ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນໃຫ້ຫົວໜ້າກົມສື່ສານ (ຜູ້ໃໝ່) ເອົາໃຈໃສ່ພັດທະນາວຽກງານສື່ສານ ປກສ ໃຫ້ມີຄວາມກ້າວໜ້າ ໂດຍເອົາໃຈໃສ່ປັບປຸງວຽກງານວິຊາສະເພາະໃຫ້ດີຂຶ້ນກວ່າເກົ່າ ເພື່ອຍົກສູງຄຸນນະພາບການຕິດຕໍ່ພົວພັນສື່ສານທີ່ຕິດພັນກ່ຽວກັບວຽກງານປ້ອງກັນຄວາມສະຫງົບພ້ອມທັງສຸມໃສ່ສ້າງໃຫ້ກຳລັງສືື່ສານມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ, ເປັນກຳລັງແຮງໃນການປະກອບສ່ວນເຂົ້າທຸກວຽກງານທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ.

ພິທີປະກາດແຕ່ງຕັ້ງຫົວໜ້າກົມສື່ສານ ປກສ ຄົນໃໝ່ໄດ້ຈັດຂຶ້ນ ໃນວັນທີ 27 ກໍລະກົດ 2020, ເຊິ່ງໄດ້ແຕ່ງຕັ້ງ ພັອ ແສງປະເສີດ ສຸທຳມະວົງ ຮັກສາການ ຫົວໜ້າກົມສື່ສານ ຂຶ້ນເປັນຫົວໜ້າກົມສື່ສານ (ຜູ້ໃໝ່) ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 394/ນຍ ລົງວັນທີ 10 ກໍລະກົດ 2020.