ພິທີມອບອຸປະກອນການແພດຈາກກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໃຫ້ກອງບັນຊາການທະຫານ ແລະ ກອງບັນຊາການ ປກສ 3 ແຂວງພາກເໜືອ ແຫ່ງ ສປປ ລາວ ຄື: ກອງບັນຊາການ ປກສ ແລະ ກອງບັນຊາການທະຫານແຂວງຜົ້ງສາລີ, ກອງບັນຊາການ ປກສ ແຂວງອຸດົມໄຊ ແລະ ກອງບັນຊາການທະຫານ ນະຄອນຫຼວງພະບາງ; ເຊິ່ງຈັດຢູ່ດ່ານສາກົນໄຕຈາງ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໃນວັນທີ 11 ເມສາ 2020.

ທະຫານປ້ອງກັນຊາຍແດນ ແຂວງດຽນບຽນ ມອບອຸປະກອນການແພດໃຫ້ 6 ກອງບັນຊາການ ປກຊ-ປກສ 3 ແຂວງພາກເໜືອ
ທະຫານປ້ອງກັນຊາຍແດນ ແຂວງດຽນບຽນ ມອບອຸປະກອນການແພດໃຫ້ 6 ກອງບັນຊາການ ປກຊ-ປກສ 3 ແຂວງພາກເໜືອ

ອຸປະກອນທີ່ນໍາມາມອບໃນຄັ້ງນີ້ມີ: ຜ້າອັດປາກ-ດັງ 4 ແກັດ ຈໍານວນ 4.000 ຜືນ ແລະ ເຈວລ້າງມື 12 ແກັດ ຈໍານວນ 240 ກ້ອງ; ກ່າວມອບໂດຍ ພັອ ພິເສດ ຟາມວັນໂດ ຮອງຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ, ກ່າວຮັບໂດຍ ພັທ ບຸນລຽນ ແສນວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ.

ພັທ ບຸນລຽນ ແສນວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ຕາງໜ້າຮັບເຄື່ອງຈາກ ທະຫານປ້ອງກັນຊາຍແດນ ແຂວງດຽນບຽນ
ພັທ ບຸນລຽນ ແສນວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ຕາງໜ້າຮັບເຄື່ອງຈາກ ທະຫານປ້ອງກັນຊາຍແດນ ແຂວງດຽນບຽນ

ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ເພື່ອເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ກອງບັນຊາການ ປກສ ແລະ ກອງບັນຊາການທະຫານ 3 ແຂວງພາກເໜືອ ແຫ່ງ ສປປ ລາວ ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ຕ້ານພະຍາດອັກເສບປອດສາຍພັນໃໝ່ ຫຼື (COVID 19) ທີ່ກໍາລັງສືບຕໍ່ແຜ່ລະບາດຂຶ້ນຢ່າງຕໍ່ເນື່ອງ ກວມເອົາ 200 ກວ່າປະເທດໃນໂລກ; ໂດຍສະເພາະແມ່ນຢູ່ປະເທດ ສປປ ລາວ ເຮົາໃຫ້ໝົດໄປໄວໆນີ້.

ໂອກ່າວດັ່ງກ່າວ, ພັທ ບຸນລຽນ ແສນ ຕາງໜ້າກອງບັນຊາການ ປກສ ແລະ ກອງບັນຊາການທະຫານ 3 ແຂວງພາກເໜືອ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງໃນຄວາມເປັນຫ່ວງ-ເປັນໃຍຈາກປະເທດເພື່ອນບ້ານ; ກໍຄືກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ທີ່ໄດ້ນໍາເອົາອຸປະກອນການແພດມາຊ່ວຍເຫຼື່ອໃນຄັ້ງນີ້ ແລະ ເຄື່ອງມືທີ່ນໍາເອົາມາຊ່ວຍເຫຼືອໃນຄັ້ງນີ້ພວກເຮົາຈະນໍາໄປໝູນໃຊ້ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ຕ້ານໄວຣັດ COVID-19 ທີ່ພວມລະບາດຢູ່ໃນຕອນນີ້ ໃຫ້ເກີດຜົນປະໂຫຍດສູງສຸດ.