ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ເປີດປະຊຸມສານໃນ ວັນທີ 13 ກຸມພາ 2020 ເພື່ອນຳເອົາສຳນວນຄະດີອາຍາຂັ້ນຕົ້ນ ເລກທີ 187/ອຍກ.ນວ ຂຶ້ນມາພິຈາລະນາຕັດສິນໃນສະຖານການລັກ ຊັບພົນລະເມືອງ, ການຊື້-ຂາຍຊັບ ແລະ ການໂຕນໜີຈາກຄ້າຍຄຸມຂັງ, ເຊິ່ງມີຈຳເລີຍໃນສຳນວນຄະດີດັ່ງກ່າວ 6 ຄົນ ແລະ ສານໄດ້ຕັດສິນຈຳຄຸກ ພ້ອມປັບໃໝຕາມສະຖານການກະທຳຜິດຂອງຈຳເລີຍ.

ຈຳເລີຍທັງ 6 ຄົນ ຈໍາເລີຍ 1 ຊື່ທ້າວ ຄຳເພັດ ຫຼື ແຫຼ້ພົນ ອາຍຸ 26 ປີ, ຈຳເລີຍ 2 ຊື່ ທ້າວ ມົນຊະນະ ຫຼື ລຸ້ຍ ອາຍຸ 26, ຈຳເລີຍ 3 ທ້າວ ພອນປະເສີດ ຫຼື ຊາຍ ອາຍຸ 19 ປີ ທັງ 3 ຈຳເລີຍ ຢູ່ບ້ານດົງນາໂຊກໃຕ້, ຈຳເລີຍ 4 ຊື່ທ້າວ ນົກ ອາຍຸ 24 ປີ ຢູ່ບ້ານໜອງແຕ່ງໃຕ້ ທັງ 4 ຈຳເລີຍ ໄດ້ກະທຳຜິດໃນສະຖານການລັກຊັບພົນລະເມືອງ, ສ່ວນຈຳເລີຍ 5 ຊື່ທ້າວ ພຸດສະດີ ຫຼື ພຸດ ອາຍຸ 22 ປີ ຢູ່ບ້ານໜອງແຕ່ງ ໃຕ້ກະທຳຜິດໃນສະຖານການລັກຊັບ ແລະ ຊື້ຂາຍຊັບພົນລະເມືອງ. ສຳລັບຈຳເລີຍ 6 ຊື່ ທ້າວ ສະເຫຼີມສຸກ ຫຼື ເປ່ເລ່ ອາຍຸ 26 ປີ ຢູ່ບ້ານດົງນາໂຊກໃຕ້ ໄດ້ກະທຳຜິດໃນການລັກຊັບ ແລະ ການໂຕນໜີຈາກຄ້າຍຄຸມຂັງ; ທັງໝົດຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ອົງການໄອຍະການປະຊາຊົນໄດ້ຖະແຫຼງການວ່າ: ການເຄື່ອນໄຫວຂອງພວກຈຳເລີຍ ແມ່ນໄດ້ເລາະລັກຊັບປະເພດລົດຈັກຕາມນະຄອນຫຼວງວຽງຈັນ ແລະ ນຳໄປຂາຍໃຫ້ກັບພັກພວກ ເມື່ອໄດ້ເງິນແລ້ວ ກໍນຳມາແບ່ງປັນ ກັນໃຊ້ຈ່າຍສ່ວນຕົວໝົດ. ໃນນີ້, ທ້າວ ຄຳ ເພັດ ຫຼື ແຫຼ້ພົນ (ຈຳເລີຍ1) ໄດ້ກະທຳຜິດໃນລະຫວ່າງປີ 2016-2017 ລັກຊັບພົນລະເມືອງມາແລ້ວ 26 ຄັ້ງ ລັກໄດ້ປະເພດລົດເວບ 100 ຈຳນວນ 22 ຄັນ, ລັດສະແມັດ 1 ຄັນ, ສະກຸບປີ້ 1 ຄັນ, ຄິກໄອ 1 ຄັນ ແລະ ລົດລອງຊິນ 1 ຄັນ. ໃນຈຳນວນລົດທີ່ລັກມານັ້ນ ໄດ້ຂາຍໃຫ້ພັກ ພວກທີ່ຮັບຊື້ໄດ້ເງິນທັງໝົດ 34.300.000 ກີບ.

