ຊາຍ ອາຍຸ 18 ປີ ບຸກທໍາຮ້າຍຮ່າງກາຍອາສາສະໜັກໜ່ວຍກູ້ໄພ 1624 ຢູ່ສູນບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເຊິ່ງຫຼາຍຄົນຫຼາຍຄົນອາດໄດ້ເຫັນ ແລະ ຕິດຕາມຂ່າວເຫດການຜ່ານທາງສື່ສັງຄົມອອນລາຍແລ້ວ ໂດຍຫຼ້າສຸດ ວັນທີ 23 ກໍລະກົດ 2020, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໄດ້ຖະແຫຼງເຫດການດັ່ງກ່າວຢ່າງເປັນທາງການ. ຜູ້ກໍ່ເຫດຊື່ ທ້າວ ບຸນທະວີ ຫຼື ອາລີ ອາຍຸ 18 ປີ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍຜ່ານການສອບສວນ ທ້າວ ບຸນທະວີ ສາລະພາບວ່າ: ໃນມື້ເກີດເຫດ ຜູ້ກ່ຽວໄດ້ດື່ມເບຍຢູ່ບ່ອນເຮັດວຽກປະມານ 1 ລັງ ກັບ 6 ແກ້ວ. ຈາກນັ້ນ; ໄດ້ໄປເຕີມເຊີເກມຢູ່ຮ້ານທີ່ກົງກັນຂ້າມກັບສູນກູ້ໄພ 1624 ຕັ້ງຢູ່ບ້ານດົງໂພສີ; ຈຶ່ງພົບເຫັນ ທ້າວ ພຸດທະສອນ (ຜູ້ເສຍຫາຍ) ອາຍຸ 21 ປີ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ຍ່າງຂ້າມມາຊື້ບັດເຕີມເງິນ ຈຶ່ງໄດ້ຖາມຕີດ່ຽວກັບ ທ້າວ ພຸດທະສອນ.

ທ້າວ ພຸດທະສອນ ໃຫ້ການວ່າ: ເວລາປະມານ 21:00 ໂມງ ຂອງວັນທີ 16 ກໍລະກົດ, ຕົນເອງໄດ້ຍ່າງຂ້າມທາງຈາກສູນກູ້ໄພ 1624 ເພື່ອຈະໄປຊື້ບັດເຕີມເງິນ; ໄດ້ພົບເຫັນ ທ້າວ ບຸນທະວີ ຢູ່ໜ້າຮ້ານເກມໃນອາການມຶນເມົາ ແລະ ໄດ້ກ່າວຫາວ່າຕົນເອງແນມເບິ່ງໜ້າ ພ້ອມທັງຖາມຕີ; ແຕ່ຕົນບໍ່ໄດ້ຕອບຫຍັງ, ພາຍຫຼັງທີ່ໄດ້ຊື້ບັດແລ້ວ, ກໍກັບສູນປະຈໍາການຄືເກົ່າ.

ຈາກນັ້ນ, ປະມານ 20 ນາທີຕໍ່ມາ, ທ້າວ ບຸນທະວີ ໄດ້ຂີ່ລົດຈັກນໍາມາຫາຢູ່ສູນກູ້ໄພ; ແລ້ວເວົ້າທ້າທາຍ ແລະ ຖາມຕີດ່ຽວອີກ ໂດຍຜູ້ກ່ຽວໄດ້ລົງຈາກລົດໄປຫາພ້ອມທັງໃຊ້ມືບີບຄໍ ແລະ ເອົາກໍາປັ້ນຕີໃສ່ໜ້າ ທ້າວ ພຸດທະສອນ 1 ບາດ. ເມື່ອເປັນເຊັ່ນນັ້ນ, ທ້າວ ພຸດທະສອນ ຈຶ່ງໄດ້ຕໍ່ສູ້ຄືນດ້ວຍການເອົາກໍາປັ້ນຕີໃສ່ໃບໜ້າ ທ້າວ ບຸນທະວີ ຈໍານວນ 2 ບາດ; ໃນຂະນະນັ້ນ, ມີອາສາສະໝັກກູ້ໄພ 2 ຄົນ ມາຊ່ວຍໂດຍການຢັນລົດຂອງ ທ້າວ ບຸນທະວີ ລົ້ມລົງ; ເຮັດໃຫ້ ທ້າວ ບຸນທະວີ ເກີດອາລົມໃຈຮ້າຍຈຶ່ງໄດ້ຈັບເອົາລົດຂຶ້ນແລ້ວຂີ່ລົດຈັກໜີໄປ ພ້ອມທັງຮ້ອງບອກວ່າຈະເອົາໝູ່ກັບມາຕີຄືນ.

