ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເລັ່ງອະນາໄມຄອງລະບາຍນໍ້າເສດຂີ້ເຫຍື້ອ, ທີ່ອຸດຕັນທໍ່ລະບາຍນໍ້າ, ຫຍ້າທີ່ເກີດ ແລະ ຜັກຕົບທີ່ເກີດຂຶ້ນຕາມຄອງ, ຮ່ອງນໍ້າທີ່ເປັນການຂີດຂວາງການ ໄຫຼຂອງນໍ້າຊັກຊ້າເປັນສາເຫດທີ່ພາໃຫ້ນໍ້າຖວມຂັງຕາມເສັ້ນທາງ ແລະ ສະຖານທີ່ຕ່າງໆ ໃນນະຄອນຫຼວງວຽງຈັນ ເວລາຝົນຕົກແຮງ.

ທ່ານ ກຸມພະວາ ຈຳປາສຸກ
ທ່ານ ກຸມພະວາ ຈຳປາສຸກ

ທ່ານ ກຸມພະວາ ຈຳປາສຸກ ຫົວໜ້າຫ້ອງວ່າການ ເມືອງໄຊເສດຖາ ໃຫ້ສໍາພາດ ໃນວັນທີ 22 ສິງຫາ ວ່າ:

ນະຄອນຫຼວງວຽງຈັນ ໃນເວລາຝົນຕົກແຮງກໍເກີດມີນໍ້າຖ້ວມຂັງເສັ້ນທາງ ເຮັດໃຫ້ຜູ້ສັນຈອນພົບຄວາມຫຍຸ້ງຍາກ. ຜ່ານການກວດກາຕົວຈິງ ພົບວ່າໃນເວລາຝົນຕົກເຮັດໃຫ້ນໍ້າໄຫຼລົງສູ່ຄອງ ແລະ ຮ່ອງຕ່າງໆບໍ່ສະດວກ ເນື່ອງຈາກວ່າມີຂີ້ເຫຍື້ອອຸດຕັນ, ມີຫຍ້າ ແລະ ຜັກຕົບເກີດຂຶ້ນເຮັດ ໃຫ້ການໄຫຼຂອງນໍ້າຊັກຊ້ານໍ້າຍຶ່ງຖ້ວມທາງ ແລະ ບ້ານເຮືອນຂອງພໍ່-ແມ່ປະຊາຊົນຈໍານວນໜຶ່ງ. ເພື່ອແກ້ໄຂບັນຫາດັ່ງກ່າວ; ນະຄອນຫຼວງວຽງຈັນ, ເມືອງ ແລະ ອາສາສະໝັກພ້ອມດ້ວຍຄະນະກໍາມະການຕ້ານແລ້ງ-ຕ້ານຖ້ວມ ແລະ ພາກສ່ວນຕ່າງໆ ຈໍານວນ 80 ກວ່າ ແຮງງານໄດ້ປະກອບສ່ວນ ພ້ອມກັນຖາງຫຍ້າ, ເກັບເສດຂີ້ເຫຍື້ອ, ຖົງຢາງ ແລະ ຜັກຕົບຕ່າງໆ ທີ່ອາດຈະອຸດຕັນ ຄອງລະບາຍນໍ້າອອກໃຫ້ໝົດ ເພື່ອຮອງຮັບນໍ້າຈໍານວນຫຼວງຫຼາຍໃຫ້ມີການໄຫຼສະດວກ ທີ່ເຂດຄອງຫົວຂົງເພື່ອປ້ອງ ກັນນໍ້າຖ້ວມຂັງເສັ້ນທາງ ແລະ ຈຸດຕ່າງໆ.

ເມືອງໄຊເສດຖາ ເລັ່ງອະນາໄມຄອງລະບາຍນ້ຳ ແກ້ໄຂນ້ຳຖ້ວມທາງ
ເມືອງໄຊເສດຖາ ເລັ່ງອະນາໄມຄອງລະບາຍນ້ຳ ແກ້ໄຂນ້ຳຖ້ວມທາງ

ເຊິ່ງໃນວັນທີ 24 ສິງຫາ 2019 ເຈົ້າ ເມືອງໄຊເສດຖາ ໄດ້ອອກແຈ້ງການ ເຖິງອໍານາດການປົກຄອງ ຈໍານວນ 48 ບ້ານ ໃຫ້ພ້ອມກັນອະນາໄມ ແລະ ລວງຄອງ; ຮ່ອງນໍ້າ, ພາຍໃນບ້ານຂອງຕົນໃຫ້ເປັນຂະບວນການຟົດຟື້ນ. ເຊິ່ງໃນນີ້, ທາງເມືອງຈະໄດ້ສຸມໃສ່ 2 ຈຸດຫຼັກ ຄື: ເຂດໄຟອຳນາດທາດຫຼວງຈະມີການລ່ວງ ທໍ່ລະບາຍນໍ້າ, ເອົາເສດຂີ້ເຫຍື້ອຕ່າງໆ ອອກຈາກທໍ່ ແລະ ຂອບເຂດຂົວຊໍ້າເຄ້ ທີ່ເຫັນວ່າເວລາຝົນກຕົກແຮງມີນໍ້າຖ້ວມທຸກເທື່ອ, ຖ້າຫາກວ່າການຈັດຕັ້ງປະຕິ ບັດອະນາໄມຄອງຕ່າງໆໄດ້ສໍາເລັດ ກໍຈະຫຼູດ ຜ່ອນນໍ້າຖ້ວມຂັງໄດ້ຫຼາຍສົມຄວນເນື່ອງຈາກສາເຫດພາໃຫ້ນໍ້າຖ້ວມ ສ່ວນໜຶ່ງແມ່ນເກີດຈາກເສດວັດສະ ພຶດຕ່າງໆ ທີ່ກີດຂວາງການໄຫຼຂອງນໍ້າ.