ທ້າວ ມົນຊະນະ ຫຼື ລຸ່ຍ (ຈຳເລີຍ 2) ໄດ້ ເຄື່ອນໄຫວລັກມາແລ້ວ 5 ຄັ້ງ ເປັນລົດຄິຼກໄອ 3 ຄັນ, ຊູໂມເອັກ 1 ຄັນ ແລະ MSX 1 ຄັນ ແຕ່ຈຳເລີຍ 2 ບໍ່ທັນໄດ້ຂາຍ ມີແຕ່ເອົາໄປນຳໃຊ້ ແລະ ໃຫ້ໝູ່ໄປນຳໃຊ້, ທ້າວ ພອນປະເສີດ ຫຼື ຊາຍ (ຈຳເລີຍ 3) ລັກລົດຈັກມາແລ້ວ 3 ຄັ້ງ ເປັນລົດເວບຮ້ອຍ 2 ຄັນ ແລະ ລົດຄິກໄອ ນຳໄປຂາຍໄດ້ເງິນ 2.200.000 ກີບ, ທ້າວ ນົກ (ຈຳເລີຍ4) ໄດ້ລັກຊັບມາແລ້ວ 10 ຄັ້ງ ເປັນລົດເວບ100 ທັງໝົດ 20.000.000 ກີບ, ທ້າວ ພຸດສະດີ ຫຼື ພຸດ (ຈຳ ເລີຍ5) ກໍເຫດລັກ ຊັບມາແລ້ວ 6 ຄັ້ງ ເປັນລົດຈັກ ເວັບຮ້ອຍທັງໝົດ ແລະ ຂາຍໄດ້ເງິນ ຈຳນວນ 12.000.000 ກີບ. ນອກນີ້, ຈຳເລີຍ 5 ຍັງສາ ລະພາບອີກວ່າ: ຜ່ານມາ ໄດ້ເຄີຍ ຮັບຊື້ລົດຈັກທີ່ພັກພວກລັກມາຂາຍ ຈຳນວນ 24 ຄັນ ໂດຍຊື້ຄັນລະ 2.000.000 ກີບ ແລ້ວ ສົ່ງຢູ່ນະຄອນຫຼວງ ແລະ ຕ່າງແຂວງຄັນລະ 3.000. 000-3.500.000 ກີບ.

ສຳລັບ ທ້າວ ສະເຫຼີມສຸກ ຫຼື ເປ່ເລ່ (ຈຳ ເລີຍ6) ໄດ້ກໍເຫດລັກຊັບມາແລ້ວ 4 ຄັ້ງ ມີລົດເວັບຮ້ອຍ 2 ຄັນ, ລັດຈັກໂຄລາວ 1 ຄັນ ຂາຍໄດ້ເງິນຈຳນວນ 2.200.000 ກີບ, ສ່ວນຄັ້ງທີ່ 4 ແມ່ນກຳລັງລົງມືລັກລົດຈັກຊູໂມເອັກ ແຕ່ຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ. ນອກນີ້, ໃນເວລາດຳເນີນຄະດີ, ຈຳເລີຍ 6 ໄດ້ ເອົາຕົວຫຼົບໜີຈາກຄ້າຍຄຸມຂັງ ແຕ່ຖືກເຈົ້າໜ້າທີ່ຕິດຕາມກັກຕົວໄດ້ທັນ.

ການຄົ້ນຄວ້າບັນດາຂໍ້ມູນຫຼັກຖານເອກະສານຕ່າງໆ ມີຢູ່ໃນສຳນວນຄະດີຢ່າງຖີ່ຖ້ວນ ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານທີ່ໜັກແໜ້ນ ແລະ ພຽງພໍສາມາດຢັ້ງຢືນໄດ້ກ່ຽວກັບການກະທຳຜິດຂອງພວກຈຳເລີຍຕາມຂໍ້ກ້າວຫາແທ້. ສະນັ້ນ, ຄະນະສານຈຶ່ງເຫັນຄວນລົງໂທດຕັດສິນດັ່ງນີ້: ຕັດ ສີນ ຈຳເລີຍ 1 ຈຳຄຸກ 5 ປີ ປັບໃໝ 8.000.000 ກີບ; ຕັດສິນຈຳເລີຍ 2 ຈຳຄຸກ 3 ປີ 6 ເດືອນ ປັບໃໝ 3.500.000 ກີບ; ຕັດສິນຈຳ ເລີຍ 3 ຈຳຄຸກ 3 ປີ ປັບໃໝ 5.000.000 ກີບ; ຕັດສິນຈຳເລີຍ 4 ຈຳຄຸກ 4 ປີ ປັບໃໝ 5.000.000 ກີບ; ຕັດສີນຈຳເລີຍ 5 ຈຳຄຸກ 5 ປີ ປັບໃໝ 3.000.000 ກີບ ແລະ ຕັດສິນຈຳເລີຍ 6 ຈຳຄຸກ 5 ປີປັບໃໝ 4.000.000 ກີບ.