ໃນວັນທີ 2 ມິຖຸນາ 2021, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ (ກຕທ) ແລະ ທ່ານ ລິນຄຳ ດວງສະຫວັນ ປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ປີເຕີ ເອັມ ເຮມອນ (Peter MD Haymond) ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປລາວ.

ໃນໂອກາດດັ່ງກ່າວ, ທ່ານປະທານ ກຕທ ແລະ ທ່ານປະທານ ກສຕສ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຈິງໃຈ ຕໍ່ທ່ານ ປີເຕີ ເອັມ ເຮມອນ ໃນນາມເປັນຕົວແທນຂອງສະຫະລັດອາເມລິກາ ເຊິ່ງເປັນການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ບົນພື້ນຖານການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງສອງປະເທດໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ; ພ້ອມນັ້ນ, ກໍຍັງໄດ້ຕີລາຄາສູງຕໍ່ກັບການປະກອບສ່ວນອັນສຳຄັນໃນການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ  ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປລາວ; ໃນໄລຍະຜ່ານມາ ເຊິ່ງສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ເປັນຈຳນວນຫຼວງຫຼາຍ ເປັນຕົ້ນດ້ານທຶນຮອນ, ການພັດທະນາຊັບພະຍາກອນມະນຸດ, ກະສິກຳ, ປູກຝັງ-ລ້ຽງສັດ, ການສຶກສາ, ການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ອື່ນໆ.

ໃນຕອນທ້າຍ, ທ່ານ ເອກອັກຄະລັດຖະທູດ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີໃນໂອກາດທີ່ທ່ານ ສັນຍາ ປຣະເສີດ ເຂົ້າຮັບໜ້າເປັນປະທານ ກຕທ ຄົນໃໝ່ ແລະ ທ່ານ ລິນຄຳ ດວງສະຫວັນ ເປັນປະທານ ກສຕສ ຄົນໃໝ່ ພ້ອມທັງກ່າວວ່າ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ; ສືບຕໍ່ປະຕິບັດໜ້າຂອງຕົນໃນຖານະເປັນເອກອັກຄະລັດຖະທູດ ແຫ່ງສະຫະລັດ ອາເມລິກາ ປະຈຳ ສປປລາວ ໃຫ້ໄດ້ຮັບໝາກຜົນຂຶ້ນເລື້ອຍໆ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ທາງດ້ານການສຶກສາ, ເສດຖະກິດ-ສັງຄົມ, ການຄ້າ ແລະ ການພັດທະນາຊັບພະຍາກອນມະນຸດ, ມາດຕະການໃນການຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19.