ອົງການກວດສອບແຫ່ງລັດ ສະຫຼຸບການຈັດຊື້ ໃນຂົງເຂດລັດວິສາຫະກິດ ປະຈໍາປີ 2019

0
1584

ໃນວັນທີ 14 ຕຸລາ ນີ້, ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມສະຫຼຸບຜົນການກວດສອບການຈັດຊື້ໃນຂົງເຂດລັດວິສາຫະກິດ ປະ ຈໍາປີ 2019, ເປັນປະທານໂດຍ ທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ, ມີ ຮອງປະທານອົງການກວດສອບ ປະຈາໍ 3 ພາກ, ພ້ອມດ້ວຍບັນດາກົມ, ສະຖາບັນຝຶກອົບຮົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບຸນເລີດ ເທບວົງສາ ກ່າວວ່າ: ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງບົດສະຫຼຸບຜົນການກວດສອບວິສາຫະກິດ ທີ່ລັດມີ ການລົງທຶນໃນການຈັດຊື້ວັດຖຸຮັບໃຊ້ການຜະລິດ, ຊັບສົມບັດຄົງທີ່, ການກໍ່ສ້າງ, ການສ້ອມແປງ, ການຈັດຊື້ສິນຄ້າ, ການຈັດຈ້າງດ້ານຕ່າງໆ, ຮັບຟັງການປະກອບຄໍາເຫັນ ແລະ ຄໍາເຫັນຊີ້ນໍາຂອງກອງປະຊຸມ ໂດຍສະເພາະ ມາດຕະການ ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນບັນຫາດັ່ງກ່າວ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ,ແນໃສ່ຍົກສູງສະຕິຕໍ່ວິໄນແຜນການ-ການເງິນເຮັດ ໃຫ້ການຈັດຊື້ມີຄວາມໂປ່ງໃສ,ຖືກຕ້ອງ, ມີການປະຢັດ, ສອດຄ່ອງກັບແນວ ທາງນະໂຍບາຍ, ຫຼັກການຂອງກົດໝາຍ, ຄໍາແນະນໍາ ແລະ ລະ ບຽບການວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ປະຕິບັດຖືກຕ້ອງຕາມຂັ້ນຕອນ ຫຼື ຮູບແບບການຈັດຊື້,ມີການແຂ່ງຂັນທາງດ້ານລາຄາ ແລະ ຄຸນນະພາບ, ການປະກອບເອກະສານໃຊ້ເປັນຫຼັກຖານໃນການເບີກຈ່າຍເງິນມີຄວາມໜ້າເຊື່ອຖືການຖືບັນຊີມີຄວາມຊັດເຈນ, ຖືກຕ້ອງ, ຄົບຖ້ວນ, ເປັນລະບົບ ແລະ ສາມາດກວດສອບໄດ້.

ໃນກອງປະຊຸມ, ຍັງຈະໄດ້ປຶກສາຫາລື ແລະຖອດຖອນບົດຮຽນກ່ຽວກັບການປະສານສົມທົບເຮັດວຽກຮ່ວມກັນໃນໄລຍະຜ່ານມາ ລະຫວ່າງ ກົມກວດສອບວິສາຫະກິດ ອົງການກວດສອບແຫ່ງລັດ ກັບບັນດາລັດວິສາຫະກິດ ຫຼື ເປົ້າໝາຍ ຖືກກວດສອບໃນການຕອບຮັບແຜນການ, ຂໍ້ຕົກລົງກວດສອບ, ການດໍາເນີນການກວດສອບ,ການຫັນເປັນທັນສະໄໝ, ການສົ່ງ,ການສະໜອງ,ການອະທິບາຍຊີ້ແຈງ ຫຼືການໃຫ້ຄວາມຈະຈາງແຈ້ງຂໍ້ມູນຂ່າວສານ ໃນຂົງເຂດວຽກງານຈັດຊື້-ຈັດຈ້າງ ຕາມການສະເໜີກວດສອບ ເພື່ອຮັບປະກັນຄວາມຄົບຖ້ວນ, ທັນເວລາ ແລະ ມີຄວາມຮອບຄອບໃນດ້ານຕ່າງໆ ຂອງການເຄື່ອນໄຫວວຽກງານ, ເຮັດໃຫ້ການເຄື່ອນໄຫວທຸລະກິດ ມີປະສິດທິພາບ,ປະສິດທິຜົນ, ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການສະໜອງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ ເພື່ອເປັນຫຼັກຄ້ໍາປະກັນໃນການສ້າງສາພັດທະນາປະເທດຊາດ, ເສດຖະກິດ-ສັງຄົມ ໃຫ້ມີຄວາມມັ່ງຄັ່ງ, ເຂັ້ມແຂງ.