ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໄດ້ຄາດກະສະພາບການສັນຈອນອາດຈະ ເກີດຂຶ້ນໃນງານບຸນນະມັດສະການພຣະທາດຫຼວງຈະມີຄວາມແອອັດ; ສັບສົນຢູ່ບາງຖະໜົນເຊັ່ນ: ຖະໜົນໄກສອນພົມວິຫານ, ຖະໜົນໂພໄຊ, ຖະໜົນ 23 ສິງຫາ, ໜອງບອນ, ເຕສີ່, ທາດຫຼວງ ແລະ ກໍາແພງເມືອງ.

ຄາດວ່າຈະລາຈອນຈະຕິດຂັດ-ແອອັດ ຢູ່ 7 ຖະໜົນສາຍຫຼັກ ໃນບຸນພຣະທາດຫຼວງ
ຄາດວ່າຈະລາຈອນຈະຕິດຂັດ-ແອອັດ ຢູ່ 7 ຖະໜົນສາຍຫຼັກ ໃນບຸນພຣະທາດຫຼວງ

ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ໃຫ້ຮູ້ວ່າ:

ຖະໜົນທີ່ກ່າວມານັ້ນ ອາດຈະເຮັດໃຫ້ການສັນຈອນແອອັດ, ສັບສົນ ເພາະອາດຈະມີຜູ້ປະກອບການຕັ້ງຄອກຝາກລົດ ຄຽງຄູ່ກັນນີ້ ຜູ້ໃຊ້ລົດ-ໃຊ້ຖະໜົນ ຈະມີການລ່ວງລະເມີດກົດລະບຽບການສັນຈອນເກີດຂຶ້ນຢ່າງຫຼວງຫຼາຍຍ້ອນສະຖານທີ່ຈອດລົດບໍ່ພຽງພໍ; ນັກຂັບຂີ່ອາດຈະຈອດຊະຊາຍ, ສ້າງຄວາມສັບສົນ ແລະ ແອອັດໃນການສັນຈອນຈະພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ, ເພື່ອເຮັດໃຫ້ສະພາບການສັນຈອນພາຍໃນງານມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະດວກຄ່ອງຕົວ, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນໄດ້ສົມ ທົບກັບບັນດາກອງຈະລາຈອນເມືອງ ວາງກໍາລັງປ້ອງກັນວົງໃນ ແລະ ວົງນອກ ຈໍານວນ 350 ສະຫາຍ ໃສ່ 80 ຈຸດ ແລະ ບັນດາປ້ອມຕ່າງໆ ເພື່ອຕິດຕາມສະພາບ ການໃຊ້ລົດ-ໃຊ້ຖະໜົນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ.

ຄາດວ່າຈະລາຈອນຈະຕິດຂັດ-ແອອັດ ຢູ່ 7 ຖະໜົນສາຍຫຼັກ ໃນບຸນພຣະທາດຫຼວງ
ຄາດວ່າຈະລາຈອນຈະຕິດຂັດ-ແອອັດ ຢູ່ 7 ຖະໜົນສາຍຫຼັກ ໃນບຸນພຣະທາດຫຼວງ

ບັນດາຈຸດທີ່ເຈົ້າໜ້າທີ່ໄດ້ຈັດວາງກໍາລັງ ແລະ ສຸມໃສ່ ມີຮ່ອມຮ້ານອາຫານ ໂດລາ, ຮ່ອມທາງຫຼວງກາງ (ສະຕາ 201), ຮ່ອມບ້ານທາດຫຼວງກາງ, ແຍກທາງ 4 ເລນທາງເຂົ້າ, ຮ່ອມເຮືອນພັກຜາສຸກ, ຮ່ອມຮ້ານອາຫານໂດລາສະແລັມ, ໄຟອໍານາດປະຕູໄຊ, ໄຟອໍານາດໂພນສະອາດ, ໄຟອໍານາດຮ່ອງແຊງ, ໄຟອໍານາດໜອງໜ່ຽງ, ແຍກຫຼັກ 6, ແຍກໄຟອໍານາດດົງໂດກ, ແຍກໄຟອໍານາດກໍາມະບານ ( ເກົ່າ ), ຂົວມິດຕະພາບ 1, ແຍກອໍານາດຫໍຄໍາ, ແຍກໄຟອໍານາດເພັດສະລາດ, ແຍກໄຟອໍານາດຕະຫຼາດເຊົ້າ; ສະໜາມບິນສາກົນວັດໄຕ, ປ້ອມໜອງບຶກ, ແຍກເດີ່ນເຕະບານໂດລາ, ຈຸດໄລ່ລົດເດີ່ນທາດຫຼວງ, ຈຸດປ້ອງກັນກອງຄະດີອຸບັດຕິເຫດ, ແຍກທາງເຂົ້າຂ້າງຫໍພິທະ ພັນກອງທັບ, ວົງວຽນ 450 ປີ, ແຍກດາວ ແດງເກົ່າ, ແຍກຮ່ອມນໍ້າປະປາ, ແຍກເຮືອນພັກກັນລະຍາ, ແຍກໄປສະນີ, ແຍກຫ້ອງການບ້ານໂພນເຄັງ, ຈຸດໄລ່ລົດແຕ່ ແຍກໄປສະນີ-ໄຟອໍານາດໜອງບອນ, ຈຸດໄລ່ລົດໄຟອໍານາດໜອງບອນ-ເຂົ້າທາງສະພາແຫ່ງຊາດ, ຈຸດໄລ່ລົດທາງເຂົ້າສະພາແຫ່ງຊາດ-ວົງວຽນ 450 ປີ ແລະ ທາງເຂົ້າໜ້າຫໍສະພາ.