ປະມານ 30 ນາທີຕໍ່ມາ, ທ້າວ ບຸນທະວີ ພ້ອມໝູ່ 2 ຄົນ ຊື່ ທ້າວ ເປົ່າໂລ ອາຍຸ 19 ປີ ບ້ານນາໄຫ ແລະ ທ້າວ ກ້ອງ ອາຍຸ 18 ປີ ບ້ານໜອງເເຫ້ວ; ພາກັນກັບຄືນມາຫາ ທ້າວ ພຸດທະສອນ ຢູ່ສູນກູ້ໄພອີກ. ເມື່ອເຫັນເຫດການບໍ່ດີ, ທ້າວ ພຸດທະສອນ ໄດ້ຈັບຈົກຂຸດດິນໄວ້ເພື່ອ ປ້ອງກັນໂຕ; ສ່ວນ ທ້າວ ບຸນທະວີ ກໍຈັບເອົາຕັ່ງນັ່ງດຶກໃສ່ ທ້າວ ພຸດທະສອນ ແລ້ວໃຊ້ຕີນຢັນໂຕະແຕ່ງກິນເຮັດໃຫ້ເຄື່ອງຂອງເສຍຫາຍ ແລະ ທັງ 2 ຝ່າຍ ໄດ້ມີການຜິດຖຽງກັນໄລຍະໜຶ່ງ ຈຶ່ງເຫັນເຈົ້າໜ້າທີ່ ປກສ ບ້ານ ເຂົ້າໄປຫ້າມ ທ້າວ ບຸນທະວີ ພ້ອມໝູ່ຈຶ່ງພາກັນຫຼົບໜີ.


ເຈົ້າໜ້າທີ່ຍັງໃຫ້ຮູ້ອີກວ່າ: ຈາກການສອບສວນ ແລະ ບັນທຶກການຈັບຕົວ ທ້າວ ບຸນທະວີ ຜູ້ກ່ຽວໄດ້ສາລະພາບວ່າ: ສາເຫດທີ່ພາໃຫ້ທໍາຮ້າຍຮ່າງກາຍ ທ້າວ ພຸດທະສອນ ໃນຄັ້ງນີ້ ຍ້ອນຕົນເອງເມົາເບຍ ຈຶ່ງເກີດມີອາລົມໂມໂຫໃຈຮ້າຍ ແລະ ຕໍ່ກັບການກະທໍາດັ່ງກ່າວ ຖ້າຜູ້ກ່ຽວຖືກສັ່ງຟ້ອງສັນຕັດສິນ ອາດຕົກຢູ່ມາດຕາ 90 ປະມວນກົດໝາຍອາຍາ ສະບັບປັບປຸງ ວ່າດ້ວຍການທໍາຮ້າຍຮ່າງກາຍ, ເຊິ່ງລະບຸໄວ້ວ່າ: “ບຸກຄົນໃດຫາກເຮັດໃຫ້ບຸກຄົນອື່ນໄດ້ຮັບບາດເຈັບໂດຍເຈດຕະນາ ຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນຫາ 1 ປີ ແລະ ຈະຖືກປັບໃໝ 100.000 ຫາ 500.000 ກີບ.

ໃນກໍລະນີທີ່ມີການຫຸ້ມຕີ ຫຼື ໃນກໍລະນີທີ່ການກະທໍາຜິດດັ່ງກ່າວ ຫາກໄດ້ເຮັດໃຫ້ມີບາດເຈັບສາຫັດຈະຖືກ ຕັດອິດສະລະພາບແຕ່ 1 ປີ ຫາ 5 ປີ ແລະ ຖືກປັບໃໝ 500.000 ຫາ 1.500.000 ກີບ; ກໍລະນີທີ່ການກະທໍາຜິດດັ່ງກ່າວ ຫາກເຮັດໃຫ້ມີການເສຍອົງຄະ ຫຼື ເສຍຊີວິດ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝແຕ່ 700.000 ຫາ 3.000.000 ກີບ”.ສ່ວນໝູ່ຂອງ ທ້າວ ບຸນທະວີ ທັງ 2 ຄົນ ທີ່ມາຊ່ວຍນັ້ນບໍ່ໄດ້ມີການລົງມືຕີແຕ່ພຶດຕິກໍາຂອງຜູ້ກ່ຽວ ສະແດງອອກເຖິງການເປັນນັກເລງອັນຕະພານ. ປັດຈຸບັນ, ເຈົ້າໜ້າທີ່ກໍາລັງຂະຫຍາຍຜົນ ເພື່ອນໍາຕົວພວກກ່ຽວໄປສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.