ທ່ານ ນາງບຸນພັກ ອິນທະປັນຍາ

ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ ໄຊຍະບູລີ ເປັນໂຮງໄຟຟ້າພະລັງນໍ້າແບບຝາຍນໍ້າລົ້ນ, ມີກໍາລັງການຜະ ລິດຕິດຕັ້ງ 1.285 ເມກາວັດ, ມີຄວາມຍາວຂ້າມລໍານໍ້າຂອງຕອນລຸ່ມ 820 ແມັດ, ຊຶ່ງຖືເປັນຕົ້ນແບບໂຮງໄຟຟ້າພະລັງງານນໍ້າແຫ່ງທໍາອິດເທິງແມ່ນໍ້າຂອງທີ່ໄດ້ໃຊ້ເທັກໂນໂລຍີ່ທີ່ທັນສະໄໝ, ເປັນທີ່ຍອມຮັບຈາກຜູ້ຜະລິດຊັ້ນນໍາທົ່ວໂລກ, ເພື່ອສ້າງຄວາມສົມດູນລະຫວ່າງທຸລະກິດ ແລະ ຄວາມຍືນຍົງທີ່ສອດຄ່ອງກັບ ຂໍ້ກໍານົດຂອງຄະນະກໍາມາທິການແມ່ນໍ້າຂອງ, ປັດຈຸບັນໂຮງໄຟຟ້າພະລັງງານນໍ້າ ໄຊຍະບູລີ ມີຄວາມຄືບໜ້າ ກວ່າ 99% ແລະ ມີແຜນກໍານົດຈ່າຍໄຟຟ້າໃນຕົ້ນເດືອນຕຸລາ, ໂດຍຄາດວ່າຈະມີພິທີເປີດຢ່າງເປັນທາງການໃນເດືອນພະຈິກ 2019 ນີ້.

ທ່ານ ນາງບຸນພັກ ອິນທະປັນຍາ ຮອງເຈົ້າແຂວງ ໄຊຍະບູລີ ໄດ້ໃຫ້ສໍາ ພາດຕໍ່ທີມງານຂ່າວສານ ໃນວັນທີ 20 ສິງຫາ 2019 ກ່ຽວກັບຜົນປະໂຫຍດຂອງປະຊາຊົນ, ແຂວງ ແລະ ປະເທດຊາດ ທີ່ໄດ້ຮັບຈາກໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ ໄຊຍະບູລີ ວ່າ:

ໂຮງໄຟຟ້າພະລັງງານນໍ້າ ໄຊຍະບູລີ ເປັນແຜນຍຸດທະສາດ ເພື່ອການພັດທະນາ ໂດຍຫັນເອົາທໍາມະຊາດມາຮັບໃຊ້ໃຫ້ແກ່ສັງຄົມ; ເຊິ່ງນໍາເອົາຜົນປະໂຫຍດມາໃຫ້ກັບປະຊາຊົນ ແລະ ປະເທດຊາດ ໃນອະນາຄົດ, ເຂື່ອນໄຟຟ້າ ໄຊຍະບູລີ ໄດ້ລິເລີ່ມຄົ້ນຄົ້ວ ແລະ ເຂົ້າສູ່ການຍົກຍ້າຍຈັດສັນປະຊາຊົນອອກຈາກພື້ນທີ່ກໍ່ສ້າງນັບແຕ່ປີ 2011 ເປັນຕົ້ນມາ, ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ເຊິ່ງກວມເອົາເນື້ອທີ່ຂອງແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ, ມີບ້ານທີ່ໄດ້ຮັບຜົນກະທົບ ທັງໝົດ 19 ບ້ານ; ສໍາລັບແຂວງ ໄຊຍະບູລີ ແມ່ນມີ 6 ບ້ານ ທີ່ຢູ່ລຽບ ແຄມແມ່ນໍ້າຂອງ, ໃນນັ້ນ ໄດ້ຍົກຍ້າຍ 1 ບ້ານ ຄື: ບ້ານຫ້ວຍຊຸຍ ແລະ 5 ບ້ານ ແມ່ນຍັບຍ້າຍຈາກບ່ອນຕໍ່າຂຶ້ນສູ່ບ່ອນສູງ, ປະຊາຊົນໄດ້ຮັບຜົນກະທົບ 219 ຄອບຄົວ, ພົນລະເມືອງ 1.143 ຄົນ ຍິງ 537 ຄົນ, ເຊິ່ງຜົນກະທົບດັ່ງກ່າວ ທາງບໍລິສັດທີ່ຮັບເໝົາກໍ່ສ້າງ ແມ່ນໄດ້ສົດ ເຊີຍໃຫ້ປະຊາຊົນ ທັງໝົດເປັນຕົ້ນແມ່ນ: ປຸກສ້າງເຮືອນ; ຈັດສັນທີ່ດິນທໍາການຜະ ລິດ ແລະ ຈັດສັນອາຊີບ ເຊັ່ນ: ປູກຝັງ-ລ້ຽງສັດ, ເຮັດການປະມົງ, ເຮັດວຽກນໍາໂຄງການ, ຕົ້ມເຫຼົ້າຜະລິດເປັນສິນຄ້າ ໂອດ໊ອບ, ຕັດຍີບ, ສ້ອມແປງ, ຂັບລົດ, ເສີມສວຍ, ຄ້າ-ຂາຍ, ປຸງແຕ່ງອາຫານ ແລະອື່ນໆ.

