ໃນຕົ້ນເດືອນຜ່ານມາ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານທອງ ເມືອງເງິນ, ໃຫ້ການຕ້ອນຮັບໂດຍ ທ່ານ ທະວີສັກ ໄຊຍະວົງ ວ່າການເຈົ້າເມືອງ, ມີການນໍາທຸກພາກສ່ວນຂອງເມືອງ ແລະ ອໍານາດການປົກຄອງບ້ານທອງ.

ທ່ານ ທະວີສັກ ໄຊຍະວົງ ໄດ້ຂຶ້ນລາຍງານສະພາບລວມຂອງເມືອງ ໂດຍໄດ້ລົງເລິກວຽກງານການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ ແລະ ອຸບັດຕິເຫດຕາມທ້ອງທະໜົນ, ເຊິ່ງຮອດປະຈຸບັນ ເມືອງເງິນ ມີເປົ້າໝາຍຊື້-ຂາຍຢາເສບຕິດລາຍຍ່ອຍ ແລະ ຜູ້ເສບຢາທັງໝົດ 472 ຄົນ, ຍິງ 26 ຄົນ ດັ່ງນີ້:

  • ເປົ້າໝາຍຊື້-ຂາຍ 61 ຄົນ, ຍິງ 9 ຄົນ
  • ເປົ້າໝາຍເສບ 411 ຄົນ, ຍິງ 17 ຄົນ

+ ໃນໄລຍະຜ່ານມາ, ໄດ້ແກ້ໄຂເປົ້າໝາຍຊື້-ຂາຍ ແລະ ເສບຢາເສບຕິດ ທັງໝົດ 287 ຄົນ, ຍິງ 6 ຄົນ ໃນນີ້:

  • ເປົ້າໝາຍຊື້-ຂາຍ 19 ຄົນ, ຍິງ 2 ຄົນ
  • ເປົ້າໝາຍເສບ 268 ຄົນ, ຍິງ 4 ຄົນ

+ ສະເພາະເດືອນ 7 ຫາ ເດືອນ 8 ນີ້ ໄດ້ແກ້ໄຂເປົ້າໝາຍຜູ້ກະທໍາຜິດຄື:

ເປົ້າໝາຍຊື້້-ຂາຍ 5 ລາຍ, ກັກຕົວຜູ້ກະທໍາຜິດ 5 ຄົນ ຍິງ 1 ຄົນ, ຢຶດຂອງກາງຢາບ້າໄດ້ 1.361 ເມັດ, ດໍາເນີນການເລີກຮື້ເປົ້າໝາຍເສບໄດ້ 44 ຄົນ, ນໍາເຂົ້າສູນດັດສ້າງໄດ້ 10 ຄົນ ແລະ ສຶກສາອົບຮົມຢູ່ຂັ້ນຄອບຄົວ, ບ້ານ ແລະ ບໍລິສັດ 34 ຄົນ ຍິງ 2 ຄົນ, ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ 15 ຄັ້ງ, ໄດ້ຮັບ​ບາດ​ເຈັບ 25 ຄົນ, ເສຍ​ຊີວິດ 2 ຄົນ; ພາຫະນະ​ເປ່​ເພ 19 ຄັນ ມູນ​ຄ່າ​ເສຍ​ຫາຍ​ປະມານ 767.750.000 ກີບ.

ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະ ໄດ້ເນັ້ນໜັກໃຫ້ການນໍາຂອງເມືອງທຸກພາກສ່ວນ ໂດຍສະເພາະແມ່ນເຈົ້າໜ້າທີ່ກໍາລັງປະກອບອາວຸດ ຈົ່ງເລັ່ງຕິດຕາມກວດກາ, ເລີກຮື້ ແລະ ແກ້ໄຂບັນດາເປົ້າໝາຍຄ້າ-ຂາຍ ແລະ ຜູ້ເສບຢາບ້າ ໃຫ້ໄດ້ຕາມແຜນການ, ເຮັດວຽກວິຊາສະເພາະຢ່າງມີສະຕິ, ມີແຜນການຢ່າງລະອຽດຮອບຄອບ; ພ້ອມດຽວກັນນີ້, ຕ້ອງລົງເຜີຍແຜ່ ກົດໝາຍ ວ່າດ້ວຍ ຢາເສບຕິດ ແລະ ຜົນຮ້າຍຂອງຢາເສບຕິດ ຢູ່ທ້ອງຖິ່ນ, ຮາກຖານບ້ານໃນທົ່ວເມືອງ, ເອົາໃຈໃສ່ຮັກສາເສັ້ນຊາຍແດນໃຫ້ເປັນປົກກະຕິ ເພື່ອບໍ່ໃຫ້ເປັນເສັ້ນທາງລໍາລຽງສິ່ງເສບຕິດຜ່ານຊ່ອງທາງຕ່າງໆຕາມແລວຊາຍແດນ.

ນອກນັ້ນ, ຈົ່ງສືບຕໍ່ຮັກສາຄວາມສາມັກຄີ, ມີຄວາມເປັນຢ່າງທີ່ດີໃຫ້ມະຫາຊົນ, ສືບຕໍ່ຊຸກຍູ້ສົ່ງເສີມປະຊາຊົນເກັບກູ້ພືດລະດູຝົນໃຫ້ສໍາເລັດ ແລະ ກະກຽມເຂົ້າສູ່ການຜະລິດລະດູແລ້ງໃຫ້ເປັນຂະບວນກ້ວາງຂວາງ, ສົ່ງເສີມລູກ-ຫຼານໃຫ້ໄດ້ເຂົ້າຮຽນ ແລະ ເອົາໃຈໃສ່ຕິດຕາມເຝົ້າລະວັງການແຜ່ລະບາດຂອງພະຍາດຕາມລະດູການ ແລະ ພະຍາດໂຄວິດ-19.