ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານ ໃນວັນທີ 7 ທັນວາ 2021; ເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພົຕ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການ ເມືອງກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະກອງບັນຊາການ, ຕາງໜ້າຈາກວິທະຍາ ຄານ, ກອງພັນໃຫຍ່, ນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນເຂົ້າຮ່ວມ.

ພັທ ຄຳເອັ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 4922/ກປທ ລົງວັນທີ 11 ພະຈິກ 2021 ວ່າດ້ວຍການເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານຢູ່ບັນດາກົມກອງເຂດໃຈກາງ, ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ( ສະບັບປັບປຸງ); ດັ່ງນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດຈຶ່ງໄດ້ຕົກລົງເລື່ອນຊັ້ນ ພັນຕີ ຂຶ້ນເປັນຊັ້ນ ພັນໂທ ໃຫ້ ນາຍທະຫານ ຈໍານວນ 41 ສະຫາຍ ໃນນີ້, ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ 15 ສະຫາຍ, ວິທະຍາຄານປ້ອງກັນຊາດ 9 ສະຫາຍ; ວິທະຍາຄານພະລາທິການກອງທັບ 5 ສະຫາຍ,ກອງພັນໃຫຍ່ 703 ມີ 7 ສະຫາຍ, ກອງ ພັນໃຫຍ່ 941 ມີ 2 ສະຫາຍ ແລະ ກອງພັນ ໃຫຍ່ 11 ມີ 3 ສະຫາຍ.

ພົຕ ສອນທອງ ພົມລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນທີ່ບັນດາສະຫາຍຍາດມາໄດ້ໃນຄັ້ງນີ້, ພ້ອມທັງຊີ້ນໍາໃຫ້ຜູ້ໄດ້ຮັບເລື່ອນຊັ້ນ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຝຶກ ຝົນຫຼ່ໍຫຼອມພັດທະນາຕົນເອງໃນທຸກດ້ານ, ມີແບບແຜນວິທີເຮັດວຽກໃນການນຳພາ-ບັນຊາ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໂດຍເຮັດວຽກເປັນໝູ່ຄະນະ, ມີຄວາມເສຍສະຫຼະສູງຕໍ່ໜ້າທີ່ ແລະ ເປັນແບບຢ່າງໃຫ້ແກ່ນາຍ ແລະ ພົນທະຫານ ເພື່ອພ້ອມກັນສຸມໃສ່ເຮັດສຳເລັດທຸກໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.