ທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ເມືອງກວັນ ແຂວງຫົວພັນ ໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ; ໂດຍມີ ພັທ ຄອນທອງ ພິມສຸວັນ ກໍາມະ ການພັກເມືອງ ເລຂາໜ່ວຍພັກ ຫົວໜ້າກອງບັນຊາການ ປກສ ເມືອງກວັນ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.

ພັຕ ພູທິບພະກອນ ສຸຂະວົງ ຫົວໜ້າພະແນກການເມືອງ ປກສ ເມືອງກວັນ ໄດ້ຜ່ານຂໍ້ຕົກລົງເລກທີ 3821 ຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ປດສ ແຂວງຫົວພັນ ແລະ ຂໍ້ຕົກລົງເລກທີ 295 ຂອງກອງບັນຊາການ ປກສ ແຂວງຫົວພັນ ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕໍາຫຼວດກອງບັນຊາການ ປກສ ເມືອງກວັນ; ໃນນີ້, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ 3 ສະຫາຍ; ສິບເອກ ຂຶ້ນວາທີ 1 ສະຫາຍ ແລະ ສິບໂທ ຂຶ້ນສິບເອກ 1 ສະຫາຍ.

ໃນໂອກາດນີ້, ພັທ ຄອນທອງ ພິມສຸວັນ ໄດ້ສະແດງກ່າວຄໍາຍ້ອງຍໍຊົມເຊີຍໃນການຕັ້ງໜ້າຝຶກຫໍ່ຼຫຼອມ ແລະ ຜົນງານຂອງບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ຍາດມາໄດ້ ແລ້ວ ທ່ານຍັງໄດ້ເນັ້ນຫຼາຍໆບັນຫາ; ເປັນຕົ້ນໃນການເພີ່ມທະວີໃຫ້ມີຄວາມຮັບຜິດຊອບສູງ, ມີຄວາມຕື່ນຕົວເປັນເຈົ້າການຕໍ່ໜ້າທີ່ວິຊາສະເພາະ, ເພີ່ມຄວາມສາມັກຄີທັງພາຍໃນ ແລະ ພາຍນອກ, ເອົາໃຈໃສ່ເຮັດວຽກງານປ້ອງກັນຄວາມສະຫງົບ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆໃຫ້ສັງຄົມມີຄວາມສະຫງົບສຸກ ເປັນທີ່ໄວ້ວາງເນື້ອເຊື່ອໃຈຂອງປະຊາຊົນ ໃຫ້ສົມກັບຄຳວ່າ: “ຕໍາຫຼວດປະຊາຊົນ”.