ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ປະກາດບັນຈຸຊັບຊ້ອນພະນັກງານທີ່ຮຽນຈົບມາຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 2 ແຂວງໄຊຍະບູລີ ໃນວັນທີ 1 ມິຖຸນາ 2021; ໂດຍການເປັນປະທານຂອງ ພັທ ພູນເພັດ ເຫຼົ່າອິນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງຫຼວງນໍ້າທາ, ມີຄະນະພະແນກຈັດຕັ້ງ-ກໍ່ສ້າງກຳລັງ, ບັນດາຜູ້ຕາງໜ້າຫ້ອງ, ກອງ, ຄ້າຍ, ກອງບັນຊາການ ປກສ ເມືອງ 5 ເມືອງ ຕະຫຼອດຮອດພະນັກງານທີ່ຮຽນຈົບມາໃໝ່ 38 ສະຫາຍເຂົ້າຮ່ວມ.

ພັຕ ເປ້ຍ ສີຫວັງລາດ ຫົວໜ້າພະແນກຈັດຕັ້ງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງຫຼວງນ້ຳທາ ເລກທີ 2064/ປກສ ຫຼທ ວ່າດ້ວຍການສັບຊ້ອນພະນັກງານທີ່ຮຽນຈົບມາຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 2 ແຂວງໄຊຍະບູລີ ໃຫ້ບັນດາຫ້ອງ, ກອງ, ຄ້າຍ, ປກສ ເມືອງ ຄື: ກອງບັນຊາການ ປກສ ເມືອງລອງ 2 ສະຫາຍ; ປກສ ເມືອງສິງ 2 ສະຫາຍ; ປກສ ເມືອງວຽງພູຄາ 2 ສະຫາຍ; ປກສ ເມືອງນາເເລ 2 ສະຫາຍ; ຫ້ອງສັນຕິບານ 6 ສະຫາຍ, ຫ້ອງຕໍາຫຼວດ 6 ສະຫາຍ; ຫ້ອງພະລາທິການ 6 ສະຫາຍ; ຫ້ອງການເມືອງ 4 ສະຫາຍ, ຫ້ອງການກອງບັນຊາການ 2 ສະຫາຍ, ຫ້ອງ 504 2 ສະຫາຍ; ຄ້າຍຄຸມຂັງ-ດັດສ້າງ 2 ສະຫາຍ, ກອງພັນປ້ອງການເຄື່ອນທີ່ 1 ສະຫາຍ ແລະ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ 1 ສະຫາຍ.

ໂອກາດນີ້, ພັທ ພູນເພັດ ເຫຼົ່າອິນ ໄດ້ສະແດງຄຳຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ພ້ອມກັນຄົ້ນຄວ້າຮ່ຳຮຽນສຳເລັດຕາມຫຼັກສູດ, ພ້ອມທັງຮຽກຮ້ອງໃຫ້ແຕ່ລະຫ້ອງ, ກອງ, ຄ້າຍ, ປກສ ເມືອງ ຄຸ້ມຄອງນຳໃຊ້ອ້າຍນ້ອງທີ່ບັນຈຸຊັບຊ້ອນເຂົ້າໃນໜ້າທີ່ວິຊາສະເພາະແຕ່ລະຂົງເຂດ, ສ່ວນອ້າຍນ້ອງທີ່ຮຽນຈົບມາຄັ້ງນີ້ ກໍໃຫ້ໝູນໃຊ້ຄວາມຮູ້ຄວາມສາມາດທີ່ມີເຂົ້າໃນວຽກງານຕົວຈິງ ເພື່ອຮັບໃຊ້ຊາດຮັບໃຊ້ປະຊາຊົນ.