ຂ່າວຕ່າງປະເທດລາຍງານໃນວັນທີ 6 ມີນາ ນີ້ວ່າ: ຂະບວນຄາຣາວານລົດບັນທຸກເຄື່ອງຊ່ວຍເຫຼືອດ້ານມະນຸດ ສະທຳ ຂອງສະຫະປະຊາຊາດ ໄດ້ເລີ່ມເຂົ້າສູ່ເຂດກູຕາ ທາງພາກຕາເວັນອອກຂອງນະຄອນຫຼວງມັດກັດ ຂອງຊີຣີ ເພື່ອ ແຈກຢາຍເຄື່ອງຂອງໃຊ້ໃຫ້ແກ່ບັນດາປະຊາຊົນເປັນຄັ້ງທຳອິດ ນັບຕັ້ງແຕ່ມີຄຳສັ່ງຢຸດຍິງ. ແນວໃດກໍຕາມ, ການສູ້ ຮົບກັນຍັງເກີດຂຶ້ນເລື້ອຍໆໃນເຂດດັ່ງກ່າວ.

ຂະບວນຄາຣາວານລົດບັນທຸກເຄື່ອງບັນເທົາທຸກ ແລະ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳຂອງສະຫະປະຊາຊາດ (UN) ສະພາສ້ຽວວົງເດືອນແດງຊີຣີ-ອາຣັບ (SARC) ລວມທັງໝົດ 46 ຄັນ ເດີນທາງເຂົ້າສູ່ເຂດກູຕາທາງພາກຕາ ເວັນອອກທີ່ຕັ້ງຢູ່ນອກນະຄອນຫຼວງມັດກັດ ໃນວັນທີ 5 ມີນາ ທີ່ຜ່ານມານີ້, ແຕ່ຂະບວນລົດຂອງເຈົ້າໜ້າທີ່ທັງ ໝົດນັ້ນຈຳເປັນຕ້ອງໄດ້ຖອຍກັບຫຼັງຈາກລົງພື້ນທີ່ດັ່ງກ່າວໄດ້ພຽງ 1 ຊົ່ວ ໂມງ ເນື່ອງຈາກວ່າຍັງມີການໂຈມຕີຢ່າງ ຮ້າຍແຮງຫຼາຍຮອບທັງທາງບົກ ແລະ ທາງອາກາດ. ແນວໃດກໍຕາມ, ສະຫະປະຊາຊາດ ຢືນຢັນວ່າ: ເຈົ້າໜ້າທີ່ໄດ້   ພະຍາຍາມແຈກຢາຍເຄື່ອງໃຫ້ປະຊາຊົນຫຼາຍເທົ່າທີ່ຈະຫຼາຍໄດ້.

ຂະນະທີ່ອົງກອນສັງເກດການດ້ານສິດທິມະນຸດຂອງຊີຣີ ລາຍງານວ່າ: ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 68 ຄົນ ຈາກການສູ້ຮົບໃນເຂດກູຕາ ທາງພາກຕາເວັນອອກຂອງຊີຣີ ໃນວັນທີ 5 ມີນາ ຜ່ານມາ, ເພີ່ມຈໍານວນຜູ້ເສຍ ຊີວິດໃນສະໜາມຮົບທັງໝົດ 760 ຄົນ ນັບຕັ້ງແຕ່ຕໍ່ສູ້ກັນມາ. ນອກຈາກນີ້, ຂໍ້ມູນຈາກ SARC ແຈ້ງໃຫ້ຮູ້ວ່າ: ກອງທັບຊີຣີ ສາມາດຢຶດພື້ນທີ່ໃນເຂດກູຕາໄດ້ແລ້ວ 40% ຫຼັງຈາກປິດລ້ອມຕັ້ງແຕ່ປີ 2013. ພ້ອມນັ້ນ, ຄະນະ ຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (SARC) ມີມະຕິໃຫ້ຢຸດຍິງທົ່ວຊີຣີ ຕັ້ງແຕ່ວັນທີ 25 ກຸມພາ ທີ່ຜ່ານມາ ແລະ ລັດເຊຍ ປະກາດການຢຸດຍິງຝ່າຍດຽວວັນລະ 5 ຊົ່ວໂມງ ໃນເຂດກູຕາ ແຕ່ຂໍ້ກຳນົດຂອງທັງສອງຝ່າຍບໍ່ມີການ ຕອບສະໜອງ.