ເປີດນໍາໃຊ້ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ໄລຍະທີ I ຢ່າງເປັນທາງການ

0
981

ພິທີເປີດນໍາໃຊ້ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ໄລຍະທີ I ຂອງທາງດ່ວນນະຄອນຫຼວງວຽງຈັນ ຫາ ດ່ານຊາຍແດນບໍ່ເຕັນ-ບໍ່ຫານ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 20 ທັນວາ 2020 ຢູ່ສະຖານີເກັບເງິນ ນະຄອນຫຼວງວຽງຈັນ; ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ພ້ອມດ້ວຍ ລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ; ນອກນີ້, ຍັງມີ ທ່ານ ຢວນ ເຊີງ ຝ່າ ເລຂາພັກແຂວງຢຸນນານ ສປ ຈີນ ພ້ອມຄະນະ ກໍໄດ້ເຂົ້າຮ່ວມໃນຮູບແບບວີດີໂອທາງໄກ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານໃຫ້ຮູ້ວ່າ:

ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມີມູນຄ່າການລົງທຶນທັງໝົດ ປະມານ 1,3 ຕື້ໂດລາ ເຊິ່ງມີຈຸດເລີ່ມຕົ້ນຢູ່ສາມແຍກສີເກີດ ແລະ ຈຸດສຸດທ້າຍຢູ່ເມືອງວັງວຽງ ມີຄວາມຍາວທັງໝົດ 109,11 ກິໂລແມັດ, ກວ້າງ 23 ແມັດ, 4 ຊ່ອງທາງລົດແລ່ນ 3,5 ແມັດ, 2 ຊ່ອງທາງລົດແລ່ນຊຸກເສີນ 3 ແມັດ ແລະ ດອນກາງກວ້າງ 3 ແມັດ, ຕັດຜ່ານ 4 ເມືອງຄື: ເມືອງນາຊາຍທອງ, ໂພນໂຮງ, ຫີນເຫີບ ແລະ ເມືອງວັງວຽງ.

ພ້ອມນັ້ນ, ກໍມີການອອກແບບຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ ແລະ ມາດຕະຖານເຕັກນິກຂອງອາຊຽນ ເປັນພື້ນຖານ, ມີອຸໂມງ 1 ແຫ່ງ, ຂົວ 45 ແຫ່ງ ຍາວທັງໝົດ 2.408 ແມັດ, ຄວາມໄວອອກແບບ 80 ຫາ 100 ກິໂລແມັດຕໍ່ຊົ່ວໂມງ, ສຳລັບເຂດພູດອຍ 80 ກິໂລແມັດຕໍ່ຊົ່ວໂມງ.

  • ທາງເສັ້ນນີ້ປະກອບມີຈຸດເຊື່ອມຕໍ່ທັງໝົດ 7 ແຫ່ງ ແລະ ຈຸດເກັບເງິນ 8 ແຫ່ງ ຄື: ນະຄອນຫຼວງວຽງຈັນ, ບ້ານນາຊອນ, ບ້ານບົວ, ສະກ້າ, ໂພນໂຮງ, ຫີນເຫີບ, ອ່າງນ້ຳງື່ມ ແລະ ວັງວຽງ
  • ມີຈຸດບໍລິການ 3 ຈຸດ ຄື: ນະຄອນຫຼວງວຽງຈັນ ກິໂລແມັດທີ 2+475, ເມືອງໂພນໂຮງ ກິໂລແມັດທີ 53+940 ແລະ ເມືອງວັງວຽງ ກິໂລແມັດທີ 109+100
  • ຈຸດພັກລົດມີ 2 ຈຸດ ຄື້: ບ້ານນາຂ່າ ເມືອງໂພນໂຮງ ກິໂລແມັດທີ 22+760 ແລະ ບ້ານທ່າເຮືອ (ອ່າງນ້ຳງື່ມ) ເມືອງຫີນເຫີບ ກິໂລແມັດທີ 90+540
  • ສູນຄວບຄຸມ 2 ຈຸດ ຄື: ສູນຄວບຄຸມເສັ້ນທາງ ແລະ ສູນຄວບຄຸມອຸໂມງ
  • ສູນສ້ອມແປງ 2 ຈຸດ ຄື: ນະຄອນຫຼວງວຽງຈັນ ແລະ ວັງວຽງ.

