ເຈົ້າແຂວງໄຊຍະບູລີ ລົງ ຊຸກຍູ້ວຽກງານຕ້ານ COVID-19
ເຈົ້າແຂວງໄຊຍະບູລີ ລົງຊຸກຍູ້ວຽກງານຕ້ານCOVID-19

ໃນລະຫວ່າງວັນທີ 9-12 ເມສາ 2020, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ໄດ້ລົງ ຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນໄວຣັດ COVID-19 ຢູ່ 4 ເມືອງເໜືອ ຄື: ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ ແລະ ເມືອງຫົງສາ.

ການລົງເຄື່ອນໄຫວຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ ແລະ ມາດຕະການໃນການຕ້ານ ແລະ ສະກັດກັ້ນໄວຣັດ COVID-19 ຂອງແຕ່ລະເມືອງ, ໂດຍລວມແລ້ວການເຝົ້າລະວັງຕ້ານ ແລະ ສະະກັດກັ້ນຂອງພະຍາດໂຄວິດ19 ເຊິ່ງທັງ 4 ເມືອງແມ່ນໄດ້ການແຕ່ງຕັ້ງອະນຸກຳມະການສະເພາະກິດໃນການຕິດຕາມກວດກາ ແລະ ກັ່ນກອງຄົນເຂົ້າ-ອອກເມືອງໂດຍສະເພາະແມ່ນແຮງງານລາວທີ່ມາຈາກປະເທດມີການລະບາດ; ໂດຍໄດ້ມີການກຳນົດສະຖານທີ່ກັກໂຕເອງແຍກປ່ຽວ ເປັນເວລາ 14 ວັນ ເພື່ອຕິດຕາມອາການ, ສະເພາະຢູ່ 4 ເມືອງເໜືອຂອງແຂວງໄຊຍະບູລີ ມີແຮງງານລາວທີ່ກັບຈາກປະເທດເພື່ອນບ້ານ, ຈາກຕ່າງເມືອງ ແລະ ຕ່າງແຂວງພາຍໃນປະເທດ ມີທັງໝົດ ເກືອບ 2.000 ຄົນ ຍິງ 700 ກວ່າຄົນ, ຈໍານວນດັ່ງກ່າວແມ່ນໄດ້ເອົາເຂົ້າສູນຢູ່ແຕ່ລະເມືອງ ໃນນັ້ນຄົບກໍານົດ 14 ວັນ ແລະ ອອກຈາກສູນແລ້ວມີ 1.000 ກວ່າຄົນ, ສໍາລັບກິດຈະກໍາແຕ່ລະວັນຢູ່ແຕ່ລະສູນແມ່ນໄດ້ລົງຕິດຕາມ, ກວດກາສຸຂະພາບ, ແທກອຸນຫະພູມ, ໃຫ້ຄໍາແນະນໍາສຸຂະສືກສາ, ການກິນຢູ່, ວາງລະບຽບການພົວພັນລະຫວ່າງຜູ້ຖືກແຍກປ່ຽວດ້ວຍກັນ ແລະ ໄດ້ອອກໃບຢັ້ງຢືນທາງການແພດໃຫ້ກັບບຸກຄົນທີ່ທີ່ຜ່ານການກັກຕົວແຍກປ່ຽວຄົບກໍານົດ 14 ວັນທີ່ບໍ່ມີອາການຫຍັງທີ່ເຂົ້າເຄືອຂ່າຍຂອງເຊື້ອໄວຣັດ COVID-19; ນອກນີ້, ຢູ່ແຕ່ລະເມືອງແມ່ນໄດ້ມີການໂຄສະນາ, ເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວຜ່ານວິທະຍຸ, ໂທລະໂຄ່ງຂອງແຕ່ລະບ້ານ, ເພື່ອໃຫ້ຄວາມຮູ້ວິທີການຕ້ານ ແລະ ສະກັດກັ້ນໄວຣັດ COVID-19.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ການນໍາ ແລະ ໜ່ວຍສະເພາະກິດຂອງແຕ່ລະເມືອງທີ່ເຂັ້ມງວດ ແລະ ຈັດຕັ້ງປະຕິບັດຕາມຄໍາສັ່ງ 06 ຢ່າງມີປະສິດທິຜົນໃນການຕ້ານ ແລະ ສະກັດກັ້ນໄວຣັດ COVID-19 ພ້ອມທັງໄດ້ຮຽກຮ້ອງໃຫ້ການນໍາ ແລະ ໜ່ວຍສະເພາະກິດຂອງແຕ່ລະເມືອງຈົ່ງສືບຕໍ່ເຝົ້າລະວັງ; ຄຸ້ມຄອງແຮງງານທີ່ກັບຈາກຕ່າງປະເທດໃຫ້ກັກຕົວແຍກປ່ຽວຕາມທີ່ຂັ້ນເທິງໄດ້ກໍານົດ, ເພີ່ມທະວີປ້ອງກັນ ແລະ ສະກັດກັ້ນຕໍ່ໄວຣັດ COVID-19 ໃຫ້ດີ, ປະຕິບັດຕາມຄໍາສັ່ງ 06 ໃຫ້ເຂັ້ມງວດ, ສືບຕໍ່ສຸຂະສືກສາ, ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຜົນຮ້າຍ ແລະ ວິທີປ້ອງກັນ, ກະກຽມສະຖານທີກັກກັນແຮງງານທີ່ກັບຈາກຕ່າງປະເທດ ແລະ ພາຍໃນປະເທດໃຫ້ພຽງພໍ; ພ້ອມດຽວກັນຕ້ອງໄດ້ລົງຊຸກຍູ້ປະຊາຊົນບັນດາເຜົ່າໃຫ້ສືບຕໍ່ທໍາການຜະລິດ ດ້ວຍການປູກພືດສະບຽງອາຫານ, ລ້ຽງສັດ, ເອົາໃຈໃສ່ເກັບກູ້ຜົນຜະລິດລະດູແລ້ງ ແລະ ກະກຽມແກ່ການຜະລິດລະດູປີ, ທັງນີ້ກໍ່ເພື່ອຮັບປະກັນດ້ານສະບຽງອາຫານ, ເມື່ອພົ້ນວິກິດຄັ້ງນີ້ແລ້ວແມ່ນສາມາດກຸ້ມຕົນເອງໄດ້, ສືບຕໍ່ຕ້ານ ແລະ ສະກັດກັ້ນບັນຫາໄຟປ່າ ແລະ ວາງແຜນປູກໄມ້ໃຫ້ເປັນປ່າໃນຂອບເຂດຕົ້ນນໍ້າ, ຈາກນັ້ນທີມງານຂອງທ່ານເຈົ້າແຂວງກໍ່ໄດ້ລົງຢ້ຽມຢາມ ແລະ ໃຫ້ກໍາລັງໃຈປະຊາຊົນທີ່ເຂົ້າສູນກັກຕົວເອງ 14 ວັນຢູ່ບັນດາສູນຂອງແຕ່ລະເມືອງ ແລະ ຢ້ຽມຢາມສະຖານທີ່ຜະລິດລະດູແລ້ງຂອງປະຊາຊົນ.