ເຂື່ອນໄຟຟ້າພະລັງງານນ້ຳ ໄຊຍະບູລີ ສ້າງຜົນປະໂຫຍດໃຫ້ປະຊາຊົນ ແລະ ປະເທດຊາດ
ເຂື່ອນໄຟຟ້າພະລັງງານນ້ຳ ໄຊຍະບູລີ ສ້າງຜົນປະໂຫຍດໃຫ້ປະຊາຊົນ ແລະ ປະເທດຊາດ

ມາຮອດປັດຈຸບັນຊີວິດການເປັນຢູ່ຂອງປະຊາຊົນດັ່ງກ່າວ ແມ່ນດີຂຶ້ນ, ລາຍຮັບສະເລ່ຍປັດຈຸບັນ ບ້ານຫ້ວຍຊຸຍ 604 ໂດລາສະຫະລັດ /ຄົນ/ປີ; ເມືອ ກ່ອນແມ່ນ 412 ໂດລາ/ຄົນ/ປີ, ບ້ານ ຕາລານ 2.179 ໂດລາສະຫະລັດ /ຄົນ/ປີ, ເມື່ອກ່ອນແມ່ນ 593 ໂດລາ/ຄົນ/ປີ, ນອກຈາກການສ້າງລາຍຮັບໃຫ້ກັບ ປະຊາຊົນ ແລ້ວຍັງໄດ້ສ້າງລາຍຮັບໃຫ້ ແຂວງອີກເປັນຕົ້ນແມ່ນ: ຮັບຈາກອາກອນເງິນເດືອນຂອງກໍາມະກອນ, ການ ສ້າງຖະໜົນຫົນທາງ ແລະ ການຊື້-ຂາຍ ຕາມທ້ອງຕະຫຼາດ; ສໍາລັບປະເທດຊາດແມ່ນໄດ້ຮັບຜົນສໍາເລັດທີ່ວາງແຜນວິໄສທັດ ແລະ ຍຸດທະສາດໃນອະນາຄົດໄດ້ຮັບການຈັດຕັ້ງປະຕິບັດ, ໄດ້ມີສື່ສຽງ, ມີລາຍຮັບເຂົ້າປະເທດຈາກການຂາຍໄຟຟ້າໄປຕ່າງປະເທດ ແລະ ຈຸດດັ່ງກ່າວຈະກາຍເປັນແຫຼ່ງທ່ອງທ່ຽວ ເຊິ່ງຈະສ້າງ ຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ປະ ເທດຊາດ ໃນອະນາຄົດ.