ວັນທີ 2 ມິຖຸນາ 2021, ຮາກຖານຊາວໜຸ່ມ, ຮາກຖານແມ່ຍິງ, ໜ່ວຍຊາວໜຸ່ມ ແລະ ໜ່ວຍແມ່ຍິງ ທົ່ວກອງບັນຊາການ ປກສ ແຂວງຫົວພັນ ໄດ້ຈັດກິດຈະກໍາປູກຕົ້ນໄມ້ທົນແທນປ່າຢູ່ທີ່ເມືອງວຽງໄຊ ແລະ ອອກແຮງງານລວມຖົມຂຸມອ້ອມຂ້າງກອງບັນຊາການ ປກສ ແຂວງຫົວພັນ ໃຫ້ມີຄວາມສະອາດຈົບງາມ; ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ 2021 ໃຫ້ເຕັມໄປດ້ວຍຄວາມໝາຍສຳຄັນອັນເລິກເຊິ່ງ.

ຕົ້ນໄມ້ທີນຳມາປູກໃນຄັ້ງນີ້ມີ: ຕົ້ນດອກຄາຍປ່າ ຈຳນວນ 40 ກວ່າຕົ້ນ; ເຊິ່ງນຳມາປູກຢູ່ທີ່ເດີນດິນປັບໃໝ່ກອງບັນຊາການ ປກສ ເມືອງວຽງໄຊ ທັງນີ້ກໍເພຶ່ອເປັນການສ້າງຂະບວນການໃຫ້ມີບັນຍາກາດຟົດຟື້ນກ້ວາງຂວາງ ນຳພາຄະບວກການຄັ້ງນີ້ໂດຍ ພັຕ ນາງ ອຸດ ບຸນມີໄຊ ຄະນະຮາກຖານແມ່ຍິງ ປກສ ແຂວງຫົວພັນ ໂດຍມີໜ່ວຍຊາວໜຸ່ມ-ໜ່ວຍແມ່ຍິງ ແລະ ສະມາຊິກຊາວໜຸ່ມ ແມ່ຍິງທົ່ວກອງບັນຊາການ ປກສ ແຂວງຫົວພັນເຂົ້າຮ່ວມ.