ຄາດວ່າຈະລາຈອນຈະຕິດຂັດ-ແອອັດ ຢູ່ 7 ຖະໜົນສາຍຫຼັກ ໃນບຸນພຣະທາດຫຼວງ
ຄາດວ່າຈະລາຈອນຈະຕິດຂັດ-ແອອັດ ຢູ່ 7 ຖະໜົນສາຍຫຼັກ ໃນບຸນພຣະທາດຫຼວງ

ນອກນັ້ນ, ຍັງມີຈຸດປ້ອງກັນຂອງຕໍາຫຼວດຈະລາຈອນ ເມືອງໄຊເສດຖາ, ຈຸດປ້ອງກັນຂອງເມືອງຈັນທະບູລີ, ຈຸດປ້ອງ ກັນຂອງເມືອງສີໂຄດຕະບອງ ແລະ ຈຸດປ້ອງກັນຂອງເມືອງສີສັດຕະນາກ. ສະເພາະຕໍາຫຼວດຈະລາຈອນ 5 ເມືອງ ແມ່ນຕັ້ງດ່ານກວດກາ 24 ຊົ່ວໂມງຂາເຂົ້າ ເມືອງຄື: ເມືອງນາຊາຍທອງ ຕັ້ງຢູ່ບ້ານໜອງສະ, ເມືອງຫາດຊາຍຟອງ ຕັ້ງຢູ່ສວນວັດທະນະທໍາ; ເມືອງໄຊທານີ ຕັ້ງຢູ່ບ້ານທ່າງ່ອນ, ເມືອງປາກງື່ມຕັ້ງຢູ່ບ້ານສົມສະຫວາດ ແລະ ເມືອງສັງທອງຕັ້ງຢູ່ບ້ານສໍາພັນນາ.

ຄາດວ່າຈະລາຈອນຈະຕິດຂັດ-ແອອັດ ຢູ່ 7 ຖະໜົນສາຍຫຼັກ ໃນບຸນພຣະທາດຫຼວງ
ຄາດວ່າຈະລາຈອນຈະຕິດຂັດ-ແອອັດ ຢູ່ 7 ຖະໜົນສາຍຫຼັກ ໃນບຸນພຣະທາດຫຼວງ

ໃນບຸນນະມັດສະການພະທາດຫຼວງປີນີ້, ເຈົ້າໜ້າທີ່ຄາດວ່າຈະມີລົດແອອັດ ແລະ ຕິດຂັດເປັນຈໍານວນຫຼວງຫຼາຍ, ອາດເຮັດໃຫ້ສະຖານທີ່ຈອດລົດພໍ່ພຽງພໍ; ສະນັ້ນໃນທ່າມກາງສະພາບການສັນຈອນທີ່ບໍ່ປົກກະຕິ ເຈົ້າໜ້າທີ່ກໍໄດ້ ຮຽກຮ້ອງມາຍັງຜູ້ຂັບຂີ່ຈົ່ງພ້ອມກັນ ປະຕິບັດກົດລະບຽບ, ແຈ້ງການ ແລະ ການແນະນໍາຂອງເຈົ້າໜ້າທີ່. ສິ່ງສໍາຄັນ ບໍ່ຄວນດື່ມສິ່ງມຶນເມົາ ແລະ ຂັບຂີ່ລົດ ໄວເພາະອາດຈະພາໃຫ້ເກີດອຸບັດຕິເຫດ.