ຕາງໜ້າຈາກບໍລິສັດພັນທະວົງ ສົ່ງເສີມກະສິກຳ ໜຶ່ງໃນ ຫຼາຍພາກສ່ວນ ທີ່ມອບເຄື່ອງໃນຄັ້ງນີ້
ຕາງໜ້າຈາກບໍລິສັດພັນທະວົງ ສົ່ງເສີມກະສິກຳ ໜຶ່ງໃນຫຼາຍພາກສ່ວນທີ່ມອບເຄື່ອງໃນຄັ້ງນີ້

ໃນວັນທີ 10 ເມສາ 2020, ມີ ຫຼາຍພາກສ່ວນ ຄື: ບໍລິສັດພັນທະວົງ ສົ່ງເສີມກະສິກຳ ໄດ້ມອບອຸປະກອນປ້ອງກັນໄວຣັດ ໂຄວິດ-19 ປະກອບມີບັ້ງສີດຢາ 10 ບັ້ງ ແລະ ເງິນສົດຈຳນວນ 2.000.000 ກີບ ລວມມູນຄ່າ 3.500.000 ກີບ ໃຫ້ກອງບັນຊາການ ປກສ ແຂວງຫຼວງນ້ຳທາ; ເພື່ອປະກອບເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການຕ້ານ, ປ້ອງກັນ ແລະ ຄວມຄຸມໄວຣັດ ໂຄວິດ-1; ກ່າວມອບໂດຍ ພັຕ ວົງຈິດ ພັນທະວົງ ແລະ ກ່າວຮັບໂດຍ ພັທ ເຊັງ ມອງປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ.

ຕາງໜ້າຈາກບໍລິສັດລາວ-ຫວຽດນາມ ສາຂາແຂວງຫຼວງນ້ຳທາ ໜຶ່ງໃນ ຫຼາຍພາກສ່ວນ ທີ່ມອບເຄື່ອງໃນຄັ້ງນີ້
ຕາງໜ້າຈາກບໍລິສັດລາວ-ຫວຽດນາມ ສາຂາແຂວງຫຼວງນ້ຳທາ ໜຶ່ງໃນຫຼາຍພາກສ່ວນທີ່ມອບເຄື່ອງໃນຄັ້ງນີ້

ຂ່າວໃຫ້ຮູ້ຕື່ມວ່າ: ທ່ານ ມຸ້ຍ ບໍລິສັດລາວ-ຫວຽດນາມ ສາຂາແຂວງຫຼວງນ້ຳທາ ກໍໄດ້ອຸປະຖຳນ້ຳດື່ມກາຫົວເສືອ ຈຳນວນ 10 ແພັກ, M150 1 ແກັດ ລວມມູນຄ່າ 5 ແສນກວ່າກີບ; ນອກນັ້ນ, ຮອ ໄລພອນ ຫົວໜ້າກວດກາປ້ອມນາເຕີຍ ໄດ້ອຸປະຖຳນ້ຳດື່ມກາຫົວເສືອ ຈຳນວນ 20 ແພັກ ມູນຄ່າ 500.000 ກີບ. ຕາງໜ້າກ່າວຮັບໂດຍ ຮອ ອິນຫົງ ເຄນທະວົງ ຮອງຫົວໜ້າພະແນກຕຳຫຼວດຈາລະຈອນ ປກສ ແຂວງ ໄດ້ຕາງໜ້າໃຫ້ຄະນະພະແນກ ແລະ ອ້າຍນ້ອງພາຍໃນພະແນກກ່າວສະແດງຄຳຂອບໃຈນຳສອງພາກສ່ວນ; ພ້ອມທັງໃຫ້ສັນຍາວ່າຈະໝູນໃຊ້ເຄື່ອງຈຳນວນດັ່ງກ່າວ ເຂົ້າໃນການປະຈຳການປ້ອງກັນເວນຍາມໃນໄລຍະບຸນປີໃໝ່ລາວ ພສ 2563 ໃຫ້ເກີດປະໂຫຍດສູງສຸດແກ່ສັງຄົມ.