ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໃນພິທີປິດກອງ ປະຊຸມສໍາມະ ນາວິຊາການກ່ຽວກັບວຽກງານການຈັດຕັ້ງ ແລະ ການເຄື່ອນໄຫວຂອງດ່ານໃນຂອບເຂດທົ່ວປະເທດ ໃນວັນທີ 2 ມີນາ 2018 ໂດຍທ່ານເນັ້ນໃຫ້ຄະນະຮັບຜິດຊອບເອົາໃຈໃສ່ປັບປຸງຮ່າງດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງດ່ານໃນຂອບເຂດທົ່ວປະເທດ ໃຫ້ສໍາເລັດກ່ອນເດືອນເມສານີ້ ເພື່ອສະເໜີຕໍ່ກອງ ປະຊຸມລັດຖະ ບານຄົ້ນຄວ້າ ແລະ ສະເໜີຜ່ານປະທານປະເທດປະກາດໃຊ້.

ທ່ານ ຮອງນາຍົກ ກ່າວວ່າ: ພາຍຫຼັງກະຊວງໂຍທາທິການ ແລະ ຂົນສົ່ງໄດ້ສ້າງດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງດ່ານສາກົນ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ, ເຊິ່ງຮ່າງດໍາລັດດັ່ງກ່າວໄດ້ເອົາເຂົ້າມາຜ່ານປຶກສາຫາລືໃນກອງປະຊຸມລັດຖະບານ 2 ຄັ້ງ, ແຕ່ຍັງບໍ່ສາມາດຜ່ານໄດ້; ສະນັ້ນ, ພາຍຫຼັງສໍາເລັດການປຶກສາຫາລືແລ້ວຈຶ່ງເນັ້ນໃຫ້ບັນດາຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງດ່ານໃນຂອບເຂດທົ່ວປະເທດ ຕ້ອງຂຸ້ນຂ້ຽວປັບປຸງຄືນກ່ຽວກັບຮ່າງດໍາລັດດັ່ງ ກ່າວໃຫ້ສໍາເລັດກ່ອນເດືອນເມສານີ້ ຖ້າຢາກເຮັດໄດ້ບັນດາສະຫາຍຕ້ອງເປັນເຈົ້າການນໍາພາ ບັນດາຂະແໜງການ ທີ່ກ່ຽວຂ້ອງສ້າງນິຕິກໍາ, ຂໍ້ຕົກລົງ, ລະບຽບການຕ່າງໆຂອງດ່ານໃຫ້ສໍາເລັດກ່ອນແຜນການ ເພື່ອຮັບປະກັນໃຫ້ດໍາ ລັດດັ່ງກ່າວມີເນື້ອໃນອຸດົມສົມບູນຄົບຖ້ວນ ສາມາດນໍາໄປສະເໜີຕໍ່ກອງປະຊຸມລັດຖະບານຄົ້ນຄວ້າພິຈາລະນາຢັ້ງຢືນ ແລະ ສະເໜີຕໍ່ປະທານປະເທດປະກາດໃຊ້ໃຫ້ໄວທີ່ສຸດ ເພື່ອເປັນບ່ອນອີງ ແລະ ເປັນເອກະພາບກັນໃນການປະຕິບັດ ໜ້າທີ່ຂອງບັນດາດ່ານໃນຂອບເຂດທົ່ວປະເທດ; ນອກຈາກນີ້, ບັນດາດ່ານໃນທົ່ວປະເທດ ຕ້ອງເອົາໃຈໃສ່ຄຸ້ມຄອງ ລາຍຮັບແບບລວມສູນ ໂດຍເກັບລາຍຮັບຕ່າງໆແມ່ນໃຫ້ເກັບຢູ່ຈຸດດຽວ ເພື່ອຄຸ້ມຄອງລາຍຮັບບໍ່ໃຫ້ຮົ່ວໄຫຼ ແລະ ລົງກວດກາຄືນກ່ຽວກັບການປະຕິບັດນະໂຍບາຍຕ່າງໆຢູ່ບັນດາດ່ານ ເພື່ອຄວາມເປັນເອກະພາບກັນໃນຂອບເຂດ ທົ່ວປະເທດ.

ຖ້າວ່າຮ່າງດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງດ່ານໃນຂອບເຂດທົ່ວປະເທດ ປະກາດໃຊ້ຈະເປັນ ຜົນດີໃຫ້ແກ່ບັນດາດ່ານ ສາກົນ, ທ້ອງຖິ່ນ ແລະ ດ່ານປະເພນີໃນທົ່ວປະເທດ ເປັນຕົ້ນແມ່ນຈະເຮັດໃຫ້ກົງຈັກການ ຈັດຕັ້ງ, ການບໍລິຫານ ແລະ ຄຸ້ມຄອງດ່ານໃນຂອບເຂດທົ່ວປະເທດເປັນເອກະພາບກັນ, ການນໍາໃຊ້ລະບົບຄຸ້ມຄອງ ດ່ານຈະເຊື່ອມໂຍງກັນ, ການເກັບຄ່າບໍລິການຕ່າງໆຂອງດ່ານຈະຖືກເກັບຢູ່ຈຸດດຽວ ສ້າງຄວາມນ ສະດວກໃຫ້ແກ່ ມວນຊົນເຂົ້າ-ອອກດ່ານ ແລະອື່ນໆ.