ກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃນວັນທີ 28 ພຶດສະພາ 2021; ໂດຍມີ ສະຫາຍ ພັທ ບ່ຽງ ຈວງເທວີ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ, ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງ ປກສ ກຸ່ມບ້ານ, ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ 90 ກວ່າສະຫາຍ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຄໍາແນະນໍາ ສະບັບເລກທີ 144/ຄພຂ.ຊຍ, ລົງວັນທີ 13 ເມສາ 2021 ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 38/ຄລສພ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຢູ່ແຂວງໄຊຍະບູລີ; ເອກະສານຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກຕິດພັນກັບເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງໄຊຍະບູລີ  ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງແກ່ນທ້າວ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025), ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຂອງແຂວງໄຊຍະບູລີ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຂອງເມືອງ; ເອກະສານເຊື່ອມຊຶມກ່ຽວກັບການປັບປຸງດັດແປງ ກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI, ມະຕິຕົກລົງຂອງຄະນະ ປະຈໍາພັກເມືອງ ສະບັບເລກທີ 16 ແລະ 113/ຄອສພ, ລົງວັນທີ 11 /5/ 2021 ວ່າດ້ວຍການເພີ່ມທະວີວຽກງານການເມືອງ-ແນວຄິດໃນການສະກັດກັ້ນ, ປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19; ແຈ້ງການຂອງຫ້ອງວ່າການກະຊວງ ປກສ  ເລື່ອງການນໍາໃຊ້ສື່ສັງຄົມອອນລາຍຂອງກໍາລັງ ປກສ ແລະ ຄໍາແນະນໍາເລກທີ 08/ຄອສພ, ລົງວັນທີ 19 ເມສາ 2021 ກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກໃຫ້ຄະນະພັກ-ການບັນຊາການ, ສະມາຊິກພັກ, ພະນັກງານ-ນັກຮົບທົ່ວກໍາລັງປ້ອງກັນຄວາມສະຫງົບເຂົ້າຮ່ວມຢ່າງທົ່ວເຖິງ.