ເມືອງໄຊເສດຖາ ເລັ່ງອະນາໄມຄອງລະບາຍນ້ຳ ແກ້ໄຂນ້ຳຖ້ວມທາງ
ເມືອງໄຊເສດຖາ ເລັ່ງອະນາໄມຄອງລະບາຍນ້ຳ ແກ້ໄຂນ້ຳຖ້ວມທາງ

ໃນໄລຍະຜ່ານມາ, ນໍ້າໄດ້ຖ້ວມຂັງພາຍໃນເມືອງ ໂດຍແມ່ນຈຸດນໍ້າຖ້ວມ ຂັງຕາມເສັ້ນທາງພາຍໃນເມືອງມີ 12 ຈຸດ ຄື: ບ້ານຝາຍ (ໄຟອຳນາດທາດຝຸ້ນ), ບ້ານນາໄຊ (ຮ່ອມປີ້ງເປັດ); ບ້ານໂພນໄຊ (ໄຟອຳນາດໂພນໄຊ ຕຶກກະຊວງ ຍທຂ); ບ້ານໜອງບອນ ( ທະນາຄານອິນໂດໄຊນາ ), ບ້ານໂພນສະອາດ ( ໄຟອຳນາດໂພນ ສະອາດ ), ບ້ານໂພນສະອາດ ( ວົງວຽນ 450 ປີ ); ບ້ານທາດຫຼວງກາງ (ຮ່ອມ 4 ຮ້ານໂຊກໄຊມາກ), ໄຟອຳນາດທາດ ຫຼວງ, ບ້ານທາດຫຼວງໃຕ້ (ຮ່ອມ 8 ), ບ້ານໂພນທັນ ( ໄຟອຳນາດໂພນທັນ ), ໜ້າຕະຫຼາດ ຫຼັກຊັບ ແລະ ບ້ານຊໍາເຄ້ ( ໃກ້ຂົວຊໍາເຄ້).

ເມືອງໄຊເສດຖາ ເລັ່ງອະນາໄມຄອງລະບາຍນ້ຳ ແກ້ໄຂນ້ຳຖ້ວມທາງ
ເມືອງໄຊເສດຖາ ເລັ່ງອະນາໄມຄອງລະບາຍນ້ຳ ແກ້ໄຂນ້ຳຖ້ວມທາງ

ສຳລັບຮ່ອງນໍ້າຕົວເມືອງໄຫຼລົງສູ່ ຄອງນ້ໍາວຽງຈັນມີ 14 ຈຸດ ຄື: ຮ່ອງໜ້າຫໍ ປະຊຸມແຫ່ງຊາດ ຫຼັກ 6 ບ້ານໜອງ ໜ່ຽງ, ຮ່ອງດາວວຽງ 2, ຮ່ອງແຊງ; ຮ່ອມ 6 ບ້ານວຽງຈະເລີນ, ຮ່ອງແກ, ຮ່ອງໜອງແຂ້ ( ຂົວເມືອງນ້ອຍ ), ຮ່ອງ ບ້ານຫົວຂົວ, ຮ່ອງປໍ້ານໍ້າມັນບ້ານໜອງໜ່ຽງ, ຮ່ອງບ້ານໂຊກນ້ອຍ ເຊື່ອມຕໍ່ ໂຊກໃຫຍ່, ຮ່ອງຫ້ວຍບ່າໄຫຼ, ຮ່ອງນາບຽນ, ຮ່ອງໃກ້ໂຮງຮຽນປະຖົມບ້ານດຸງ ແລະ ຮ່ອງນາຄວາຍ-ໄຮຄໍາ. ໃນນີ້ຮ່ອງທີ່ມີຄວາມສ່ຽງນໍ້າຖ້ວມ ມີ 1 ຈຸດ ຄື: ຮ່ອງໜອງແຂ້ (ບໍລິສັດນໍ້າທາກໍ່ສ້າງຖົມຮ່ອງທໍາມະຊາດ ) ແລະ ຮ່ອງນໍ້າທີ່ໄດ້ ລວງແກ້ໄຂໃນປີຜ່ານມາມີ 3 ຈຸດ ຄື: ຮ່ອງຫ້ວຍບາໄຫຼ (ສໍາເລັດ); ຮ່ອງນໍ້າ ບ້ານນາຄວາຍ-ໄຮຄໍາ ແລະ ຮ່ອງໜອງແຂ້ ບ້ານເມືອງນ້ອຍ ( ຍັງບໍ່ສໍາເລັດ ).