ໃນວັນທີ 5 ມີນາ ຜ່ານມານີ້, ທ່ານ ຫຼີ ເຄີສ້ຽງ ນາຍົກລັດຖະມົນຕີຈີນ  ກ່າວໃນກອງປະຊຸມສະພາປະຊາຊົນແຫ່ງ ຊາດຈີນ ວ່າ: ລັດຖະບານຈີນ  ພ້ອມເປີດປະຕູຕ້ອນຮັບນັກລົງທຶນຕ່າງປະເທດ ໃຫ້ກວ້າງຂຶ້ນໃນປີນີ້ ໂດຍຈະເປີດ ກວ້າງ ພາກການຜະລິດທົ່ວໄປຢ່າງເຕັມຮູບແບບ ພ້ອມຍົກລະດັບການເຂົ້າເຖິງພາກສ່ວນອື່ນໆນຳອີກ.

ທາງການຈີນ ກຽມເປີດໂອກາດໃຫ້ນັກລົງທຶນຕ່າງປະເທດເຂົ້າເຖິງການລົງທຶນໃນພາກໂທລະຄົມມະນາຄົມ, ບໍລິ ການທາງການແພດ, ການສຶກສາ, ບໍລິການເບິ່ງແຍງຜູ້ອາຍຸສູງ ແລະ ພາຫະນະພະລັງງານໃໝ່ໄດ້ຫຼາຍຂຶ້ນ. ນອກນັ້ນ, ໃນພາກສ່ວນຂອງການເປີດກວ້າງທາງພາກການເງິນນັ້ນທາງການຈີນຈະເລີ່ມ ເປີດກວ້າງຕະຫຼາດ ການຫັກບັນຊີບັດຂອງທະນາຄານ ແລະ ຕະຫຼາດອື່ນໆ, ຍົກເລີກຂໍ້ຈຳກັດດ້ານຂອບເຂດການດຳເນີນງານຂອງບໍລິ ສັດຕົວແທນປະກັນໄພທີ່ລົງທຶນໂດຍຕ່າງປະເທດໄປ ຈົນເຖິງການຫຼຸດຜ່ອນ ຫຼື ຍົກເລີກຂໍ້ຈຳກັດກ່ຽວກັບອັດຕາ ສ່ວນຂອງຫຸ້ນທີ່ຕ່າງປະເທດເປັນເຈົ້າຂອງຕາມບໍລິສັດ ໃນອຸດສາຫະກຳຕ່າງໆເຊິ່ງລວມເຖິງທະນາຄານ ແລະ ຫຼັກຊັບ.

ສຳລັບນັກລົງທຶນຕ່າງປະເທດ ຈະໄດ້ຮັບສິດຕໍ່ເວລາຊຳລະພາສີ ເມື່ອມີການນຳກຳໄລທີ່ໄດ້ຈາກຈີນໄປລົງທຶນຕໍ່ຂະ ນະທີ່ຂັ້ນຕອນໃນການຈັດຕັ້ງອົງກອນທີ່ລົງທຶນໂດຍຕ່າງປະເທດນັ້ນຈະສະດວກດີຍິ່ງຂຶ້ນ; ສ່ວນຂັ້ນຕອນການຍືນ ແລະ ຈົດທະບຽນທຸລະກິດຈະຖືກລວມເປັນຂັ້ນຕອນດຽວ.

ນອກຈາກນີ້, ລັດຖະບານຈີນ ຍັງມີແຜນການຂະຫຍາຍການໃຊ້ແນວທາງປະຕິບັດທີ່ພັດທະນາຂຶ້ນໃນເຂດການ ຄ້າເສລີທີ່ມີຢູ່ໃຫ້ຄວບຄຸມທົ່ວປະເທດຈີນ ພ້ອມສຶກສາຄວາມເປັນໄປໄດ້ໃນການເປີດທ່າເຮືອການຄ້າເສລີນຳອີກ.