ສໍາລັບລາຄາລົດ, ປະເພດ 1 ໜ້ອຍກວ່າ ຫຼື ເທົ່າກັບ 7 ບ່ອນນັ່ງ ລາຄາ 600 ກີບຕໍ່ກິໂລແມັດ, ປະເພດ 2 ຂະໜາດ 8 ຫາ 19 ບ່ອນນັ່ງ 1.000 ກີບຕໍ່ກິໂລແມັດ, ລົດປະເພດ 3 ຂະໜາດ 20 ຫາ 39 ບ່ອນນັ່ງ 1.400 ກີບຕໍ່ກິໂລແມັດ ແລະ ປະເພດ 4 ຫຼາຍກວ່າ ຫຼື ເທົ່າກັບ 40 ບ່ອນນັ່ງ 2.000 ກີບຕໍ່ກິໂລແມັດ.

ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ເປັນທາງໄລຍະທີ I ໃນຈຳນວນ 4 ໄລຍະ, ຈາກນະຄອນຫຼວງວຽງຈັນ ຫາ ຊາຍແດນລາວ-ຈີນ (ບໍ່ເຕັນ), ເຊິ່ງໃນອະນາຄົດກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນ ແຂວງຢຸນນານ ຍັງຈະສືບຕໍ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນ 3 ໄລຍະ ທີ່ຍັງເຫຼືອໃຫ້ສຳເລັດ ເພື່ອປະກອບສ່ວນຕໍ່ການພັດທະນາຕາມແລວທາງເສດຖະກິດ ລາວ-ຈີນ ຕາມຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ.

ໃນພິທີ, ທ່ານ ສອນໄຊ ສີພັນດອນ ມີຄໍາເຫັນວ່າ:

ໂຄງການທາງດ່ວນ ນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ ແມ່ນໜຶ່ງໃນໂຄງການພັດທະນາພື້ນຖານໂຄງລ່າງບູລິມະສິດຂອງ ສປປ ລາວ ທີ່ມີລັກສະນະຍຸດທະສາດ, ເປັນໂຄງການສັນຍາລັກແຫ່ງການຮ່ວມມື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງເສັ້ນທາງໜຶ່ງແລວທາງ ຂອງ ທ່ານ ສີ ຈິ້ນ ຜິງ ແລະ ຍຸດທະສາດການຫັນປ່ຽນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຈອດຂອງ ສປປ ລາວ, ເປັນຂີດໝາຍໃໝ່ແຫ່ງມູນເຊື້ອໄມຕີຈິດ ມິດຕະພາບການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງ, ຍາວນານຕາມທິດ 4 ດີ ແລະ ບົນຈິດໃຈຄູ່ຮ່ວມຊະຕາກໍາ ລະຫວ່າງ ລາວ-ຈີນ ແລະ ຈີນ-ລາວ, ເຊິ່ງເສັ້ນທາງດ່ວນໄລຍະທີ 1 ນີ້ ເປັນເສັ້ນທາງທີ່ມີທິວທັດສວຍງາມ ແລະ ມີທ່າແຮງທາງດ້ານການທ່ອງທ່ຽວ.

ທາງດ່ວນໄລຍະນີ້ ຈະອໍານວຍຄວາມສະດວກສະບາຍໃຫ້ແກ່ ການຄົມມະນາຄົມຂົນສົ່ງ, ເປັນທາງເລືອກໃຫ້ແກ່ປະຊາຊົນ ແລະ ພາກທຸລະກິດ ລວມໄປເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງສະດວກສະບາຍ ແລະ ວ່ອງໄວ ພ້ອມທັງປະກອບສ່ວນສໍາຄັນໃນການສົ່ງເສີມການທ່ອງທ່ຽວ, ການຄ້າ, ການລົງທຶນ ເພື່ອກະຕຸ້ນໃຫ້ແກ່ການຂະຫຍາຍຕົວເສດຖະກິດຂອງ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ກໍຄື ສປປ ລາວ. ນອກນີ້, ລັດຖະບານຍັງໄດ້ເປີດກວ້າງ ແລະ ສົ່ງເສີມໃຫ້ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີທຶນຮອນ ມີຄວາມສາມາດມາສຶກສາສໍາຫຼວດຄວາມເປັນໄປໄດ້ ແລະ ລົງທຶນກໍ່ສ້າງທາງດ່ວນໃນຮູບແບບ BOT ນັບມື້ນັບຫຼາຍຂຶ້ນ.

ພາຍຫຼັງທີ່ເປີດນໍາໃຊ້ຢ່າງເປັນທາງການແລ້ວ ກໍໄດ້ເປີດໃຫ້ປະຊາຊົນນໍາໃຊ້ທາງດ່ວນໂດຍບໍ່ເສຍຄ່າເປັນເວລາ 3 ວັນ ນັບແຕ່ວັນທີ 21-23 ທັນວາ 2020.