ຂ່າວຕ່າງປະເທດລາຍງານໃນວັນທີ 6 ມີນາ ນີ້ວ່າ: ໃນບົດລາຍງານທ່າອ່ຽງພາວະຕະຫຼາດນ້ຳມັນປະຈຳປີ 2018, International Energy Agency (IEA) ຄາດຄະເນວ່າ ການຂະຫຍາຍຕົວທາງເສດຖະກິດທີ່ເຂັ້ມແຂງທົ່ວໂລກ ຈະຍັງມີການສະໜັບສະໜູນການໃຊ້ນ້ຳມັນຢ່າງຕໍ່ເນື່ອງຈົນຮອດປີ 2023, ເຊິ່ງນອກຈາກການຜະລິດນ້ຳມັນເພີ່ມ ຂຶ້ນຂອງສະຫະລັດອາເມລິກາແລ້ວ, ການຜະລິດນ້ຳມັນຈາກການາດາ, ເບຼຊິນ  ແລະ ນອກແວ ກໍຈະຊ່ວຍຮອງຮັບ ຄວາມຕ້ອງການໃຊ້ນ້ຳມັນທີ່ເພີ່ມຂຶ້ນຈົນຮອດ ປີ 2020.

IEA ລາຍງານວ່າ: ການລົງທຶນໃນອຸດສາຫະກຳນ້ຳມັນຫຼຸດລົງ 25% ໃນປີ 2015-2016. ຂະນະທີ່ປີ 2017 ທີ່ ຜ່ານມາ, ການຫຼຸດລາຄານ້ຳມັນລົງແມ່ນສອດຄ່ອງກັບການຫຼຸດລົງຂອງລາຄານ້ຳມັນຕ່ຳກວ່າລະດັບ 30 ໂດລາສະຫະ ລັດອາເມລິກາ ໃນປີ 2016. ແຕ່ລາຄາໄດ້ປັບຕົວດີຂຶ້ນນັບຕັ້ງແຕ່ທີ່ກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປັກ) ໄດ້ຮ່ວມມືກັບລັດເຊຍ ແລະ ປະເທດຜູ້ຜະລິດລາຍອື່ນໆ ໃນການປັບຫຼຸດກຳລັງການຜະລິດໃນປີທີ່ຜ່ານມາ.

ໄອອີເອ ຄາດການວ່າ: ສະຫະລັດອາເມລິກາ ຈະຜະລິດນ້ຳມັນດິບຄອນເດນເສດ ແລະ ກ໊າດທຳມະຊາດເເຫຼວ ຈຳນວນ 17 ລ້ານບາເຣວຕໍ່ວັນ, ໂດຍ ສະຫະລັດອາເມລິກາ ຈະເປັນຜູ້ຜະລິດປິໂຕຼລຽມລາຍໃຫຍ່ທີ່ສຸດຂອງໂລກ, ເຊິ່ງເພີ່ມ ຂຶ້ນຈາກ 13,2 ລ້ານບາເຣວ ຕໍ່ວັນໃນປີ 2017; ຂະນະທີ່ໂອເປັກ ຈະເພີ່ມກຳລັງການຜະລິດພຽງ 750. 000 ບາເຣວຕໍ່ມື້ ຈົນຮອດປີ 2023.

ກຳລັງຜະລິດນ້ຳມັນທົ່ວໂລກຈະເພີ່ມຂຶ້ນ 6,4 ລ້ານບາເຣວຕໍ່ວັນໄປຈົນເຖິງ 107 ລ້ານບາເຣວຕໍ່ວັນ ໂດຍສະຫະລັດ ອາເມລິກາ ຈະຜະລິດນ້ຳມັນຄິດເປັນ 60% ຂອງການເພີ່ມຂຶ້ນທົ່ວໂລກ ແລະ ຄວາມຕ້ອງການໃຊ້ນ້ຳມັນທົ່ວໂລກຈະ ເພີ່ມຂຶ້ນ 6,9 ລ້ານບາເຣວຕໍ່ມື້ສູ່ລະດັບ 104.7 ລ້ານບາເຣວຕໍ່ມື້ໃນໄລຍະເວລາດັ່ງກ່າວ ໂດຍປະມານເຄິ່ງໜຶ່ງເປັນ ນ້ຳມັນມາຈາກຈີນ ແລະ ອິນເດຍ. ພ້ອມນັ້ນ, ໄອອີເອ ເຫັນວ່າຄວາມຕ້ອງການ ໃຊ້ນ້ຳມັນຈະຍັງບໍ່ເຖິງຈຸດສູງສຸດ ໃນໄວໆນີ້ ແຕ່ຈະເລີ່ມສະລໍຕົວຈົນເຫຼືອພຽງປະມານ 1 ລ້ານບາເຣວຕໍ່ມື້ພາຍໃນປີ 2023.

ນອກຈາກນີ້,  ສະຫະລັດ ອາເມລິກາ ອາດຈະສົ່ງອອກນ້ຳມັນຫຼາຍຂຶ້ນ ຫຼັງຈາກທີ່ໄດ້ສົ່ງອອກນ້ຳມັນ 2 ລ້ານບາ ເຣວຕໍ່ມື້ໃນໄລຍະຫຼາຍອາທິດທີ່ຜ່ານມາ ແລະ ຄາດວ່າຈະສົ່ງອອກຫຼາຍເຖິງ 5 ລ້ານບາເຣວຕໍ່ມື້ ພາຍໃນປີ 2023 ຫຼັງຈາກມີການສ້າງທໍ່ສົ່ງ ແລະ ສະຖານີສົ່ງອອກນ້ຳມັນແຫ່ງໃໝ່ສຳເລັດ.

IEA ຄາດຄະເນອີກວ່າ: ໃນໄລຍະ 5 ປີຂ້າງໜ້າ, ສະຫະລັດ ອາເມລິກາ ຈະຫຼຸດຈາກລາຍຊື່ປະເທດຜູ້ນຳເຂົ້ານ້ຳມັນ ລາຍໃຫຍ່ທີ່ສຸດຂອງໂລກ ເຊັ່ນ: ສປ ຈີນ ແລະ ອິນເດຍ ໂດຍຈະຂຶ້ນຄອງຕຳແໜ່ງດັ່ງກ່າວແທນ; ຂະນະທີ່ການ ນຳເຂົ້ານ້ຳມັນໃນອາຊີ ຈະເພີ່ມຂຶ້ນ 3,5 ລ້ານບາເຣວຕໍ່ມື້ຈົນຮອດປີ 2023. ນອກນັ້ນ, ບັນດາປະເທດຕາເວັນ ອອກກາງ ຈະຍັງເປັນຜູ້ສົ່ງອອກນ້ຳມັນລາຍໃຫຍ່ທີ່ສຸດເຂົ້າສູ່ເຂດພາກພື້ນອາຊີ, ແຕ່ວ່າ ສປ ຈີນ ກໍໄດ້ເພີ່ມການ ກັ່ນນ້ຳມັນ ແລະ ກໍຈະເປັນການເປີດໂອກາດໃຫ້ສະຫະລັດ ອາເມລິກາ ສົ່ງອອກນ້ຳມັນດິບຫຼາຍຂຶ້ນເຊັ່ນກັນ.