ວິສາຫະກິດຄໍາເຫຼັກ ຖ່າຍຮູບຕິດບັດເອກະສານນັກຮຽນ ໄດ້ມອບຊຸດກິລາໃຫ້ ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 7 ມີນາ 2022, ມອບໂດຍ ທ່ານ ສີວຽງຄໍາ ທໍາມະວົງ ຜູ້ຈັດການວິສາຫະກິດຄໍາເຫຼັກ ຖ່າຍຮູບຕິດບັດເອກະສານນັກຮຽນ, ຕາງໜ້າຮັບໂດຍ ພັທ ວຽງທອງ ຜາງພິລາວົງ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ.

ທ່ານ ສີວຽງແກ້ວ ທໍາມະວົງ ກ່າວວ່າ: ຊຸດກິລາທີ່ນໍາມາມອບຄັ້ງນີ້ ມີຈໍານວນ 35 ຊຸດ ມູນຄ່າ 2.500.000 ກີບ ທັງນີ້ກໍເປັນການປະກອບສ່ວນເຂົ້າຊຸກຍູ້ເຂົ້າໃນວຽກງານຂະບວນການກິລາ ໂດຍສະເພາະແມ່ນກິດຈະກໍາໃນການສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 112 ປີ (8 ມີນາ 1910-8 ມີນາ 2022) ແລະ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022) ໃຫ້ມີບັນຍາກາດຟົດຟື້ນ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີຂອງສອງພາກສ່ວນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

ພັທ ວຽງທອງ ຜາງພິລາວົງ ໄດ້ມອບໃບຍ້ອງຍໍໃຫ້ ພ້ອມທັງກ່າວສະແດງຄວາມຂອບໃຈຕໍ່ ວິສາຫະກິດຄໍາເຫຼັກ ຖ່າຍຮູບຕິດບັດເອກະສານນັກຮຽນ ທີ່ໄດ້ນໍາຊຸດກິລາມາມອບໃຫ້ໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ ກໍຄື ພະແນກຕໍາຫຼວດໃນການຈັດກິດຈະກໍາສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 112 ປີ ເປັນເປັນຂະບວນກວ້າງຂວາງ.