ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສົມທົບກັບ ພາກສ່ວນກ່ຽວຂ້ອງ ລົງມ້າງກຸ່ມແກ້ງເຄື່ອນໄຫວລັກລົດຈັກ ສາມາດຈັບຕົວຜູ້ເຄື່ອນໄຫວລັກ, ຜູ້ບົງການ, ຜູ້ສົມຮູ້ຮ່ວມຄິດ ໄດ້ທັງໝົດ 10 ກວ່າຄົນ ພ້ອມຂອງກາງລົດຈັກ ແລະ ຢາບ້າ.

ພັທ ຄໍາປ່ຽນ ອຸດົມວິໄລ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ:

ໃນວັນທີ 22 ກຸມພາ 2022, ປກສ ກຸ່ມໜອງໜ້ຽວ ໄດ້ສົ່ງມອບຕົວຜູ້ຖືກຫາ 2 ຄົນ ຊື່ ທ້າວ ມານັດ ແລະ ທ້າວ ອຸດສາ ທັງສອງຢູ່ບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ພ້ອມຂອງກາງລົດຈັກ 2 ຄັນ ໃຫ້ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ດໍາເນີນການສອບສວນ.

ພາຍຫຼັງສອບສວນຂະຫຍາຍຜົນສໍາເລັດ ມີຂໍ້ມູນຫຼັກຖານໃໝ່ ຈຶ່ງນໍາຈັບຜູ້ຮ່ວມຂະບວນການດຽວກັນໄດ້ຕື່ມອີກ 12 ຄົນ ຍິງ 3 ຄົນ ພ້ອມເກັບກູ້ລົດຈັກໄດ້ 3 ຄັນ, ກະແຈໂຕເຕ (T) 1 ອັນ ແລະ ຢາບ້າ 105 ເມັດ.

+ ຜ່ານການສອບສວນຂອງເຈົ້າໜ້າທີ່ ຮູ້ວ່າ:

ຜູ້ຖືກຫາ 12 ຄົນ ມີການພົວພັນຮ່ວມກັນລັກຊັບພົນລະເມືອງແທ້ ປະເພດລົດຈັກ, ເຊິ່ງເຮັດເປັນຂະບວນມີຫົວໂປ່ໂຕການ, ມີຜູ້ປະຕິບັດ, ມີຜູ້ຍຸຍົງ ແລະ ຜູ້ສົມຮູ້ຮ່ວມຄິດ ເຄື່ອນໄຫວຫາລັກທົ່ວນະຄອນຫຼວງວຽງຈັນ ໂດຍນໍາໃຊ້ອຸປະກອນກະແຈໂຕເຕ, ເປົ້າໝາຍໃນການລັກແມ່ນລົດຈັກເວບ 100; ຜ່ານມາ, ໄດ້ເຄື່ອນໄຫວລັກລົດຈັກມາແລ້ວ 26 ຄັ້ງ ໄດ້ 26 ຄັນ, ພາຍຫຼັງໄດ້ລົດມາ ກໍເອົາໄປຂາຍ ແລະ ຈໍາໜ່າຍທົ່ວໄປ.

ສ່ວນຢາບ້າຈໍານວນ 105 ເມັດ ແມ່ນກວດຄົ້ນໄດ້ໃນເວລາຈັບກຸມ ເຊິ່ງກວດໄດ້ນຳ ທ້າວ ລັດສະໝີ 36 ເມັດ, ທ້າວ ໄມຄໍາ 38 ເມັດ, ທ້າວ ຈິດຕະວັນ 30 ເມັດ ແລະ ທ້າວ ອໍາມະຕະ 1 ເມັດ; ປັດຈຸບັນ, ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວມເລັ່ງສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາພັກພວກກຸ່ມແກ້ງຮ່ວມຂະບວນການທີ່ເຄື່ອນໄຫວລັກຊັບພົນລະເມືອງ ມາດໍາເນີນຄະດີຕາມກົດໝາຍ ພ້ອມທັງນໍາເກັບກູ້ລົດທີ່ຖືກລັກໄປມາມອບຄືນເຈົ້າຂອງເດີມ.