ໂຮງຮຽນ ປກສຊັ້ນສູງເລກ I ສະຫຼອງວັນຄູ ຄົບຮອບ 26 ປີ

0
880

ໃນວັນທີ 6 ຕຸລາ 2020,ໂຮງຮຽນ ປກສ ຊັ້ນສູງເລກ I ແຂວງອຸດົມໄຊ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 26 ປີ (7 ຕຸລາ 1994-7 ຕຸລາ 2020) ເປັນປະທານໂດຍ, ພັທ ວັງເຢຍ ເບຼ່ຍຢ່າງ ອໍານວຍການໂຮງຮຽນ ປກສ ຊັ້ນສູງເລກI ແຂວງອຸດົມໄຊ, ມີ ພັທ ກອງແກ້ວ ຫັດສະຈັນ ຮອງກອງບັນຊາການ ປກສ ແຂວງອຸດົມໄຊ,ມີຄະນະພັກ-ຄະນະອຳນວຍການໂຮງຮຽນ,ພ້ອມດ້ວຍພະນັກງານ, ຄູ-ອາຈານ ,ແຂກຮັບເຊີນ ແລະ ນັກຮຽນເຂົ້້າຮ່ວມ.

ພັທ ບຸນລ້ຽງ ໄຊຍະຈັກ ຮອງອຳນວຍການໂຮງຮຽນ ໄດ້ຂຶ້ນເລົ່າມູນເຊື້ອການກຳເນີດແລະເຕີບໃຫຍ່ຂະຫຍາຍຕົວຂອງວັນຄູແຫ່ງຊາດ ແຕ່ ລະໄລຍະ, ເວົ້າລວມເວົ້າສະເພາະ ກໍຄື ປະຫວັດມູນເຊື້ອຂອງນາຍຄູຄຳ ພາຍຫຼັງປະຊາຊົນລາວ ໄດ້ລຸກຮື້ຂຶ້ນຍຶດອຳນາດ ໃນວັນທີ12 ຕຸລາ 1945 ເປັນຕົ້ນການສຶກສາມີລັກສະນະ, ຊາດຈຶ່ງຄ່ອຍປະກົດຕົວເປັນຮູບຮ່າງຂຶ້ນມາ, ການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ ເພື່ຶອຕ້ານກັບລັດທິລ່າເມືຶອງຂຶ້ນແບບໃໝ່,ຂອງຈັກກະພັດພາຍນອກ ແລະ ຜູ້ຮຸກຮານໄດ້ຮັບໄຊຊະນະ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປະນາຂຶ້ນ ໃນວັນທີ 2 ທັນວາ 1975.

ເຫດການປະຫວັດສາດດັ່ງກ່າວ ກໍໄດ້ເປັນເງື່ອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວ ໄດ້ຮັບການພັດທະນາ,ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ, ລູກຫຼານຂອງປະຊາຊົນບັນດາເຜົ່າ ໄດ້ເຂົ້າຮ່ຳຮຽນຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູທີ່ມີນ້ຳໃຈຮັກຫອມປະເທດຊາດ, ມີຄວາມຮູ້,ຄວາມສາມາດ ເຊິ່ງໄດ້ຜ່ານການອົບຮົມມາ ຈາກຫຼາຍປະເທດ, ເຂົາເຈົ້າເຫຼົ່ານັ້ນ ນຳເອົາຄວາມຮູ້, ຄວາມສາ ມາດມາປະກອບສວນກໍ່ສ້າງປະເທດຊາດ ເພື່ອນໍາເອົາຄວາມສົມບຸນພູນສຸກມາສູ່ປະຊາຊົນບັນດາເຜົ່າ, ເຊິ່ງສຽງຂອງຄູໄດ້ຕິດພັນກັບຂະບວນການວິວັດແຫ່ງການພັດທະນາປະເທດຊາດ ມາແຕ່ລະສະໄໝ.

ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສຳນຶກເຖິງຄຸນງາມຄວາມດີຂອງຄູໃນສັງຄົມໄດ້ກາຍເປັນພຶດຕິກຳຕົວຈິງ ຈຶ່ງເຫັນມີຄວາມຈຳເປັນຈະຕ້ອງກຳນົດ ໃຫ້ມີວັນຄູແຫ່ງຊາດລາວ ໂດຍກຳນົດເອົາວັນເຂົ້າຮັບລາດຊະການ ເພື່ອເປັນວັນຄູຂອງນາຍຄູຄຳ ເຊິ່ງແມ່ນຜູ້ທີ່ມີຊັນຊາດລາວຄົນທຳອິດ ແລະ ກຳນົດວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດລາວ. ໃນໂອກາດນີ້, ຍັງໄດ້ມີການສະຫຼຸບຕີລາຄາ ຜົນງານການເຄື່ອນໄຫວວຽກງານການສຶກສາ ຂອງໂຮງຮຽນໃນໄລຍະສົກປີຜ່ານມາ ແລະ ວາງທິດທາງແຜນການ ປະຈຳສົກປີ 2020-2021 ຕື່ມອີກ.