ຂ່າວຕ່າງປະເທດລາຍງານວ່າ: ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຂອງ ຟິລິບປິນ ໄດ້ຍົກເລີກກຳນົດການເຂົ້າ ຮ່ວມປະຊຸມສຸດຍອດຜູ້ນຳອົດສະຕຣາ ລີ-ອາຊຽນ ທີ່ນະຄອນຊິດນີ ປະເທດ ອົດສະຕຣາລີ ໃນກາງເດືອນມີນານີ້, ດ້ວຍ ເຫດຜົນກ່ຽວກັບສະຖານະການດ້ານ ຄວາມໝັ້ນຄົງພາຍໃນປະເທດຟິລິບ ປິນ.

ທ່ານ ແຮຣີ ໂຣດ ໂຄສົກທຳນຽບມາ ລາກັນຍັງ ຂອງຟິລິບປິນ ກ່າວວ່າ: ປະ ທານາທິບໍດີ ໂຣດຣິໂກ ດູເຕີເຕ  ໄດ້ຍົກ ເລີກກຳນົດການເຂົ້າຮ່ວມກອງປະຊຸມ ສຸດຍອດຜູ້ນຳອົດສະຕຣາລີ-ອາຊຽນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງ ເນື່ອງໃນໂອກາດຄົບຮອບ 40 ປີ ແຫ່ງ ການສະຖາປານາຄວາມສຳພັນລະດັບທະວິພາຄີ, ເຊິ່ງ ທ່ານ ມັນຄອມ ເເທນບູນ ນາຍົກລັດຖະມົນຕີຂອງອົດສະຕຣາລີ ຈະເປັນເຈົ້າພາບທີ່ນະຄອນຊິດນີ ລະ ຫວ່າງວັນທີ 17-18 ມີນາ ນີ້, ໂດຍໃຫ້ ເຫດຜົນກ່ຽວກັບສະຖານະການດ້ານຄວາມໝັ້ນຄົງພາຍໃນປະເທດຟິລິບປິນ. ແຕ່ບໍ່ມີການເປີດເຜີຍລາຍ ລະອຽດ ເພີ່ມເຕີມ.

ແນວໃດກໍຕາມ, ອົດສະຕຣາລີ   ເປັນໜຶ່ງປະເທດທີ່ໄດ້ມີການສະແດງ ຄວາມ ວິຕົກກັງວົນມາດຕະການການປາບ ປາມຢາເສບຕິດຂອງລັດຖະບານຟິລິບ ປິນ, ເຊິ່ງມີຜູ້ເສຍຊີວິດແລ້ວ 4.000 ຄົນ ນັບຕັ້ງແຕ່ ທ່ານ ໂຣດຣິໂກ ດູເຕີເຕ ຮັບຕຳແໜ່ງປະທານາທິບໍດີ ໃນກາງປີ 2016. ແຕ່ສະຫະປະຊາຊາດ (UN) ແລະ ອົງກອນສິດທິມະນຸດຫຼາຍ ແຫ່ງ ທົ່ວໂລກປະເມີນວ່າ: ຈຳນວນຜູ້ເສຍຊີ ວິດໃນຄວາມເປັນຈິງອາດຈະສູງເຖິງ 12.000 ຄົນ.

ຂະນະທີ່ໄອຍະການສູງສຸດຂອງ ສານອາຍາ International Criminal Court (ICC) ໃນນະຄອນເຮກ  ປະເທດໂຮນ ລັງ ປະກາດໃນຕົ້ນເດືອນ ກຸມພາ ຜ່ານມາວ່າ: ເລີ່ມມີການສືບສວນ -ສອບສວນໃນເບື້ອງຕົ້ນແລ້ວຕໍ່ສະຖານະ ການສົງຄາມຢາເສບຕິດໃນຟິ ລິບປິນ. ແຕ່ຕໍ່ມາຜູ້ນຳຂອງຟິລິບປິນ ສົ່ງ ການທະຫານ ແລະ ຕຳຫຼວດບໍ່ຕ້ອງໃຫ້ ການຮ່ວມມືກັບ ICC.