຫັນເຖິງ ຄວາມທ້າທາຍທີ່ພື້ນທີ່ໃນອິນເດຍ ຈຳນວນຫຼາຍ ຈະຕ້ອງປະເຊີນໃນອີກຫຼາຍປີທີ່ຈະມາເຖິງ, ເຊິ່ງເປັນຜົນມາຈາກ ການບໍລິຫານຈັດການນໍ້າ ທີ່ບໍ່ມີປະສິດທິພາບ ແລະ ຄວາມຕ້ອງການໃນການໃຊ້ນໍ້າ ສຳລັບ ອຸດສາຫະກຳ ແລະ ຊີວິດປະຈຳວັນ ທີ່ເພີ່ມຂຶ້ນ.

ສິ່ງທີ່ໜ້າແປກໃຈຈາກລາຍງານສະບັບນີ້ ຄື: ທາງພາກໃຕ້ຂອງເອີຣົບ ລວມເຖິງ ອີຕາລີ ແລະ ແອັດສະປາຍ ກໍກຳລັງປະເຊີນບັນຫາຈາກ ການຕ້ອງຮອງຮັບນັກທ່ອງທ່ຽວ ໃນໄລຍະເດືອນຕ່າງໆທີ່ມີຄວາມແຫ້ງແລ້ງ.

+ ເພີ່ມ 2,5 ເທົ່າ:

  • ລະຫວ່າງປີ 1961 ເຖິງ 2014, ປະລິມານການສູບນໍ້າບາດານ ແລະ ນຳນໍ້າຈາກພື້ນຜິວດິນມາໃຊ້ ເພີ່ມຂຶ້ນເຖິງ 2,5 ເທົ່າ.
  • ໃນໄລຍະເຄິ່ງສະຕະວັດ ທີ່ຜ່ານມາ, ມີຄວາມຕ້ອງການໃຊ້ນໍ້າ ສຳລັບ ການຊົນລະປະທານ ເພື່ອການປູກຝັງ ເພີ່ມຫຼາຍກວ່າເຄິ່ງໜຶ່ງ ໂດຍຄິດເປັນ 67% ຂອງນໍ້າທີ່ຖືກນໍາໄປໃຊ້ ໃນແຕ່ລະປີ.
  • ໃນປີ 2014, ອຸດສາຫະກຳຕ່າງໆ ມີຄວາມຕ້ອງການໃຊ້ນໍ້າຫຼາຍກວ່າ ໃນປີ 1961 ເຖິງ 3 ເທົ່າ ໂດຍຄິດເປັນ 21% ຂອງນໍ້າທີ່ຖືກນໍາໄປໃຊ້ ໃນແຕ່ລະປີ.
  • ນໍ້າທີ່ຖືກນຳໄປໃຊ້ໃນຄົວເຮືອນ ຄິດເປັນ 10% ເຊິ່ງຖືວ່າ ເພີ່ມຂຶ້ນເຖິງ 6 ເທົ່າ ເມື່ອທຽບກັບປີ 1961.

ຈາກງານວິໄຈ ໃນປີ 2012 ໂດຍ ມະຫາວິທະຍາໄລ ທະເວນເຕີ ໃນປະເທດໂຮນລັງ ລະບຸວ່າ: ນໍ້າ ສຳລັບ ການຊົນລະປະທານ ທີ່ຖືກນຳໄປໃຊ້ເພື່ອການລ້ຽງສັດ ຄິດເປັນອັດຕາສ່ວນ 12% ຂອງການຊົນລະປະທານໃນລະດັບໂລກ, ໂດຍນັກວິໄຈ ເຊື່ອວ່າ ເປັນຜົນມາຈາກ ຄວາມຕ້ອງການຜະລິດຕະພັນຈາກ ຊີ້ນສັດ ທີ່ເພີ່ມຫຼາຍຂຶ້ນ. ສະນັ້ນ, ການຫຼຸດການບໍລິໂພກຊີ້ນ ຈະຊ່ວຍຮັກສາ ຊັບພະຍາກອນນໍ້າ ໄດ້.

