ພະແນກຕຳຫຼວດ ກອງຕຳຫຼວດຈະລາຈອນ ປກສ ເມືອງລະມາມ ແຂວງເຊກອງ ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ກົດໝາຍຈະລາຈອນທາງບົກ; ຢູ່ວັດບ້ານດ່ານເມືອງລະມາມ ໃນວັນທີ 30 ສີງຫາ 2019 ເພື່ອເຮັດໃຫ້ພໍ່-ແມ່ປະຊາຊົນ ແລະ ຊາວໜຸ່ມພາຍໃນບ້ານດ່ານ ຈຳນວນ 153 ຄົນ ຍິງ 41 ຄົນ ຮັບຮູ້ ແລະ ເຂົ້າໃຈເຖິງກົດລະບຽບຈະລາຈອນໃຫ້ຫຼາຍຂຶ້ນ ສາມາດນໍາ ໄປຈັດຕັ້ງປະຕິບັດເຂົ້າໃນການໃຊ້ລົດ-ໃຊ້ຖະໜົນໃນແຕ່ລະວັນ ແນໃສ່ຫຼີກ ລ່ຽງບັນຫາການເກີດອຸບັດຕິເຫດຕາມ ທ້ອງຖະໜົນ.

ເຜີຍແຜ່ລະບຽບການສັນຈອນໃຫ້ພໍ່-ແມ່ປະຊາຊົນບ້ານດ່ານ
ເຜີຍແຜ່ລະບຽບການສັນຈອນໃຫ້ພໍ່-ແມ່ປະຊາຊົນບ້ານດ່ານ

ຮທ ແດນດົງ ສຸມີໄຊ ຮອງຫົວໜ້າກອງຕຳຫຼວດຈະລາຈອນ ເມືອງລະມາມ ໃຫ້ຮູ້ວ່າ:

ການລົງໂຄສະນາເຜີຍ ແຜ່ໃນຄັ້ງນີ້ ເພື່ອເປັນການເຜີຍແຜ່ກົດລະບຽບຈະລາຈອນ ແລະ ກົດໝາຍຈະລາຈອນທາງບົກໃຫ້ພໍ່-ແມ່ປະຊາຊົນ ແລະ ບັນດາຊາວໜຸ່ມພາຍໃນບ້ານດ່ານໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການໃຊ້ລົດ-ໃຊ້ຖະໜົນໃຫ້ມີ ຄວາມປອດໄພ; ເປັນຕົ້ນແມ່ນ ການກວດກາສະພາບເຕັກນິກລົດ, ການຮຽນ ຮູ້ເຖິງປ້າຍເຕືອນ; ປ້າຍຫ້າມ ແລະອື່ນໆ ຕາມເສັ້ນທາງ, ການອອກລົດຈາກໄຟ ອຳນາດໃຫ້ມີຄວາມປອດໄພ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດ ແລະ ເປັນ ການເຕືອນສະຕິໃຫ້ກັບໄວໜຸ່ມ ເນື່ອງຈາກເປັນໄວທີ່ມີຄວາມຢາກຮູ້-ຢາກເຫັນ ແລະ ຢາກລອງເປັນຫຼັກ ໂດຍບໍ່ໄດ້ຄຳ ນຶງຜົນເສຍຫາຍທີ່ຈະຕາມມາ ເມື່ອເກີດມີຄວາມຜິດພາດ ຫຼື ຂັດຂ້ອງແບບກະທັນຫັນ ອຸບັດຕິເຫດກໍຈະຕາມມາ ເຊິ່ງມັນໄດ້ພາໃຫ້ເກີດຄວາມເສຍຫາຍ ເປັນຕົ້ນແມ່ນ ພາຫະນະເປ່ເພ; ເສຍຊັບສິນ ແລະ ຮ້າຍແຮງກວ່ານັ້ນ ອາດເສຍຊີວິດໄດ້.

ເຜີຍແຜ່ລະບຽບການສັນຈອນໃຫ້ພໍ່-ແມ່ປະຊາຊົນບ້ານດ່ານ
ເຜີຍແຜ່ລະບຽບການສັນຈອນໃຫ້ພໍ່-ແມ່ປະຊາຊົນບ້ານດ່ານ

ທ່ານຮອງຫົວໜ້າກອງຕຳຫຼວດ ຈະລາຈອນ ເມືອງລະມາມ ກ່າວຕື່ມອີກ ວ່າ: ບັນຫາການເກີດອຸບັດຕິເຫດໃນປັດຈຸບັນແມ່ນເກີດຂຶ້ນຫຼາຍ ຍ້ອນຄວາມປະໝາດໃນການໃຊ້ລົດ-ໃຊ້ຖະໜົນຂອງ ຜູ້ຂັບຂີ່ຄື: ເມົາແລ້ວຂັບ, ຂັບລົດໄວເກີນກຳນົດ, ບໍ່ປ່ອຍສິດເຊິ່ງກັນແລະກັນ; ລ່ວງໄຟອຳນາດ, ແຊງທາງໂຄ້ງ-ແຊງ ບໍ່ຮັບປະກັນ.ໃນພິທີ, ຍັງໄດ້ຈັດກິດຈະ ກຳຖາມ-ຕອບໃຫ້ກັບ ພໍ່-ແມ່ປະຊາຊົນ-ນ້ອງໆລູກຫຼານ ແລະ ຮັບຊົມວີດີໂອກ່ຽວກັບການເກີດອຸບັດຕິເຫດ ເພື່ອໃຫ້ເປັນອຸທາຫອນ, ເຕືອນສະຕິໃຫ້ ນັກຂັບຂີ່ມີຄວາມລະມັດລະວັງ ແລະ ຕ້ອງໃສ່ໝວກກັນກະທົບທຸກໆຄັ້ງໃນເວລາຂັບຂີ່ລົດ.