ໃນວັນທີ 28 ສິງຫາ ທີ່ຜ່ານມາ, ສຳນັກຂ່າວ ເອເອບພີ ລາຍງານ ການຄົ້ນພົບການບູຊາຍັນເດັກ ທີ່ອາດເປັນຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດເປຣູ ເມື່ອທີມນັກໂບຮານຄະດີຄົ້ນພົບກະດູກເດັກ 227 ສົບ ໃກ້ສະຖານທີ່ຝັງສົບໃນເມືອງແຄມຝັ່ງ ອວນຊາໂກ ທາງພາກເຣືອຂອງ ນະຄອນຫຼວງລິມາ ເມືອງຫຼວງເປຣູ ເຊິ່ງເປັນທີ່ຕັ້ງຂອງອະລິຍະທຳບູຮານ “ ຊິມູ ”.

ເດັກເຫຼົ່ານີ້ຖືກຂ້າເພື່ອບູຊາຍັນ ເທບດວງເດືອນທີ່ເອີ້ນວ່າ ຊິ
ເດັກເຫຼົ່ານີ້ຖືກຂ້າເພື່ອບູຊາຍັນ ເທບດວງເດືອນທີ່ເອີ້ນວ່າ ຊິ

ໂຄງກະດູກທີ່ຖືກຄົ້ນພົບ ມີອາຍຸປະມານ 5-14 ປີ, ບາງສົບມີເສັ້ນຜົມ ແລະ ເສດຜິວໜັງດ້ວຍ, ເດັກເຫຼົ່ານີ້ມີຮ່ອງຮອຍການຖືກສັງຫານ ໃນໄລຍະລະດູຝົນ ແລະ ຖືກຝັງຫັນໄປທາງທະເລ ເພື່ອບູຊາຍັນເທບດວງເດືອນ ທີ່ເອີ້ນວ່າ “ ຊິ ” ຕາມຄວາມເຊື່ອຂອງອະລິຍະທຳ ຊິມູ ທີ່ວ່າມີພະລັງຫຼາຍກວ່າດວງອາທິດ; ເຊື່ອວ່າ ເດັກເຫຼົ່ານີ້ ຖືກສັງຫານເພື່ອບູຊາຍັນ ເມື່ອປະມານ 500 ປີກ່ອນ.

ທີມນັກໂບຮານຄະດີຄົ້ນພົບກະດູກເດັກ 227 ສົບ ໃກ້ສະຖານທີ່ຝັງສົບໃນເມືອງແຄມຝັ່ງ ອວນຊາໂກ
ທີມນັກໂບຮານຄະດີຄົ້ນພົບກະດູກເດັກ 227 ສົບ ໃກ້ສະຖານທີ່ຝັງສົບໃນເມືອງແຄມຝັ່ງ ອວນຊາໂກ

ຫົວໜ້ານັກບູຮານຄະດີ ເຟເຣນ ກັສຕິໂຢ ບອກກັບ ເອເອບພີ ວ່າ: ເປັນສຸສານເດັກຖືກຂ້າບູຊາຍັນຫຼາຍທີ່ສຸດເທົ່າທີ່ເຄີຍຄົ້ນພົບ ແລະ ທາງທີມງານກຳລັງຂຸດຄົ້ນພາຍໃນຫຼຸມຝັງສົບ ເຊິ່ງອາດຈະພົບໂຄງກະດູກຫຼາຍກວ່ານີ້.

ກ່ອນໜ້ານີ້, ທີມນັກບູຮານຄະດີ ຄົ້ນພົບໂຄງກະດູກເດັກຖືກຂ້າບູຊາຍັນ 56 ສົບ ໃນເຂດປຳປາ ລາ ຄຣຸສ ໃນເດືອນມິຖຸນາ ປີທີ່ຜ່ານມາ ເຊິ່ງຢູ່ບໍ່ໄກຈາກແຫຼ່ງບູຮານຄະດີ ຮວນຊາກິໂຕ ທີ່ຄົ້ນພົບໂຄງກະດູກເດັກ 140 ສົບ ແລະ ກະດູກສັດ ລາມະ ( ສັດລ້ຽງລູກດ້ວຍນົມຄ້າຍອູດ ) ອີກ 200 ໂຕ ໃນເດືອນເມສາ ປີດຽວກັນ.

ທັ້ງນີ້, ອະລິຍະທຳ ຊິມູ ອາໄສຢູ່ຕາມແຄມຝັ່ງທາງພາກເໜືອຂອງເປຣູ ເປັນໜຶ່ງໃນອະລິຍະທຳທີ່ມີອິດທິພົນທີ່ສຸດ ໃນພາກພື້ນ ແລະ ຮຸ່ງເຮືອງ ລະຫວ່າງ ຄ.ສ 1200 – 1400 ເຊິ່ງຂ້າເດັກບູຊາຍັນຢ່າງແຜ່ຫຼາຍ ກ່ອນຖືກຈັກກະວັດ ອິນຄາ ຢຶດຄອງ ໃນປີ ຄ.ສ 1475.