ຂ່າວກິລາຕ່າງປະເທດລາຍງານ ໃນວັນທີ 20 ມີນາ ຜ່ານມາ ວ່າ: ອະນາຄົດຂອງ ລູກ ຊໍ ນັກເຕະກອງຫຼັງ (ຟູແບັກ) ຂອງ ແມນເຊັດເຕີ ຢູໄນເຕັດ ກາຍເປັນຂ່າວເດັ່ນໃຫ້ກ່າວເຖິງກັນອີກຄັ້ງ ຫຼັງຈາກທີ່ລາວຖືກປ່ຽນຕົວ ຕັ້ງແຕ່ຕອນພັກເຄິ່ງເກມ ເອຟເອ ຄັບ ຮອບກ່ອນຮອງຊະນະເລີດ ນັດທີ່ຕົ້ນສັງກັດເປີດບ້ານ ໂອນ ແທຣັບຟອດ ເອົາຊະນະ ໄບຣຕັນ ແອນໂຮບ ອັນບ້ຽນ 2-0 ປະຕູ ໃນວັນທີ 17 ມີນາ ທີ່ຜ່ານມາ ແລະ ນັກເຕະອາຍຸ 22 ປີຄົນນີ້ ກໍຍັງຖືກ ໂຈເຊ ມູຣິນໂຢ ຜູ້ຈັດການທີມຊາວປັອກຕຸຍການ ຕຳນິອີກ.

ເປັນທີ່ເຊື່ອກັນວ່າ: ຊໍ ຮູ້ສຶກທໍ້ແທ້ກັບການປະຕິເສດຂອງ ມູຣິນໂຢ ຫຼາຍ ແລະ ມີໂອກາດສູງທີ່ລາວຈະຍ້າຍອອກຈາກທີມຫຼັງຈົບລະດູການນີ້; ນອກຈາກວ່າ: ຜູ້ຈັດການຊາວປັອກຕຸຍການ ຈະໄປຈາກຖິ່ນ ໂອນ ແທຣັບຟອດ ເສຍກ່ອນ ເຊິ່ງກໍເຮັດໃຫ້ ເຊວຊີ ຈັບຕາເບິ່ງສະຖານະການຂອງອະດີດນັກເຕະຂອງ ເຊົາແຮມຕັນ ແບບໃກ້ຊິດ.

ແທ້ຈິງແລ້ວ, ເຊວຊີ ກໍເຄີຍພະຍາຍາມທີ່ຈະດຶງ ຊໍ ມາຮ່ວມທີມ ຕັ້ງແຕ່ທີ່ລາວຢູ່ກັບ ເຊົາແຮມຕັນ ແລ້ວ ແຕ່ນັກເຕະທີມຊາດອັງກິດ ເລືອກທີ່ຈະຍ້າຍໄປຢູ່ກັບ ແມນເຊັດເຕີ ຢູໄນເຕັດ ເຊິ່ງຕອນນີ້ທີມງານຂອງ ຊໍ ກໍຮູ້ດີວ່າ: ເຊວຊີ ໃຫ້ຄວາມສົນໃຈໃນຕົວນັກເຕະຂອງພວກເຂົາຢູ່ ແລະ ມັນກໍມີຄວາມເປັນໄປໄດ້ທີ່ ຊໍ ຈະເລືອກໄປຮ່ວມທີມແຫ່ງຖິ່ນ ສະແຕມຟອດ ບຣິດ ເຊັ່ນກັນ ເພາະລາວມັກ ເຊວຊີ ມາຕັ້ງແຕ່ນ້ອຍແລ້ວ.

ນອກຈາກ ເຊວຊີ ແລ້ວນັ້ນ, ແມນເຊັດເຕີ ຊີຕີ, ອາເຊນໍ, ເອຟເວີຕັນ ແລະ ທັອດແນມ ຮັອດສະເປີ ກໍອາດຈະຕ້ອງການຄວ້າຕົວ ຊໍ ເຊັ່ນກັນ ຖ້າລາວເລືອກທີ່ຈະຍ້າຍທີມ; ຂະນະທີ່, ມູຣິນໂຢ ກໍມີແຜນຮອງຮັບເອົາໄວ້ແລ້ວຖ້າເກີດຕ້ອງປ່ອຍ ຊໍ ອອກໄປ ເພາະລາວຢາກໄດ້ ແດນນີ ໂຣດ ນັກເຕະກອງຫຼັງ (ແບັກຊາຍ) ຂອງສະເປີ ມາເປັນຕົວແທນຂອງ ຊໍ ດົນແລ້ວ.