ຊາຍອາຍຸ 32 ປີ ຢູ່ບ້ານຜາຕອງລອງ ເມືອງນານ ແຂວງຫຼວງພະບາງ ໂມໂຫແຮງໃສ່ຜູ້ເປັນເມຍ ຍ້ອນຂໍເງິນ ຈໍານວນ 10.000 ກີບ ບໍ່ໄດ້ ໂດຍອ້າງວ່າຈະໄປຊື້ຂອງກິນສຸກໄປກິນຢູ່ໄຮ່. ແຕ່ຜູ້ເປັນເມຍຮູ້ທັນ, ຄວາມຈິງແລ້ວແມ່ນຈະເອົາໄປຊື້ຢາບ້າໄປເສບ ຈຶ່ງໃຊ້ກໍາປັນຕີທ້ອງເມຍ ກ່ອນໃຊ້ສັນພ້າຂໍຕີໃສ່ງ່ອນດົ້ນເມຍຕື່ມອີກ ຈົນລົ້ມພຸບລົງພື້ນດິນ ແລ້ວຜູ້ກ່ຽວກັບໄປນອນຢູ່ເຮືອນ, ສ່ວນຜູ້ເປັນເມຍບາດເຈັບສາຫັດ ແລະ ຊາວບ້ານໄດ້ເອົາໄປສົ່ງໂຮງໝໍ.

ເຈົ້າໜ້າທີ່ ປກສ ເມືອງນານ ໃຫ້ຮູ້ວ່າ:

ເຫດການດັ່ງກ່າວ ເກີດຂຶ້ນໃນວັນທີ 26 ພະຈິກ 2019 ຜູ້ບາດເປັນເມຍຊື່ ນາງ ສຸກ ອາຍຸ 26 ປີ, ຜູ້ກໍ່ເຫດເປັນຜົວຊື່ ທ້າວ ອົງ ອາຍຸ 32 ປີ ຢູ່ບ້ານຜາຕອງລອງ ເມືອງນານ ແຂວງຫຼວງພະບາງ.

ກ່ອນເກີດເຫດໃນວັນທີ 26 ພະຈິກ 2019 ເວລາ 5:00 ໂມງ ທ້າວ ອົງ ພ້ອມດ້ວຍເມຍ ຊື່ ນາງ ສຸກ ໄດ້ພາກັນຍ່າງໄປໄຮ່ຢູ່ຈຸດນໍ້າພຸ່ງ ເຂດບ້າດັ່ງກ່າວ ເພື່ອຈະໄປແບກຫາບໝາກເດືອຍ. ພາຍຫຼັງຍ່າງໄປຕາມທາງອອກຈາກບ້ານ ຜູ້ກ່ຽວໄດ້ຂໍເງິນນໍາເມຍ ຈໍານວນ 10.000 ກີບ ໂດຍອ້າງວ່າຈະໄປຊື້ຂອງກິນສຸກ ເພື່ອໄປກິນຢູ່ໄຮ່ ແຕ່ຜູ້ເປັນເມຍຮູ້ທັນໄດ້ປະຕິເສດ ເພາະຮູ້ນິດໃສຜູ້ເປັນຜົວທີ່ມັກພົວພັນກັບຢາເສບຕິດ ຈຶ່ງເຮັດໃຫ້ຜູ້ເປັນເມຍປະຕິເສດ ໂດຍຕອບວ່າ: ບໍ່ມີ-ບໍ່ໃຫ້.

ຈາກນັ້ນ, ຜູ້ເປັນຜົວໄດ້ເວົ້າວ່າ: ຖ້າບໍ່ມີເງິນໃຫ້ຈະກັບໄປນອນຢູ່ເຮືອນບໍ່ໄປໄຮ່, ຜູ້ເປັນເມຍຈຶ່ງເວົ້າວ່າ: ໄປກໍໄປຄົນຂີ້ຄ້ານ ບໍ່ເອົາເປັນຜົວແລ້ວ ພ້ອມທັງຖາມອີກວ່າ: ເຈົ້າຈະເອົາເງິນໄປຊື້ຢາບ້າແມ່ນບໍ່. ເມື່ອເມຍເວົ້າແນວນັ້ນ, ຜູ້ກ່ຽວກໍໃຈຮ້າຍໂມໂຫຄິດຢາກຈະຂ້າເມຍຖິ້ມ ຈຶ່ງເອົາກໍາປັ້ນຕີໃສ່ທ້ອງເມຍຈໍານວນ 2 ບາດ ເຮັດໃຫ້ ນາງ ສຸກ ລົ້ມລົງພື້ນດິນ.

