ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງໂຄວິດ-19 ຖະແຫຼງຂ່າວໃນວັນທີ 11 ເມສາ 2020
ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງໂຄວິດ-19 ຖະແຫຼງຂ່າວໃນວັນທີ 11 ເມສາ 2020

ຫຼັງຈາກຄະນະສະເພາະກິດ ກວດພົບກໍລະນີທີ 16 ຕິດເຊື້ອພະຍາດໂຄວິດ-19 ໃນວັນທີ 9 ເມສາ 2020 ກໍໄດ້ສອບຖາມຫາຜູ້ທີ່ໃກ້ຊິດ ແລ້ວສົ່ງລົດອຳບູລັງໄປຮັບເອົາຜູ້ໃກ້ຊິດມາກວດຫາເຊື້ອ; ໃນວັນທີ 11 ເມສາ 2020 ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ຄົນ ລວມທັງໝົດເປັນ 18 ຄົນ, ເຊິ່ງ ສາເຫດຫຼັກ ທີ່ເຮັດໃຫ້ກໍລະນີທີ 17 ຕິດເຊື້ອ ແມ່ນເກີດມາຈາກການຕັ້ງວົງກິນເຂົ້າຊຸມແຊວກັບກໍລະນີທີ 16; ຈາກນັ້ນ, ກໍລະນີທີ 17 ກໍແຜ່ເຊື້ອໃຫ້ກໍລະນີທີ 18 ຍ້ອນພັກຢູ່ຫ້ອງດຽວກັນ.

ຮອງລັດຖະມົນຕີກະຊວງສາທາລະນະສຸກ ເຜີຍ ສາເຫດຫຼັກ ທີ່ກໍລະນີ 17 ແລະ 18 ຕິດເຊື້ອ
ຮອງລັດຖະມົນຕີກະຊວງສາທາລະນະສຸກ ເຜີຍ ສາເຫດຫຼັກ ທີ່ກໍລະນີ 17 ແລະ 18 ຕິດເຊື້ອ

ທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະເພາະກິດ ໄດ້ຖະແຫຼງຂ່າວໃນວັນທີ 11 ເມສາ 2020 ວ່າ: ໃນວັນທີ 10 ເມສາ 2020 ຄະນະສະເພາະກິດໄດ້ເກັບຕົວຢ່າງມາກວດໃນທົ່ວປະເທດທັງໝົດ 62 ຄົນ; ໃນນີ້, ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຈໍານວນ 21 ຄົນ, ກໍລະນີສົງໄສໃໝ່ 40 ຄົນ ແລະ ແຮງງານລາວທີ່ກັບມາແຕ່ໄທ 1 ຄົນ; ໃນຈຳນວນ 62 ຄົນທີ່ມາກວດນັ້ນ, ມີນະຄອນຫຼວງວຽງຈັນ 40 ຄົນ ແລະ ຕ່າງແຂວງ 22 ຄົນ (ຫຼວງພະບາງ 3 ຄົນ, ໄຊສົມບູນ 2 ຄົນ, ຄຳມ່ວນ 2 ຄົນ, ໄຊຍະບູລີ 3 ຄົນ, ບໍລິຄຳໄຊ 3 ຄົນ, ວຽງຈັນ 4 ຄົນ, ສະຫວັນນະເຂດ 2 ຄົນ ແລະ ສາລະວັນ 1 ຄົນ) ເຊິ່ງຜົນກວດທັງໝົດ ແມ່ນພົບເຊື້ອ 2 ຄົນ; ເຊິ່ງທັັງ 2 ຄົນທີ່ຕິດເຊື້ອແມ່ນຜູ້ສຳຜັດໃກ້ຊິດກັບ ກໍລະນີທີ 16 ລາຍລະອຽດຄື:

ກໍລະນີ ທີ 17 ເປັນເພດຍິງ ອາຍຸ 32 ປີ, ຫວ່າງງານ ພັກເຊົາຢູ່ຫ້ອງແຖວເບີ 7 ຂຶ້ນກັບບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບກໍລະນີທີ 16 (ເພດຍິງ ອາຍຸ 23 ປີ ຢູ່ຫ້ອງແຖວດຽວກັນ ຫ້ອງແຖວເບີ 8); ວັນທີ 4 ເມສາ, 2020 ຜູ້ກ່ຽວໄດ້ກິນເຂົ້າຮ່ວມກັບກໍລະນີທີ 16 ຢູ່ຫ້ອງແຖວດຽວກັນ ທີ່ຫ້ອງເບີ 8, ກິນນຳກັນທັງໝົດ 4 ຄົນ ມີເພດຊາຍ 2 ຄົນ ແລະ ຜູ້ຕິດເຊື້ອກໍລະນີທີ 16; ວັນທີ 5-6 ເມສາ ເຂົາເຈົ້າຍັງໄດ້ມີການພົວພັນໄປມາຫາສູ່ກັນເປັນປົກກະຕິ, ວັນທີ 7 ເມສາ ຜູ້ກ່ຽວເລີ່ມຮູ້ສຶກຄີງຮ້ອນ, ໄອແຫ້ງ ແລະ ປວດຕົນໂຕ ແລ້ວໄດ້ໄປຊື້ຢາຢູ່ຮ້ານຂາຍຢາມາກິນເອງ ແລະ ຍັງໄດ້ກິນເຂົ້າກັບເພື່ອນຢູ່ຫ້ອງແຖວດຽວກັນຈໍານວນ 4 ຄົນ; ວັນທີ 8-9 ເມສາ ອາການຍັງບໍ່ດີຂຶ້ນ ແຕ່ຜູ້ກ່ຽວໄດ້ພັກຜ່ອນຢູ່ຫ້ອງແຖວ ແລະ ວັນທີ 10 ເມສາ ພາຍຫຼັງທີ່ກໍລະນີທີ 16 ຖືກຢັ້ງຢືນວ່າຕິດເຊື້ອໃນວັນທີ 9 ເມສາ ທີມງານແພດໄດ້ໂທຕິດຕໍ່ຫາຜູ້ກ່ຽວ ແລະ ສົ່ງລົດອໍາບູລັງ ໄປຮັບເອົາຜູ້ກ່ຽວມາກວດຫາເຊື້ອຈິ່ງຢັ້ງຢືນວ່າຜູ້ກ່ຽວຕິດເຊື້ອພະຍາດດັ່ງກ່າວ ແລະ ນຳຕົວເຂົ້ານອນຕິດຕາມ, ປິ່ນປົວຢູ່ໂຮງໝໍມິດຕະພາບ.

ກໍລະນີ ທີ 18 ເພດຍິງ ອາຍຸ 32 ປີ, ຫວ່າງງານ ເປັນໝູ່ໃກ້ຊິດໃຊ້ຊິວິດຮ່ວມກັນຢູ່ຫ້ອງດຽວກັນ ກັບກໍລະນີຢັ້ງຢືນຜູ້ທີ 17 ການເຄື່ອນໄຫວທັງໝົດ ແມ່ນຄືກັນ; ປັດຈຸບັນ, ແມ່ນເຂົ້າມາປິ່ນປົວຢູ່ໂຮງໝໍມິດຕະພາບແລ້ວ. ສັງລວມຜູ້ສໍາຜັດໃກ້ຊິດກັບກໍລະນີີທີ 17 ແລະ 18 ມີທັງໝົດ 6 ຄົນທີ່ເປັນໝູ່ຢູ່ຫ້ອງແຖວດຽວກັນ ທີ່ກິນເຂົ້າຮ່ວມກັນ ແລະ ໝູ່ທີ່ກິນເຂົ້ານຳກັນຢູ່ບ້ານສາລາຄຳ.

ທັງສອງ ກໍລະນີ ຕິດເຊື້ອແມ່ນຍ້ອນພວກເຂົາບໍ່ປະຕິບັດຕາມແຈ້ງການ, ບໍ່ກັກຕົວ ໂດຍພວກເຂົາຍັງມີການຕັ້ງວົງຊຸມແຊວກິນເຂົ້າຮ່ວມກັນເປັນກຸ່ມ; ເຖິງແມ່ນວ່າຈະໜ້ອຍຄົນ ກໍສາມາດຕິດພະຍາດດັ່ງກ່າວໄດ້ຍ້ອນມີການໄກ້ຊິດກັນ ຈຶ່ງເຮັດໃຫ້ເຊື້ອພະຍາດແຜ່ລາມໄດ້.