ກຽມຕິດຕັ້ງ ສູນຂໍ້ມູນຮັບໃຊ້ໂຄງການຄຸ້ມຄອງພົນລະເມືອງລາວ

0
671

ໃນວັນທີ 11 ກັນຍາ 2020, ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ (ຢູນິເທວ) ໄດ້ຈັດພິທີຢັ້ງຢືນກະກຽມການຕິດຕັ້ງ ສູນຂໍ້ມູນຮັບໃຊ້ໂຄງການຄຸ້ມຄອງພົນລະເມືອງ (ລະບົບບັດປະຈໍາຕົວ ໄລຍະ I); ໂດຍມີ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ  ແຫ່ງ ສປປ ລາວ, ທ່ານ ເປແຕ ຊິອາໂຕ ລັດຖະມົນຕີ ກະຊວງຕ່າງປະເທດ ແລະ ການຄ້າ ຮົງກາລີ, ທ່ານ ລິວ ແມັງຮາ ຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ (ຢູນິເທວ), ມີບັນດາຫົວໜ້າ-ຮອງກົມ, ພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ.

ຈຸດປະສົງວຽກງານການຕິດຕັ້ງ ສູນຂໍ້ມູນຮັບໃຊ້ໂຄງການຄຸ້ມຄອງພົນລະເມືອງ ດັ່ງກ່າວ ແມ່ນການຮ່ວມມືສອງຝ່າຍຂອງ ອົງການລັດ ກັບ ບໍລິສັດ ລັດວິສາຫະກິດ ນັ້ນກໍຄື ຢູນິເທວ ແລະ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ເພື່ອເປັນການຊຸກຍູ້, ສົ່ງເສີມການຄຸ້ມຄອງ ແລະ ການບໍລິຫານ; ພ້ອມນັ້ນ, ຍັງເປັນການບໍລິການໃຫ້ແກ່ລັດຖະບານ ແລະ ສັງຄົມ, ຕອບສະໜອງໄດ້ກັບຄວາມຕ້ອງການ “ຫັນເປັນດີຈິຕອນ” ດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝ; ຖານຂໍ້ມູນດັ່ງກ່າວ ແມ່ນລະບົບສູນຂໍ້ມູນຮັບໃຊ້ໂຄງການຄຸ້ມຄອງພົນລະເມືອງ, ເຊິ່ງເປັນລະບົບຈັດເກັບຖານຂໍ້ມູນໃນການອອກບັດປະຈຳຕົວ ແລະ ປຶ້ມສຳມະໂນຄົວ ໄລຍະທີ I.

ພາຍຫຼັງຕິດຕັ້ງລະບົບສຳເລັດທາງດ້ານຊອບແວ ແລະ ຮາດແວແລ້ວ, ຖານຂໍ້ມູນດັ່ງກ່າວ ຍັງຈະໄດ້ເອົາຂຶ້ນໃສ່ລະບົບ Cloud Server ຂອງຢູນິເທວຕື່ມອີກ ເພື່ອຮັບປະກັນຄວາມປອດໄພຂອງຂໍ້ມູນ; ລະບົບ Cloud Server ຂອງຢູນິເທວ ເປັນລະບົບທີ່ໃຫ້ການບໍລິການທີ່ທັນສະໄໝທີ່ສຸດ ຢູ່ໃນ ສປປ ລາວ ຮັບປະກັນມາດຖານສາກົນ Tier 3; ສໍາລັບຜູ້ພັດທະນາ ແລະ ສະໜອງລະບົບ ສູນຂໍ້ມູນຮັບໃຊ້ໂຄງການຄຸ້ມຄອງພົນລະເມືອງ ຂອງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ແມ່ນ ບໍລິສັດ ພອນຊິດສ໌ເຕິມ ຂອງປະເທດຮົງກາລີ.

ທ່ານ ເປແຕ ຊິອາໂຕ ໄດ້ກ່າວວ່າ: ລັດຖະບານຮົງກາລີ ໄດ້ຈັດຕັ້ງປະຕິບັດໂຄງການ ຢູ່ໃນ ສປປ ລາວ ທັງໝົດ 9 ໂຄງການ ໃນຂອບເຂດການຮ່ວມມື; ເຊິ່ງ 1 ໃນ 9 ໂຄງການສຳຄັນນັ້ນ ແມ່ນໂຄງການຫັນເປັນທັນສະໄໝຂອງລະບົບໄອທີ ກໍຄື ໂຄງການຄຸ້ມຄອງພົນລະເມືອງລາວ, ໂດຍເປັນລະບົບຈັດເກັບຖານຂໍ້ມູນໃນການອອກບັດປະຈຳຕົວ ແລະ ປຶ້ມສຳມະໂນຄົວ ໄລຍະ I.