ໜ່ວຍພັກ ປກສ ກຸ່ມທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈະສືບຕໍ່ຂຶ້ນບັນຊີເປົ້າໝາຍຕ່າງໆໃຫ້ຊັດເຈນ ແລະ ຈະແຈ້ງ; ເປັນຕົ້ນແມ່ນເປົ້າໝາຍຢາເສບຕິດ, ປຸ້ນຈີ້-ຊິງຊັບ, ຂີ້ລັກງັດແງະ, ນັກເລັງອັນຕະພານ, ຫຼິນການພະນັນ ແລະ ເປົ້າໝາຍອື່ນໆທີ່ກໍ່ຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນສັງຄົມ ໂດຍສະເພາະ 11 ບ້ານ ທີ່ຂຶ້ນກັັບກຸ່ມທ່າງ່ອນ ເພື່ອພ້ອມກັນແກ້ໄຂໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ກອງປະຊຸມສືບຕໍ່ຂຶ້ນບັນຊີເປົ້າໝາຍໃຫ້ຈະແຈ້ງ ເພື່ອແກ້ໄຂໃຫ້ຖືກຕ້ອງ
ກອງປະຊຸມສືບຕໍ່ຂຶ້ນບັນຊີເປົ້າໝາຍໃຫ້ຈະແຈ້ງ ເພື່ອແກ້ໄຂໃຫ້ຖືກຕ້ອງ

ໃນກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກ ປກສ ກຸ່ມທ່າງ່ອນ ຄັ້ງວັນທີ 27 ສິງຫາ 2019, ໂດຍມີ ທ່ານ ຄໍາເຫວີຍ ສິງຫາທໍາ ກໍາມະການພັກເມືອງ ຫົວໜ້າຈັດຕັ້ງພັກເມືອງໄຊທານີ, ພັທ ພຸດທະວົງ ດິດຍະວົງ ຮອງເລຂາໜ່ວຍພັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ, ມີຄະນະໜ່ວຍພັກ, ແຂກຮັບເຊີນ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ. ພັທ ສາຄອນ ວົງຫາຈັກ ເລຂາໜ່ວຍພັກ ຫົວໜ້າ ປກສ ກຸ່ມທ່າງ່ອນ ກ່າວວ່າ: ໃນຕໍ່ໜ້າຄະນະໜ່ວຍພັກ ປກສ ກຸ່ມທ່າງ່ອນ ຕ້ອງສືບຕໍ່ເຮັດໜ້າວຽກງານທີ່ເປັນໃຈກາງໃຫ້ຄະນະພັກຂັ້ນເທິງໃນການ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນພາຍໃນສັງຄົມ, ເກັບກໍາຂໍ້ມູນຂຶ້ນບັນຊີເປົ້າໝາຍເຄື່ອນໄຫວບໍ່ດີທີ່ຜິດຕໍ່ລະບຽບກົດ ໝາຍທີ່ກໍ່ຄວາມບໍ່ສະຫງົບ ແລະ ສ້າງຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນ 11 ໝູ່ບ້ານ ຂອງກຸ່ມທ່າງ່ອນ ເພື່ອພ້ອມກັນແກ້ໄຂໃຫ້ຖືກຕ້ອງຕາມກົດຫມາຍຢ່າງເຂັ້ມງວດ; ກັບການເກັບກໍາບັນດາຂໍ້ມູນ ພົນລະເມືອງເຄື່ອນໄຫວໂຍກຍ້າຍໄປ-ມາ, ມາເປັນໄພ້-ເປັນເຂີຍ, ເກີດໃໝ່, ຄົນມາພັກເຊົາຊົ່ວຄາວ, ເຮືອນໃຫ້ເຊົ່າ, ຫ້ອງແຖວ, ໂຮງແຮມ, ເຮືອນພັກ, ຕະຫຼອດຮອດຫົວໜ່ວຍທຸລະກິດຕ່າງໆໃຫ້ມີບັນຊີສະຖິຕິລະອຽດຈະແຈ້ງໄວ້ພາຍໃນກຸ່ມທ່າງ່ອນ.

ກອງປະຊຸມສືບຕໍ່ຂຶ້ນບັນຊີເປົ້າໝາຍໃຫ້ຈະແຈ້ງ ເພື່ອແກ້ໄຂໃຫ້ຖືກຕ້ອງ
ກອງປະຊຸມສືບຕໍ່ຂຶ້ນບັນຊີເປົ້າໝາຍໃຫ້ຈະແຈ້ງ ເພື່ອແກ້ໄຂໃຫ້ຖືກຕ້ອງ

ທ່ານຫົວໜ້າ ປກສ ກຸ່ມທ່າງ່ອນ ຍັງໃຫ້ຮູ້ຕື່ມອີກວ່າ:

ໄລຍະຜ່ານມາໜ່ວຍພັກ ປກສ ກຸ່ມທ່າງ່ອນໄດ້ ຊີ້ນໍາ-ນໍາພາພະນັກງານ-ນັກຮົບຂຶ້ນບັນຊີເປົ້າໝາຍ ໃນທົ່ວກຸ່ມມີຈໍາທັງໝົດ 344 ຄົນ ຍິງ 34 ຄົນ ແລະ ໄດ້ແບ່ງອອກເປັນ 3 ປະເພດ ຄື: ເປົ້າໝາຍ ປະເພດ I ມີ 284 ຄົນ ຍິງ 26 ຄົນ, ປະເພດ II ມີ 54 ຄົນ ຍິງ 8 ຄົນ, ປະເພດ III ມີ 6 ຄົນ ແລະ ໄດ້ແຍກກໍລະນີເປົ້າໝາຍຄື: ເປົ້າໝາຍຄ້າຂາຍຢາ ເສບຕິດມີ 54 ຄົນ ຍິງ 8 ຄົນ, ລັກຊັບພົນລະເມືອງ 28 ຄົນ ແລະ ເສບຢາເສບຕິດ ມີ 262 ຄົນ ຍິງ 26 ຄົນ.

 ກອງປະຊຸມປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່
ກອງປະຊຸມປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່

ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ ແລະ ສາມາດເລືອກໄດ້ ພັຕ ລັດສະໝີ ເພັດສີລາ ເປັນເລຂາ, ພັຕ ຄອນສະຫວັນ ພຽນວິໄລ ເປັນຮອງເລາຂາ ແລະ ພັຕ ທອງເຄນ ຂຸນທອງບຸນມີ ເປັນປະທານກວດກາ.