ນອກຈາກນີ້, ສະຖາບັນ ຊັບພະຍາກອນໂລກ ຍັງລະບຸວ່າ:

ພື້ນທີ່ຫຼາຍແຫ່ງທີ່ມີ ຊັບພະຍາກອນນໍ້າຈຳກັດ “ ຢ່າງຮຸນແຮງ ” ແມ່ນຢູ່ໃນພື້ນທີ່ທີ່ມີການຄັດແຍ້ງ, ສູ້ຮົບກັນ ແລະ ນໍ້າເປັນປັດໄຈທີ່ເຮັດໃຫ້ຄວາມຄັດແຍ້ງເຫຼົ່ານັ້ນ ຍິ່ງຮ້າຍແຮງຂຶ້ນກວ່າເກົ່າ ດເຊິ່ງພື້ນທີ່ເຫຼົ່ານີ້ ໄດ້ແກ່: ອິດສະຣາແອນ, ລິບີ, ເຢເມນ, ອັບການິດສະຖານ, ຊີຣີ ແລະ ອີຣັກ.

ພື້ນທີ່ຫຼາຍແຫ່ງທີ່ມີ ຊັບພະຍາກອນນໍ້າຈຳກັດ “ ຢ່າງຮຸນແຮງ ” ແມ່ນຢູ່ໃນພື້ນທີ່ທີ່ມີການຄັດແຍ້ງ, ສູ້ຮົບກັນ
ພື້ນທີ່ຫຼາຍແຫ່ງທີ່ມີ ຊັບພະຍາກອນນໍ້າຈຳກັດ “ ຢ່າງຮຸນແຮງ ” ແມ່ນຢູ່ໃນພື້ນທີ່ທີ່ມີການຄັດແຍ້ງ, ສູ້ຮົບກັນ

+ ມີການຈັດການທີ່ດີ ຈະຊ່ວຍໄດ້

ແນວໃດກໍຕາມ, ຜູ້ວິໄຈ ອ້າງອີງຂໍ້ມູນຈາກ ຖານຂໍ້ມູນ Aqueduct 3.0 ໂດຍບອກວ່າ: ໃນບໍລິເວນທີ່ປັດໄຈທາງສັງຄົມ ແລະ ເສດຖະກິດ ເປັນປັດໄຈຫຼັກຂອງ ພາວະຂາດເຂີນນໍ້ານັ້ນ ການບໍລິຫານຈັດການນໍ້າທີ່ດີ ຈະຊ່ວຍຫຼຸດຜົນກະທົບໄດ້.

ຍົກຕົວຢ່າງເຊັ່ນ:

ສິງກະໂປ ເຊິ່ງໃຊ້ມາດຕະການທີ່ເອີ້ນກັນວ່າ “ Foue Taps ” ຫຼື ໃຊ້ນໍ້າຈາກ 4 ແຫ່ງ ໄດ້ແກ່: ການກັກເກັບນໍ້າຈາກໃນເກາະ, ການນຳເຂົ້າ, ຈາກລະບົບນໍ້າໝູນວຽນຄຸນນະພາບສູງ ແລະ ຈາກການປ່ຽນ ນໍ້າທະເລ ໃຫ້ເປັນ ນໍ້າຈືດ.

ນອກຈາກນີ້, ນັກວິໄຈ ລະບຸອີກວ່າ: ລະດັບການຂາດເຂີນນໍ້າ ເປັນພຽງແຕ່ຕົວຊີ້ວັດ ແຕ່ບໍ່ແມ່ນຕົວກຳນົດວ່າ “ ຊະຕາກຳ ” ຂອງແຕ່ລະປະເທດເປັນແນວໃດ, ແຕ່ຂຶ້ນຢູ່ກັບແຕ່ລະປະເທດວ່າ ຈະມີວິທີຮັບມືແນວໃດ ແລະ ກໍມີຫຼາຍໆປະເທດ ທີ່ຈັດການກັບບັນຫາໄດ້ຢ່າງປະສົບຄວາມສຳເລັດມາແລ້ວ.