ຈາກນັ້ນ, ທ້າວ ອົງ ກໍໃຊ້ພ້າຂໍທີ່ຕົນເອງເອົາໄປນໍາ, ເຊິ່ງມີຄວາມຍາວ 36 ຊັງ ຕີແມັດ, ດ້າມຈັບ 21 ຊັງຕີແມັດ ໂດຍເອົາສັນພ້າຂໍຕີໃສ່ງອນດົ້ນເບື້ອງຂວາຂອງຜູ້ເປັນເມຍ ຈົນລົ້ມຟຸບລົງພື້ນດິນ ຫວັງຈະຂ້າໃຫ້ຕາຍ, ເມື່ອເຫັນວ່າ ເມຍນອນສະຫຼົບເລືອດອອກຫຼາຍ ຈຶ່ງໄດ້ຖິ້ມພ້າແລ້ວແລ່ນໜີໄປນອນຢູ່ເຮືອນ. ຮອດເວລາປະມານ 6:00 ໂມງຂອງວັນດຽວກັນ, ຈຶ່ງຖືກ ປກສ ບ້ານ ແລະ ກອງຫຼອນບ້ານ ຈັບຕົວຜູ້ກ່ຽວກ່ອນສົ່ງໃຫ້ ປກສ ເມືອງນານ ດໍາເນີນຄະດີ. ສ່ວນ ນາງ ສຸກ ແມ່ນຖືກບາດເຈັບສາຫັດ. ປັດຈຸບັນ, ແມ່ນໄດ້ສົ່ງໄປປິ່ນປົວຢູ່ໂຮງໝໍ ແຂວງຫຼວງພະບາງ.

ໃນໄລຍະຜ່ານມາ, ທ້າວ ອົງ ໄດ້ພົວພັນເສບຢາບ້າມາໄລຍະໜຶ່ງແລ້ວ ຈົນມີອາການປະສາດຫຼອນ ຄ້າຍຄືຄົນເປັນບ້າຈົມວ່າຄົນດຽວ, ເຊິ່ງຍາດພີ່ນ້ອງ ແລະ ການຈັດຕັ້ງບ້ານ ໄດ້ສຶກສາອົບຮົມຜູ້ກ່ຽວ ໃນວັນທີ 22 ພະຈິກ 2019 ຜູ້ກ່ຽວກໍໃຫ້ຄໍາປະຕິຍານຕໍ່ຄອບຄົວຍາດພີ່ນ້ອງ ແລະ ການຈັດຕັ້ງວ່າ ຈະປ່ຽນແປງບໍ່ເຮັດຄືເກົ່າ ແຕ່ກໍບໍ່ສາມາດປະຕິບັດໄດ້ ຈົນຮອດມື້ທໍາຮ້າຍຢ່າງກາຍເມຍບາດເຈັບສາຫັດ.

ເຈົ້າໜ້າທີ່ ປກສ ເມືອງນານ ໃຫ້ຮູ້ວ່າ: ທ້າວ ອົງ ໄດ້ມີເຈດນາພະຍາຍາມຄາດຕະກໍາຜູ້ເປັນເມຍແທ້, ເຊິ່ງໄດ້ກະ ທໍາຜິດ ຕໍ່ມາດຕາ 188 ວັກ 3 ຂອງປະມວນກົດໝາຍອາຍາ ສະບັບປັບປຸງ 2017; ເຫັນວ່າ ທ້າວ ອົງ ແມ່ນຄົບ 4 ອົງປະກອບຂອງການກະທໍາຜິດທາງອາຍາແທ້ ແລະ ແມ່ນໄດ້ສ້າງຄວາມບໍ່ສະຫງົບ ພາຍໃນສັງຄົມ, ເຊິ່ງໄດ້ແຕະຕ້ອງເຖິງລະບຽບກົດໝາຍບ້ານເມືອງທີ່ໄດ້ກໍານົດໄວ້ແທ້.